ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ຈະຊື້ເອົາ ສາຍການບິນມາເລເຊຍ ທັງໝົດ (ວີດີໂອ)


ກອງ​ທຶນ​ສຳ​ຫລັບ​ກາ​ນລົງທຶນ​ຂອງລັດມາ​ເລ​ເຊຍ ກໍ​ຄື ບໍລິສັດ
Khazanah Nasional ກ່າວ​ວ່າ ຕົນ​ຈະ​ຈ່າຍ​ເກືອບ 436
ລ້ານ​ໂດ​ລາ ເພື່ອຊື້​ເອົາ ສາຍ​ການບິນມາ​ເລ​ເຊຍ ​ທີ່​ມີ​ບັນຫາ
ຍ້ອນໄດ້​ສູນ​ເສຍ ​ເຮືອບິນ​ໄປ​ສອງ​ລໍາ ​ໃນປີ​ນີ້.

Khazanah Nasional ​ໄດ້​ປະກາດ​ແຜນການ ທີ່​ຈະ​ປັບປຸງ​
ໂຄງ​ສ້າງ​ຂອງ ສາຍການບິນ​ຄືນໃໝ່ ຫລັງ​ຈາກສາຍ​ການບິນ
ມາ​ເລ​ເຊຍ​ໄດ້ປະກາດ​ງົດ​ການຊື້​ຂາຍ​ຮຸ້ນ​ຂອງ​ຕົນ ​ໃນເຊົ້າ​ວັນ
​ສຸກ​ມື້​ນີ້.


ບໍລິສັດ Khazanah ທີ່​ຖື​ຮຸ້ນ​ຂອງ ສາຍ​ການ​ບິນມາ​ເລ​ເຊຍຢູ່​ແລ້ວ ປະມານ 69 ​ເປີ​ເຊັນ
​ນັ້ນ ກ່າວ​ວ່າ ນີ້​ຈະ​ເປັນ​ບາດ​ກ້າວ​ທໍາ ອິດ​ຂອງ​ການ​ປັບປຸງ​ປ່ຽນແປງສາຍ​ການບິນດັ່ງກ່າວ
ທັງ​ໝົດ.

ນັກວິ​ເຄາະອຸດ​ສາ​ຫະກຳການບິນ ​ໄດ້​ກ່າວ​ວ່າ ​ສາຍ​ການບິນມາ​ເລ​ເຊຍທີ່​ໄດ້​ດິ້ນຮົນ​ມາ​
ຕະຫລອດນັ້ນ ຕ້ອງການ​ນັກ​ລົງທຶນ​ໃໝ່ ​ແລະ​ການດັດ​ແປງໂຄງ​ສ້າງທາງທຸລະ​ກິດ​ ຢ່າງ​
ໃຫຍ່​ຫລວງ.

ນອກ​ເໜືອ​ຈາກ​ບັນ​ຫາ​ດ້ານ​ການ​ເງິນ​ແລ້ວ ສາຍ​ການບິນ​ນີ້ຍັງ​ປະສົບ​ກັບຄວາມຫາຍະນະ
​ໃຫຍ່ໆ ​ເຖິງສອງ​ຄັ້ງ​ໃນ​ປີ​ນີ້.

​ໃນ​ເດືອນ​ມີນາ ສາຍ​ການບິນ 370 ທີ່ບັນທຸກ​ຜູ້ໂດຍສານກັບ​ຈຸ​ບິນ 239 ​ໄດ້ຫາຍ​ສາບ
​ສູນ​ໄປ ຢູ່​ມະຫາ​ສະມຸດ​ອິນ​ເດຍ ​ແລະ​ຍັງ​ບໍ່ທັນ​ພົບ​ເຫັນ. ຕໍ່​ມາ ​ໃນ​ເດືອນ​ກໍລະ​ກົດ ຜູ້ໂດຍ​
ສານກັບ​ຈຸ​ບິນ​ທັງ​ໝົດ 298 ຄົນ​ໄດ້​ເສຍ​ຊີວິດ ​ເວລາ ຖ້ຽວ​ບິນ​ເລກທີ 17 ​ໄດ້​ຖືກຍິງ​ຕົກ​ຢູ່
ຢູ​ເຄຣນ ​ໃນ​ເຂດ​ທີ່​ຄວບ​ຄຸມ​ໂດຍພວກ​ກະບົດ​ນິຍົມຣັດ​ເຊຍ.

MALAYSIA AIRLINES VO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG