ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມາ​ເລ​ເຊຍ ຈັບ 79 ຄົນ​ ໃນ​ການ​ກວດ​ລ້າງ ​ກຸ່ມມຸສລິ​ມ ​ຟິລິບປີນ


ທະຫານມາເລເຊຍ ຍິງປືນຄົກໄປໃສ່ບ້ານ Kampung Tanduo ບ່ອນທີ່ທະຫານມາເລເຊຍບຸກໂຈມຕີຄ້າຍກຸ່ມກຳລັງປະກອບອາວຸດຟີລິບປິນ ໃນເຂດເມືອງ Lahad Datu ລັດ Sabah (8 ມີນາ 2013)
ທະຫານມາເລເຊຍ ຍິງປືນຄົກໄປໃສ່ບ້ານ Kampung Tanduo ບ່ອນທີ່ທະຫານມາເລເຊຍບຸກໂຈມຕີຄ້າຍກຸ່ມກຳລັງປະກອບອາວຸດຟີລິບປິນ ໃນເຂດເມືອງ Lahad Datu ລັດ Sabah (8 ມີນາ 2013)
ບັນດາ​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຈັບ 79 ຄົນ
​ໃນ​ລັດ Sabah ທີ່​ເກ​າະ Borneo ​ໃນ​ການ​ປະຕິບັດ​ງານ​ຢ່າງ
​ຂຸ້ນຂ້ຽວ​ເພື່ອຂັບໄລ່ກວດ​ລ້າງສະມາຊິກຂອງ​ກຸ່ມມຸສລິ​ມ​ຟິລິບ
​ປີນ ທີ່​ເຂົ້າ​ຍຶດ​ເອົາບ້ານນຶ່ງ ຢູ່ໃນ​ເຂ​ດ​ທີ່​ອຸດົມສົມ​ບູນ​ໄປ​ດ້ວຍ
​ຊັບພະຍາກອນ​ໃນ​ເດືອນ​ແ​ລ້ວນີ້.

ຫົວໜ້າ​ຕໍາຫລວດ ລັດ​ຖະບານ​ກາງມາ​ເລ​ເຊຍ ທ່ານ Ismail
Omar ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ຄົນ​ນຶ່ງ​ ໄດ້​ຖືກ​ຍິງ​ຕາຍ​ໃນ​
ວັນ​ເສົາ​ມື້​ນີ້ ຊຶ່ງ​ຈໍານວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ ​ເພີ້ມຂຶ້ນ​ເປັນ 61
ຄົນ ​ໃນ​ການ​ປະຕິ​ບັດ​ງານ​ຂັບ​ໄລ່​ພວກບຸກ​ລຸກ ທີ່​ຍັງ​ດຳ​ເນີນ​
ຢູ່​ໃນ​ເວລາ​ນີ້​.

ຜູ້​ນໍາ​ກຸ່ມ ທ່ານ Jamalul Kiram ທີສາມ ກ່າວ​ວ່າ ລາວ​ເປັນສຸນ
​ຕານ​ນັ້ນ ​ໄດ້​ຮຽກຮ້ອງໃນວັນພະຫັດຜ່ານ​ມາ ໃຫ້ຜູ້ຕິດຕາມທ່ານ
ທີ່ປະກອບອາວຸດຢຸດຍິງຫລັງຈາກທ່ານ Ban Ki-moon ເລຂາ ທິການໃຫຍ່ ສະຫະປະຊາຊາດ ໄດ້ອອກຖະແຫລງການສະບັບ
​ນຶ່ງຮຽກຮ້ອງໃຫ້ສີ້ນສຸດການສູ້​ລົບກັນແລະ​ໃຫ້ພັກຝ່າຍກ່ຽວຂ້ອງ
ເປີດ​ການ​ເຈລະຈາ​ກັນ. ແຕ່ມາເລເຊຍ ໄດ້ປະຕິເສດ ຕໍ່ຂໍ້​ສະ​ເໜີ
ຢຸດ​ຍິງ ຂອງກຸ່ມປະກອບ​ອາວຸດ​ທ່ານ Kiram ໂດຍກ່າວວ່າ ເຂົາເຈົ້າຈະຮັບເອົາພຽງແຕ່ການ​ຍອມ​ຈຳນົນ​ຢ່າງ ​ເຕັມທີ່ເທົ່າ​ນັ້ນ.
XS
SM
MD
LG