ສານແຫ່ງນຶ່ງຂອງມາເລເຊຍຕັດສິນລົງໂທດຜູ້ລັກລອບຄ້າ ຂາຍສັດປ່າຄົນນຶ່ງໃນວັນຈັນມື້ນີ້ ໃຫ້ຈໍາຄຸກ 6 ເດືອນໃນຖານມີຄວາມຜິດໃນຂໍ້ຫາພະຍາຍາມລັກລອບງູເຫລືອມ ເປັນໆ ຈຳນວນ 95 ໂຕ ທີ່ຖືກຊຸກເຊື່ອງໄວ້ໃນຫີບເຄື່ອງຂອງຜູ້ກ່ຽວ ອອກໄປຕ່າງປະເທດ.
ນາຍ Anson Wong ຊຶ່ງມີຊື່ຫລິ້ນວ່າ ລາຊາກະປອມ ໄດ້ໃຫ້ການ ຮັບສາລະພາບຜິດໃນອາທິດແລ້ວນີ້ ໃນຂໍ້ຫາຖານພະຍາຍາມລັກລອບງູທີ່ໃກ້ຈະສູນພັນເຫລົ່ານີ້ ໄປຍັງອິນໂດເນເຊຍ ປະເທດເພື່ອນບ້ານຂອງມາເລເຊຍນັ້ນ.
ຊາຍມາເລເຊຍ ໄວ 52 ປີຄົນນີ້ ໄດ້ຖືກຈັບກຸມໃນວັນທີ 29 ສິງຫາຜ່ານມາ ທີ່ສະໜາມບິນລະຫວ່າງຊາດກົວລາລໍາເປີ ຫລັງຈາກຫີບໃສ່ເຄື່ອງຂອງຜູ້ກ່ຽວແຕກ ເປີດເຜີຍໃຫ້ເຫັນພວກງູແລະເຕົ່າໂຕນຶ່ງຢູ່ໃນຫີບນັ້ນ.
ນາຍ Wong ກໍາລັງຈະອອກເດີນທາງໄປຍັງນະຄອນຫລວງ Jakartaຂອງອິນໂດເນເຊຍ.
ນາຍ Wong ຖືກຕັດສິນໂທດພາຍໃຕ້ກົດໝາຍທີ່ຫ້າມສົ່ງສັດອອກຈາກປະເທດ ໂດຍບໍ່ມີໃບອະນຸຍາດແລະຖືກປັບໄໝ 61 ພັນດອນລາ. ຜູ້ກ່ຽວອາດສາມາດປະເຊີນກັບການລົງໂທດຈໍາຄຸກເຖິງ 7 ປີໄດ້. ບັນດາກຸ່ມປົກປ້ອງສັດປ່າ ຕໍາໜິຕິຕຽນການລົງໂທດນາຍ Wong ວ່າ ຜູ້ກ່ຽວຄວນຈະຖືກລົງໂທດໜັກກວ່ານັ້ນ.
ເມື່ອ 10 ປີກ່ອນນີ້ ນາຍ Wong ໄດ້ຖືກໂທດຂັງຄຸກ 71 ເດືອນຢູ່ໃນສະຫະລັດ ຍ້ອນການລັກລອບຄ້າຂາຍສັດປ່າ.