ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ມາເລເຊຍຟ້ອງໂຈນທະເລໂຊມາເລຍ


ຮູບຈາກກອງທັບເຮືອມາເລເຊຍ ສະແດງໃຫ້ເຫັນພວກໂຈນທະເລ ໂຊມາເລຍ ຖືກມັດ ນັ່ງຢູ່ພື້ນເຮືອ ຫລັງຈາກໜ່ວນກ້າຕາຍຂອງ ກອງທັບເຮືອມາເລເຊຍ ບຸກຂື້ນກູ້ເອົາກໍາປັ່ນຄືນມາໄດ້, ວັນທີ 22 ເດືອນມັງກອນ 2011.

ຄະນະໄອຍະການມາເລເຊຍກ່າວວ່າ ພວກຕົນໄດ້ຟ້ອງຜູ້
ຕ້ອງສົງໄສເປັນໂຈນທະເລຊາວໂຊມາເລຍ 7 ຄົນໃນຄວາມ
ຜິດພາຍໃຕ້ກົດໝາຍວ່າດ້ວຍອາວຸດປືນ.

ມັນເປັນການຟ້ອງຮ້ອງປະເພດນີ້ເທື່ອທຳອິດຕໍ່ພວກໂຈນ
ທະເລອາຟຣິກາຢູ່ທີ່ເອເຊຍ. ພວກຜູ້ຊາຍທັງ 7 ອາດປະ
ເຊີນກັບໂທດປະຫານຊີວິດ ດ້ວຍການແຂວນຄໍ ຖ້າຫາກ ຖືກພົບເຫັນວ່າມີຄວາມຜິດ.

ໂຈນທະເລໂຊມາເລຍ ທີ່ຖືກທະຫານ ອິນເດຍຈັບໄດ້ ຖືກຄວບຄຸມໂຕຢູ່ສະຖາ ນີຕໍາຫລວດແຫ່ງນຶ່ງ ທີ່ນະຄອນມຸມໄບ. (File Photo - January 31, 2011).
ໂຈນທະເລໂຊມາເລຍ ທີ່ຖືກທະຫານ ອິນເດຍຈັບໄດ້ ຖືກຄວບຄຸມໂຕຢູ່ສະຖາ ນີຕໍາຫລວດແຫ່ງນຶ່ງ ທີ່ນະຄອນມຸມໄບ. (File Photo - January 31, 2011).

ໜ່ວຍກ້າຕາຍ ຫຼືກອມມັງໂດມາເລເຊຍ ໄດ້
ບຸກເຂົ້າໄປຈັບພວກໂຈນທະເລທັງ 7 ໃນ
ເດືອນມັງກອນຜ່ານມາ ລຸນຫຼັງທີ່ພວກ
ໂຈນທະເລຈຸນີ້ໄດ້ພະຍາຍາມຈີ້ກຳປັ່ນບັນ
ທຸກສານເຄມີ ທີ່ມາເລເຊຍເປັນເຈົ້າຂອງ.
ນອກນັ້ນ ພວກທີ່ສົງໄສວ່າເປັນໂຈນທະເລ
ໂຊມາເລຍຈຳນວນນຶ່ງ ຍັງຖືກເກົາຫຼີໃຕ້
ແລະອິນເດຍຄວບຄຸມໂຕໄວ້ ແລະຄາດວ່າ ຈະຖືກ ຟ້ອງຮ້ອງໃນໄວໆນີ້.

XS
SM
MD
LG