ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ຍື່​ນໃບ​ລາ​ອອກ ​ຈາກ​ຕຳ​ແໜ່ງ


ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ​ ມາ​ຮາ​ເທຍ ໂມ​ຮາ​ມັດ, ໃຫ້​ສຳ​ພາດ​ກັບ​ນັກ​ຂ່າວ ຣອຍ​ເຕີ. 10 ທັນ​ວາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ​ ມາ​ຮາ​ເທຍ ໂມ​ຮາ​ມັດ, ໃຫ້​ສຳ​ພາດ​ກັບ​ນັກ​ຂ່າວ ຣອຍ​ເຕີ. 10 ທັນ​ວາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ ມາ​ຮາ​ເທຍ ໂມ​ຮາ​ມັດ ໄດ້​ຍື່ນ​ໃບ​ລາ​ອອກ​ຂອງ​ທ່ານ​ໃຫ້​ກະ​ສັດໃນ​ວັນ​ຈັນ​ມື້ນີ້, ອີງ​ຕາມ​ການ​ກ່າວ​ຂອງ​ຫ້ອງ​ການ​ຂອງ​ທ່ານ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

ການ​ລາ​ອອກ​ຂອງ​ທ່ານ ມາ​ຮາ​ເທຍ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ເຈ​ລະ​ຈາ​ໃນ​ທ້າຍ​ສັບ​ປະ​ດາ​ທີ່​ຜ່ານ​ມາ​ລະ​ຫວ່າງ ​ສະ​ມາ​ຊິກ​ບາງ​ຄົນ​ໃນ​ພັກ​ຂອງ​ທ່ານ ແລະ ກຸ່ມ​ຝ່າຍ​ຄ້ານ ກ່ຽວ​ກັບ ການ​ຕັ້ງ​ລັດ​ຖະ​ບານ​ໃໝ່ ​ເພື່ອ​ປ້ອງ​ກັນ​ການ​ໂອນ​ອຳ​ນາດ​ໃຫ້​ຜູ້​ສືບ​ທອດ​ຕຳ​ແໜ່ງ​ທີ່​ຖືກ​ເລືອກ​ໂດຍທ່ານ​ເອງຄື ທ່ານ ອັນ​ວາ ອີບ​ຣາ​ຮິມ.

ທ່ານ ມາ​ຮາ​ເທຍ, ອາ​ຍຸ​ 94 ປີ, ເຊິ່ງ​ແມ່​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່ມີ​ອາ​ຍຸ​ແກ່​ທີ່​ສຸດ​ໃນ​ໂລກ, ແລະ ທ່ານ ອັນ​ວາ ອາ​ຍຸ 72 ປີ, ໄດ້​ລວມ​ຕົວ​ກັນ​ໃນ​ປີ 2018 ເພື່ອ​ຊະ​ນະ​ການ​ເລືອກ​ຕັ້ງ ແລະ ຂັບ​ໄລ່​ພັນ​ທະ​ມິດ​ທີ່​ປົກ​ຄອງ​ປະ​ເທດ​ຢູ່​ໃນ​ເວ​ລາ​ນັ້ນ​ອອກ​ຈາກ​ຕຳ​ແໜ່ງ, ໃນ​ເງື່ອນ​ໄຂ​ທີ່​ທ່ານ ມາ​ຮາ​ເທຍ ຈະ​ໂອນ​ອຳ​ນາດ​ໃຫ້​ທ່ານ ອັນ​ວາ.

ມັນ​ຍັງ​ບໍ່​ມີ​ຄວາມ​ແນ່ນອນ​ໃນ​ທັນ​ທີ​ວ່າ ກະ​ສັດ ຊຸ​ລ​ຕານ ອັບ​ດຸນ​ລາ ຊຸ​ລ​ຕານ ອາ​ມັດ ຊາ ແຫ່ງ​ມາ​ເລ​ເຊຍ ຈະ​ເອົາ​ບາດ​ກ້າວ​ໃດ ພາຍ​ໃຕ້​ສະ​ຖາ​ນະ​ການ​ດັ່ງ​ກ່າວ.

ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະ​ນັ້ນ, ກະ​ສັດ​ຈະ​ຕັດ​ສິນ​ໃຈ​ວ່າ ມີ​ກຸ່ມ​ການ​ເມືອງ​ໃດ ມີ​ຄະ​ແນນ​ສຽງ​ໃນ​ສະ​ພາ​ແຫ່ງ​ຊາດ​ຫຼືບໍ່, ບໍ່​ດັ່ງ​ນັ້ນ ກະ​ສັດ​ອາດ​ຍຸບ​ສະ​ພາ​ແຫ່ງ​ຊາດ​ສຳ​ລັບ​ການ​ເລືອກ​ຕັ້ງ​ກະ​ທັນ​ຫັນ.

ພັນ​ລະ​ຍາ​ຂອງ​ທ່ານ ອັນ​ວາ, ທ່ານ​ນາງ ວານ ອາ​ຊີ​ຊາ ອິ​ສ​ເມ​ລ ແມ່ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ມາ​ເລ​ເຊຍ ແລະ ຈະ​ກາຍ​ເປັນ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຕຳ​ແໜ່ງ​ສູງ​ສຸດ ຖ້າ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ ມາ​ຮາ​ເທຍ ຖືກ​ຮັບ​ຮອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG