ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກທ່ອງທ່ຽວໄທເສຍຊີວິດ 26 ຄົນ ໃນອຸບັດເຫດ ລົດເມຂວໍ້າ ທີ່ມາເລເຊຍ


ທຸງຊາດຂອງປະເທດມາເລເຊຍ
ທຸງຊາດຂອງປະເທດມາເລເຊຍ

ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍຖະ​ແຫລງ​ວ່າ ​ມີ 26 ​ຄົນ​ເສຍ​ຊີວິດ​ ​ໃນວັນຈັນ​ມື້​ນີ້​ ​ເວລາລົດ​ເມທີ່​ບັນທຸກ​ນັກ​ທ່ອງ​ທ່ຽວ​ຊາວ​ໄທ ພິກ​ຂວໍ້າເທິງ​ຖະໜົນ​ໃຫຍ່​ ​ໄຮ​ເວ​ສາຍ​ນຶ່ງໃນມາ​ເລ​ເຊຍ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ນັກ​ທ່ອງ​ທ່ຽວເຫລົ່າ​ນັ້ນກໍ​າລັງ​ເດີນທາງ​ໄປ​ຍັງ ນະຄອນຫລວງ Kuala Lumpur ​ເພື່ອ​ຈະ​ໄປ​ຂຶ້ນເຮືອ​ບິນ​ກັບປະ​ເທດ ຫຼັງ​ຈາກໄປ​ຢ້ຽມ​ຊົມ​ເຂດພູ​ພຽງ Cameron ຊຶ່ງ​ເປັນ​ສະຖານ​ທີ່ທ່ອງ​ທ່ຽວ​ຕາກ​ອາກາດ​ທີ່​ຂຶ້ນ​ຊື່ ຂອງ​ມາ​ເລ​ເຊຍ. ທາງ​ການ​ເວົ້າ​ວ່າ ລົດເມເກີດ​ເສຍ​ຫຼັກ​ແລະ​ໄປ​ຕໍາ​ເອົາ​ຮາວກັ້ນ​ກາງ​ຖະຫນົນ ສົ່ງ​ຜົນໃຫ້ລົດ​ເມ​ສອງ​ຊັ້ນ​ນັ້ນ ພິກ​ຂວໍ້າ.

ຕໍາຫລວດກ່າວວ່າ 22 ຄົນຕາຍ​ຄາ​ທີ່ ​ແລະ​ອີກ 4 ຄົນ​ ເສຍ​ຊີວິດ​ໃນ​ລະຫວ່າງ​ທີ່​ເຄື່ອນ​ຍ້າຍສົ່ງ​ໂຮງພະຍາບານ.
ຜູ້​ເສຍ​ຊີວິດ​ມີຮວມທັງຄົນ​ຂັບຊາວ​ມາ​ເລ​ເຊຍ​ແລະ​ພະນັກ ງານ​ນໍາ​ທ່ຽວ​ຊາວ​ມາ​ເລ​ເຊຍ​ອີກ 2 ຄົນ ​ແລະ​ມີ​ອີກສິບ ​ກ່ວາ​ຄົນ​ໄດ້​ຮັບ​ການ​ບາດ​ເຈັບ.

ອຸບປະຕິ​ເຫດ​ທາງລົດເມນັ້ນ​ແມ່ນ​ເປັນ​ເລື່ອງ​ປົກ​ກະຕິໄປ​ແລ້ວໃນ​ມາ​ເລ​ເຊຍ ຊຶ່ງ​ມີ​ສະຖິຕິ​ຄົນ​ເສຍ​ຊີວິດໃນທ້ອງ​ຖະໜົນ ທີ່​ສູງ​ທີ່​ສຸດ​ໃນ​ພາກ​ພື້ນ​ເອ​ເຊຍ​ອາຄະ​ເນ ອິງ​ຕາມ​ການ​ສຶກສາຄົ້ນ​ຄ້ວາ​ຂອງອົງການ​ອະນາ​ໄມ​ໂລກ.

XS
SM
MD
LG