ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປັ່ນທີ່ຖືກຢຶດຢູ່ມາເລເຊຍ ຈະເດີນທາງໄປອີຣ່ານ


ທ່າກຳປັ່ນ Klang ໃນມາເລເຊຍ
ທ່າກຳປັ່ນ Klang ໃນມາເລເຊຍ

ຕຳຫຼວດມາເລເຊຍກ່າວວ່າ ກຳປັ່ນທີ່ລຳລຽງຊິ້ນສ່ວນ
ທີ່ໜ້າສົງໄສຊຶ່ງອາດສາມາດນຳໃຊ້ໃນການເຮັດຫົວລະ
ເບີດນິວເຄລຍໄດ້ນັ້ນແມ່ນມຸ່ງໜ້າໄປຍັງປະເທດອີຣ່ານ.

ຫົວໜ້າສືບສວນຂອງຕຳຫຼວດມາເລເຊຍ ທ່ານ Tan
Sri Ismail Omar ໃຫ້ການຢືນຢັນໃນວັນສຸກມື້ນີ້ວ່າ
ຕຳຫຼວດໄດ້ຢຶດກຳປັ່ນລຳນຶ່ງທີ່ເດີນທາງມາແຕ່ຈີນແລະ
ລັງໃສ່ເຄື່ອງ 2 ລັງທີ່ບັນຈຸອຸບປະກອນໃຊ້ສຳລັບເຮັດ
ລະເບີດທີ່ມີອະນຸພາບຮ້າຍແຮງ.

ເຈົ້າໜ້າທີ່ມາເລເຊຍກ່າວໃນວັນພະຫັດວານນີ້ວ່າ ຕົນ
ຢຶດໄດ້ລັງບັນຈຸສິນຄ້າດັ່ງກ່າວ ໃນວັນທີ 8 ມີນາຜ່ານ
ມາຈາກກຳປັ່ນລຳນຶ່ງທີ່ຈອດຢູ່ທ່າກຳປັ່ນ Klang ລຸນ
ຫຼັງທີ່ໄດ້ເດີນທາງມາແຕ່ຈີນ.

ຕຳຫຼວດເວົ້າວ່າ ພວກເຈົ້າໜ້າທີ່ສືບສວນ ກຳລັງພິຈາ
ລະນາຊັ່ງຊາເບິ່ງຄວາມອາດສາມາດຂອງອຸບປະກອນ
ທີ່ຢຶດໄດ້.

ກຳປັ່ນດັ່ງກ່າວໄດ້ຖືກປ່ອຍລຸນຫຼັງທີ່ໄດ້ມີການສອບປາກຄຳພວກລູກເຮືອແລ້ວ.

XS
SM
MD
LG