ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ບໍລິສັດ ການບິນ ມາເລເຊຍ ຈະຕັດ ພະນັກງານ ແລະ ເສັ້ນທາງບິນລົງ (ວີດີໂອ)


ທ່ານ Berhad Azman Mokthar ຜູ້ບໍລິຫານ Khazanah Nasional ກຳລັງກ່າວຕໍ່ກອງປະຊຸມທີ່ ນະຄອນ Kuala Lumpur.

ສາຍ​ການບິນ​ມາ​ເລ​ເຊ​ຍ ຊຶ່ງເປັນສາຍການບິນແຫ່ງຊາດ ທີ່ລຸບ
ທຶນຂອງປະເທດ ຈະ​ຕັດຫລາຍ​ພັນ​ໜ້າວຽກ ຕັດ​ເສັ້ນທາງບິນ ​
ແລະ​ສັບ​ປ່ຽນຫົວໜ້າ​ບໍລິຫານພາຍ​ໃຕ້​ແຜນຕ່າງໆ​ເພື່ອ​ຫັນປ່ຽນ
ໃຫ້ບໍລິສັດດັ່ງກ່າວກາຍເປັນບໍລິສັດທີ່ໄດ້​ກຳ​ໄລ​ພາຍ​ໃນ​ເວລາ
ສາມ​ປີ.

​ອົງການລົງທຶນ​ຂອງລັດ Khazanah Nasional ​ທີ່ເຂົ້າຄວບ
​ຄຸມສາຍ​ການ​ດັ່ງ ກ່າວ ​ໄດ້ປະກາດ​ໃນ​ມື້​ວັນ​ສຸກ​ມື້ນີ້​ວ່າ ຕົນ​ມີ
​ແຜນ​ທີ່​ຈະ​ທຸ້ມເງິນ 1 ພັນ 9 ຮ້ອຍ​ລ້ານໂດ​ລາເຂົ້າ​ໃນ​ບໍລິສັດ
​ທີ່​ຂາດທຶນດັ່ງກ່າວ​ແລະ​ຖອນຊື່ອອກ​ຈາກ​ບັນຊີຕະຫລາດ​ຮຸ້ນ
Kuala Lumpur ພາຍ​ໃນ​ທ້າຍ​ປີ​ນີ້. ອົງການ Khazanah ກ່າວ​ວ່າ ຕົນຫວັງວ່າຈະນຳເອົາ
ສາຍ​ການບິນມາ​ເລ​ເຊຍ ເຂົ້າສູ່ຕະຫຼາດຮຸ້ນໃໝ່ອີກ ​ໃນ​ລະຍະສາມ​ຫາ​ຫ້າ​ປີ.

​ໃນ​ເວລານີ້ ທາງສາຍ​ການບິນ​ມີແຜນ​ທີ່​ຈະ​ຕັດ 6,000 ໜ້າ​ວຽກ ຫລື 30 ເປີ​ເຊັນ​ຂອງ​ພະ
ນັກງານທັງໝົດ ​ເພື່ອ​ຊ່ວຍ​ບັນເທົາການລຸບທຶນຂອງບໍລິສັດ.

ສາຍ​ການບິນມາ​ເລ​ເຊຍ ​ໄດ້​ລຸນທຶນ​ມາ​ດົນ​ນານ​ແລ້ວ ​ແຕ່​ທາງສາຍການບິນພົບວ່າ ໄດ້
​ເຫັນຜູ້​ໂດຍສານຈອງປີ້ໜ້ອຍລົງນັບມື້ນັບ​ແຕ່ຖ້ຽວ​ບິນ MH37 ​ໄດ້​ຫາຍ​ສາບ​ສູນ​ໄປ​ຢ່າງ
ລຶກລັບຢູ່ມະຫາ​ສະມຸດ​ອິນ​ເດຍ​ໃນ​ວັນ​ທີ 8 ເດືອນ​ມີນາພ້ອມ​ດ້ວຍ​ຜູ້​ໂດຍສານ 230 ຄົນ
​ຢູ່​ໃນ​ເຮືອບິນ ​ແລະອີກ 298 ຄົນທີ່ໄດ້​ເສຍ​ຊີວິດໄປໃນ​ວັນ​ທີ 18 ​ເດືອນ​ກໍລະກົດຜ່ານມາ
ເວລາຖ້ຽວ​ບິນ MH17 ​ໄດ້​ຖືກ​ຍິງ​ຕົກ​ ຢູ່ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ.

MALAYSIA AIRLINES VO
please wait
Embed

No media source currently available

0:00 0:00:29 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG