ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມາເລເຊຍຢຶດອຸບປະກອນ ທີ່ອາດໃຊ້ເຮັດລະເບີດໄດ້


ທຸງຊາດມາເລເຊຍ
ທຸງຊາດມາເລເຊຍ

ຕຳຫຼວດມາເລເຊຍກ່າວວ່າ ຕົນຢຶດໄດ້ລັງບັນຈຸ​ສິນຄ້າ 2
ລັງ ທີ່​ເຕັມ​ໄປ​ດ້ວຍອຸບປະກອນ ທີ່ສາມາດນຳໄປໃຊ້ໃນ
ການເຮັດລະເບີດໄດ້.

ເຈົ້າໜ້າທີ່ມາເລເຊຍກ່າວໃນວັນພະຫັດມື້ນີ້ວ່າ ຕົນຢຶດ
ໄດ້ລັງທັງສອງເມື່ອ 10 ມື້ກ່ອນ ທີ່ທ່າກຳປັ່ນ Klang
ຫຼັງຈາກໄດ້ຖືກສົ່ງມາແຕ່ຈີນ. ກຳປັ່ນລຳນີ້ຈະເດີນທາງ
ໄປພາກຕາເວັນອອກກາງ ແຕ່ຈຸດໝາຍປາຍທາງທີ່ແນ່
ນອນນັ້ນຍັງບໍ່ທັນຮູ້ຈັກ.

ຕຳຫຼວດເວົ້າວ່າ ຄະນະສືບສວນພວມພະຍາຍາມຊັ່ງ
ຊາເບິ່ງວ່າ ອຸບປະກອນທີ່ພວກເຂົາເຈົ້າຢຶດໄດ້ນັ້ນ ສາມາດ​ໃຊ້​ເຮັດ​ຫຍັງ​ໄດ້​ແດ່.

ອົງການຂ່າວເອພີໄດ້ອ້າງຄຳເວົ້າຂອງຕຳຫຼວດລັດຖະບານກາງມາເລເຊຍຄົນນຶ່ງທີ່ໄດ້ປະຕິ
ເສດຕໍ່ລາຍງານຂ່າວຂອງໜັງສືພິມ The Sun ທີ່ເວົ້າວ່າ ລັງທັງສອງ ແມ່ນບັນຈຸຊິ້ນສ່ວນ
ຕ່າງໆທີ່ສາມາດນຳໃຊ້ໃນການເຮັດອາວຸດທີ່ມີອະນຸພາບຮ້າຍແຮງໄດ້.

XS
SM
MD
LG