ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດຕໍາໜິ ມາເລ ເຊຍ ທີ່ທໍາການສືບສວນ ອົງການຂ່າວ ອາລ-ຈາຊີຣາ


ຜູ້ກໍາກັບລາຍການຂັ້ນສູງຂອງອົງການຂ່າວ Al Jazeera, ທ່ານ Drew Ambrose, ຍ່າງອອກຈາກກົມຕໍາຫລວດ Bukit Man ໄປພາຍຫລັງຖືກຕໍາຫລວດມາເລເຊຍສອບສວນກ່ຽວກັບຮູບເງົາສາລະຄະດີເລື້ອງຈັບກຸມຄົນເຂົ້າເມືອງບໍ່ມີເອກະສານ ຢູ່ໃນນະຄອນຫລວງກົວລາລໍາເປີ
ຜູ້ກໍາກັບລາຍການຂັ້ນສູງຂອງອົງການຂ່າວ Al Jazeera, ທ່ານ Drew Ambrose, ຍ່າງອອກຈາກກົມຕໍາຫລວດ Bukit Man ໄປພາຍຫລັງຖືກຕໍາຫລວດມາເລເຊຍສອບສວນກ່ຽວກັບຮູບເງົາສາລະຄະດີເລື້ອງຈັບກຸມຄົນເຂົ້າເມືອງບໍ່ມີເອກະສານ ຢູ່ໃນນະຄອນຫລວງກົວລາລໍາເປີ

ການເຄື່ອນໄຫວຂອງມາເລເຊຍເມື່ອມໍ່ໆມານີ້ ໃນການຈັບກຸມ ແລະເນລະເທດ ຊາຍບັງກລາແດສຄົນນຶ່ງ ຍ້ອນໄດ້ຕໍາໜິການປະຕິບັດຂອງລັດຖະບານຕໍ່ພວກ ຄົນງານທີ່ເປັນຄົນເຂົ້າເມືອງຢູ່ໃນລາຍການຂ່າວໂທລະພາບ ຊຶ່ງໄດ້ເນັ້ນໃຫ້ເຫັນ ສະພາບຖອຍຫລັງຂອງປະເທດດັ່ງກ່າວ ໃນເລື້ອງເສລີພາບໃນການອອກຂ່າວ ໃນໄລຍະຫລາຍເດືອນຜ່ານມານີ້, ອີງຕາມຄໍາເວົ້າຂອງກຸ່ມປົກປ້ອງສິດທິມະນຸດ

ບັນດາເຈົ້າໜ້າທີ່ໄດ້ຈັບກຸມທ້າວ ໂມຮາມາດ ໄຣຮານ ຄາເບຍ (Mohamad Rayhan Kabir) ໃນວັນທີ 24 ກໍລະກົດ, ຊຶ່ງເປັນເວລາຫລາຍອາທິດພາຍຫລັງ ທີ່ໄດ້ຖອນໃບອະນຸຍາດເຮັດວຽກຂອງຜູ້ກ່ຽວ ຍ້ອນໄດ້ໃຫ້ສໍາພາດທີ່ມີການຖ່າຍ ພາບວີດິໂອສໍາລັບອອກໃນລາຍການຂ່າວ 101 East ຂອງອົງການຂ່າວອາລ-ຈາຊີຣາ (Al-Jazeera) ທີ່ຕັ້ງຢູ່ເມືອງຄາຕາຣີ (Qatari). ຢູ່ໃນສາກທີ່ອອກໃນ ວັນທີ 3 ກໍລະກົດຜ່ານມາທີ່ເປັນສາກ "ການກັກຂັງຢູ່ໃນໄລຍະມີການປິດປະເທດ ຂອງມາ ເລເຊຍ," ນັ້ນ ລາວໄດ້ກ່າວຫາລັດຖະບານວ່າຈໍາແນກຜິວພັນ ໂດຍໄດ້ ແນເປົ້າໝາຍການຈັບກຸມໃສ່ເພື່ອນກໍາມະກອນ ໃນການຮັບມືກັບການ ລະບາດຢ່າງໜັກຂອງໄວຣັສໂຄ ໂຣນາ.

ທ້າວຄາເບຍ ຍັງຢູ່ໃນບ່ອນຄຸມຂັງໂດຍປາດສະຈາກການຕັ້ງຂໍ້ກ່າວຫາໃດໆ. ພວກເຈົ້າໜ້າ ທີ່ຍັງບໍ່ທັນໄດ້ອະທິບາຍໃຫ້ຮູ້ເທື່ອວ່າ ເຂົາເຈົ້າສົງໄສວ່າລາວລະ ເມີດກົດໝາຍອັນໃດ ເຖິງແມ່ນວ່າພວກເຈົ້າໜ້າທີ່ໄດ້ນາບຂູ່ວ່າຈະເນລະເທດ ທ້າວຄາເບຍ ແລະ ຫ້າມລາວບໍ່ໃຫ້ກັບເຂົ້າມາໃນມາເລເຊຍອີກຕໍ່ໄປກໍຕາມ.

ພວກເຈົ້າໜ້າທີ່ໄດ້ເຄື່ອນໄຫວຕ້ານກັບອົງການຂ່າວອາລ-ຈາຊີຣາ (Al-Jazeera) ເຊັ່ນກັນ ໂດຍໄດ້ສອບປາກຄໍາ ນັກຂ່າວທີ່ເຮັດວຽກໃນສາກນັ້ນ ຂອງລາຍການ ຢູ່ໃນການສືບສວນການປຸກລະດົມຄົນໃຫ້ຕໍ່ຕ້ານລັດຖະບານ ແລະກ່າວຫາອົງການຂ່າວຂອງຄາຕາຣີວ່າ ຖ່າຍທໍາລາຍການ ໂດຍຂາດໃບ ອານຸຍາດທີ່ຈໍາເປັນຕ້ອງມີ. ຕໍາຫລວດໄດ້ບຸກເຂົ້າໄປຄົ້ນໃນ ຫ້ອງການຂອງອົງ ການຂ່າວດັ່ງກ່າວໃນນະຄອນຫລວງກົວລາລໍາເປີຂອງມາເລເຊຍ ໃນວັນອັງຄານ ວານນີ້ ໂດຍໄດ້ຍຶດເອົາຄອມພີວເຕີສອງໜ່ວຍ.

ໂດຍບວກໃສ່ກັບການກົດດັນຕໍ່ອົງການຂ່າວອາລ-ຈາຊີຣາ (Al-Jazeera), ການ ຈັບກຸມທ້າວຕາເບຍ “ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າພວກ ເຈົ້າໜ້າທີ່ໃນ ປັດ ຈຸບັນນີ້ຢູ່ໃນມາເລເຊຍບໍ່ໄດ້ຍ່ອນຍານແກ່ການລາຍງານຂ່າວອິດສະຫລະ ໃດໆເລີຍ ແລະພ້ອມກັນນັ້ນ ກໍໃຫ້ຄວາມນັບຖືໜ້ອຍຫລາຍ ຕໍ່ເສລີພາບໃນການ ອອກຂ່າວ,” ນັ້ນຄືຄໍາເວົ້າຂອງທ່ານ ດານຽລ ແບສຕາດ, ຫົວໜ້າວຽກງານໃນ ຂົງເຂດເອເຊຍປາຊີຟິກໃນອົງການຂ່າວບໍ່ມີພົມແດນ ຫລື RSF.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG