ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມາ​ເລ​ເຊຍ ​ຈະ​​ເນລະ​ເທດ ຊາຍ​ເກົາຫຼີເໜືອ ​ທີ່​ພົວພັນ ​ກັບ​ການ​ສັງຫານ ​ທີ່​ສະໜາມ​ບິນ Kuala Lumpur


​ແມ່ຍິງ ຜູ້​ຕ້ອງ​ສົງ​ໄສ ນາງ Doan Thi Huong, ທີ 2 ຈາກ​ຂວາ, ກຳລັງ​ຈະ​ໄປ​ໃຫ້ການ​ໃນ​ສານ Sepang, ມາ​ເລເຊຍ, 1 ມີນາ, 2017.
​ແມ່ຍິງ ຜູ້​ຕ້ອງ​ສົງ​ໄສ ນາງ Doan Thi Huong, ທີ 2 ຈາກ​ຂວາ, ກຳລັງ​ຈະ​ໄປ​ໃຫ້ການ​ໃນ​ສານ Sepang, ມາ​ເລເຊຍ, 1 ມີນາ, 2017.

ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ກຳລັງ​ກະກຽມ​ທີ່​ຈະເນລະ​ເທດ ຊາຍ​ເກົາຫຼີ​ຜູ້​ນຶ່ງ ທີ່​ໄດ້​ຖືກຈັບ​ໃນ ​ຖານ​ສົງ​ໄສ​ວ່າ ​ມີ​ສ່ວນ​ພົວພັນ​ກັບ​ການເສຍຊີວິດ​ຂອງທ້າວ Kim Jong Nam, ອ້າຍ ຕ່າງ​ມານ​ດາ​ຂອງ​ຜູ້ນຳ​ເກົາຫຼີ​ເໜືອ Kim Jong Un ​ໃນ​ເດືອນ​ແລ້ວ​ນີ້.

ທ້າວ Ri Jon Choi ຊາຍ​ໄວ 45 ປີ ​ໄດ້​ຢູ່​ໃນ​ການ​ຄຸມຂັງ​ຂອງ​ເຈົ້າ​ໜ້າ​ທີ່​ມາ​ເກືອບ​ 2 ສັບປະດາ​ແລ້ວ ຫຼັງ​ຈາກ​ການ​ໂຈມ​ຕີ​ທ້າວ Kim ​ໃນວັນ​ທີ 1​3 ກຸມພາ ​ທີ່​ສະໜາມ​ບິນນາໆ​ຊາດ Kuala Lumpur.

ພາບທີ່​ຖ່າຍ​ຈາກ​ຈໍ​ໂທລະພາບ ທີ່​ສະ​ແດງ​ໃຫ້​ເຫັນ ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ​ແລະ​ອ້າຍ​ຕ່າງ​ມາດາ ທ່ານ Kim Jong Nam, ຊ້າຍ, ​ໃນ​ສະຖານີ​ລົດ​ໄຟ ທີ່​ນະຄອນ Seoul, ​ເກົາຫຼີ​ໃຕ້, 14 ກຸມພາ, 2017
ພາບທີ່​ຖ່າຍ​ຈາກ​ຈໍ​ໂທລະພາບ ທີ່​ສະ​ແດງ​ໃຫ້​ເຫັນ ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ​ແລະ​ອ້າຍ​ຕ່າງ​ມາດາ ທ່ານ Kim Jong Nam, ຊ້າຍ, ​ໃນ​ສະຖານີ​ລົດ​ໄຟ ທີ່​ນະຄອນ Seoul, ​ເກົາຫຼີ​ໃຕ້, 14 ກຸມພາ, 2017

ອະທິ​ໄອ​ຍະ​ການ​ຂອງ​ມາ​ເລ​ເຊຍ ທ່ານ Mohamed Apandi Ali ໄດ້​ກ່າວໃນ​ວັນ ​ພະຫັດ​ມື້​ນີ້ວ່າ ກຳນົດ​ທີ່​ທ້າວ Ri ສາມາດ​ທີ່​ຈະຖືກຄວບ​ຄຸມຕົວໄວ້​ໂດຍ​ປາດ​ສະ​ຈາກ​ການ​ຟ້ອງ​ຮ້ອງ​ນັ້ນ ກຳລັງຈະ​ໝົດເວລາ​ແລ້ວ ​ແລະ​ກໍ​ບໍ່​ທັນ​ມີຫຼັກ​ຖານ​ພຽງພໍ ທີ່​ຈະ​ຟ້ອງ​ຮ້ອງ​ຜູ້ກ່ຽວ​ໄດ້ ​ເພາະສະ​ນັ້ນລາວ​ຈຶ່ງຈະ​ຖືກຂັບ​ໄລ່​ອອກ​ຈາກ​ປະ​ເທດ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້.

​ຜູ້​ຕ້ອງສົງ​ໄສ ​ທີ່​ສຳຄັນ 2 ຄົນ ໃນ​ຄະ​ດີ​ນີ້ ຊຶ່ງມີ ນາງ Siti Aisyah ຊາວ​ອິນ​ໂດ​ເນ​ເຊຍ ​ໄວ 25 ປີ ​ແລະນາງ Doan Thi Huong ​ໄວ 28 ປີ ຈາກ ຫວຽດນາມ ​ຖືກ​ຟ້ອງ​ຮອງ​ໃນ​ຂໍ້​ຫາ​ຄາດ​ຕະກຳ ​ໃນ​ວັນ​ພຸດ​ວານ​ນີ້.

​ພວກ​ແມ່ຍິງ​ທັງ 2 ຄົນ ບໍ່​ໄດ້​ຖືກຮ້ອງ​ຂໍ​ ໃຫ້​ຮັບ​ສາລະພາບ​ໃນ​ຄະດີ​ນີ້ ​ແຕ່​ກໍກ່າວວ່າ ພວກ​ເຂົາ​ເຈົ້າ​ເປັນ​ຜູ້ບໍລິສຸດ ​ແລະ​ເຊື່ອ​ວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ໄດ້​ເຂົ້າ​ປະກອບສ່ວນ​ໃນ ​ການສະ​ແດງຕະຫລົກແນວ​ໃດແນວ​ນຶ່ງ ສຳ​ຫຼັບ​ລາຍການ​ໂທລະພາບ. ພວກ​ເຂົາ​ເຈົ້າ​ທັງ​ສອງ​ປະ​ເຊີນ​ກັບໂທດປະຫານ​ຊີວິດ ຖ້າຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ແລະ​ມີ ກຳນົດ​ຈະ​ກັບ​ຄືນ​ໄປ​ຂຶ້ນສານອີກ ​ໃນ​ເດືອນ​ເມສາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG