ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດຂອງໄວຣັສໂຄໂຣນາຢູ່ ມາເລເຊຍ ເຮັດໃຫ້ຫໍພັກ ຂອງແຮງງານຕ່າງດ້າວ ເປັນຈຸດສົນໃຈ


ພະນັກງານການແພດຄົນນຶ່ງ ກວດໂຄວິດ-19 ຈາກພວກພະນັກງານບໍລິສັດ Top Glove ໃນເມືອງ Klang ວັນທີ 18, ພະຈິກ 2020.
ພະນັກງານການແພດຄົນນຶ່ງ ກວດໂຄວິດ-19 ຈາກພວກພະນັກງານບໍລິສັດ Top Glove ໃນເມືອງ Klang ວັນທີ 18, ພະຈິກ 2020.

ມາເລເຊຍກຳລັງກົດດັນໃຫ້ບັນດາບໍລິສັດຕ່າງໆ ປັບປຸງບ່ອນຢູ່ອາໃສ ສຳລັບພວກພະ
ນັກງານຂອງເຂົາເຈົ້າໃຫ້ໄວທີ່ສຸດ ຫຼັງຈາກເກີດການ ລະບາດຂອງໂຄວິດ-19 ຄັ້ງໃຫຍ່
ຢູ່ບ່ອນພັກອາໄສທີ່ໜາແໜ້ນ ສຳລັບ ພວກແຮງງານຕ່າງດ້າວ ຜູ້ທີ່ໄດ້ຜະລິດອຸປະກອນ
ປ້ອງກັນສ່ວນບຸກ ຄົນໃຫ້ທົ່ວໂລກ, ເຊິ່ງເປັນສິ່ງທີ່ ບັນດາກຸ່ມປົກປ້ອງສິດທິແຮງງານໄດ້
ເຕືອນ ມາເປັນເວລາຫຼາຍເດືອນແລ້ວ.

ປະເທດດັ່ງກ່າວໄດ້ມີ COVID-19 ສູງເປັນສະຖິຕິ 2,188 ກໍລະນີໃນວັນທີ 24 ພະຈິກ
ທີ່ຜ່ານມາ, ເຊິ່ງສ່ວນຫຼາຍແມ່ນເຊື່ອມໂຍງກັບຫໍພັກຂອງພວກ ແຮງງານຕ່າງດ້າວຕ່າງໆ
ຢູ່ບໍລິສັດ ທັອບ ກລັຟ (Top Glove) ຊຶ່ງເປັນ ບໍລິສັດນໍາໜ້າເຮັດຊົບມືຢາງຂອງໂລກ.

ໃນວັນຕໍ່ມາ ລັດຖະມົນຕີປ້ອງກັນປະເທດ ອິສເມລ ຊາບຣີ ຢາຄັອບ (Ismail Sabri
Yaakob) ໄດ້ປະກາດວ່າ ພວກເຈົ້າໜ້າທີ່ຈະເລີ້ມ ບັງຄັບໃຊ້ກົດລະບຽບຫໍພັກໃໝ່ສຳລັບ
ພວກກຳມະກອນໃນທັນທີ ແລະ ກຳນົດການປັບໃໝປະມານ 12,300 ໂດລາ ແກ່ພະ
ນັກງານແຕ່ລະ ຄົນທີ່ພັກອາໄສຢູ່ບ່ອນທີ່ຕໍ່າກວ່າມາດຕະຖານ.

ລັດຖະມົນຕີຊັບພະຍາກອນມະນຸດ ທ່ານ ຊາຣາວານານ ມູຣູການ (Saravanan
Murugan) ໄດ້ທຳການຕິດຕາມໂດຍເອີ້ນສະພາບ ຫໍພັກຂອງປະເທດວ່າ “ບໍ່ດີຫຼາຍ”
ຫຼັງຈາກທ່ານໄດ້ໄປຢ້ຽມຢາມສະຖານ ທີ່ໂດຍສ່ວນຕົວສອງສາມຄັ້ງ. ຫຼາຍມື້ຕໍ່ມາໃນ
ວັນທີ 1 ທັນວາ, ກະຊວງ ຂອງທ່ານໄດ້ປະກາດການສືບສວນສອບສວນ 6 ຄັ້ງໃນສາ
ຂາຂອງບໍລິສັດ Top Glove 19 ແຫ່ງ, ຊຶ່ງສ່ວນໃຫຍ່ບໍ່ສາມາດທີ່ຈັດແຈງທີ່ຢູ່ອາໄສ
ຢ່າງເໝາະສົມແກ່ພວກແຮງງານຕ່າງດ້າວ.“

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG