ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານ ມາເລເຊຍ ປະທ້ວງ ຜົນການເລືອກຕັ້ງ (ສະໄລດ໌/ວີດິໂອ)


ທ່ານ Anwar Ibrahim ຜູ້ນໍາພັກປະສົມຂອງກຸ່ມ Pakatan Rakyat ທີ່ເປັນພັກຝ່າຍຄ້ານ ຖ່າຍຮູບໃນກອງປະຊຸມຖະແຫລງຂ່າວ ທີ່ສໍານັກງານຂອງພັກ ຂອງທ່ານ ທີ່ເມືອງ Petaling Jaya ນອກນະຄອນຫລວງ Kuala Lumpur ໃນວັນທີ 7 ພຶດສະາ 2013.
ທ່ານ Anwar Ibrahim ຜູ້ນໍາພັກປະສົມຂອງກຸ່ມ Pakatan Rakyat ທີ່ເປັນພັກຝ່າຍຄ້ານ ຖ່າຍຮູບໃນກອງປະຊຸມຖະແຫລງຂ່າວ ທີ່ສໍານັກງານຂອງພັກ ຂອງທ່ານ ທີ່ເມືອງ Petaling Jaya ນອກນະຄອນຫລວງ Kuala Lumpur ໃນວັນທີ 7 ພຶດສະາ 2013.
ຕໍາຫລວດມາເລເຊຍໄດ້ຂູ່ວ່າ ຈະຈັບກຸມພວກເຂົ້າຮ່ວມການ
ໂຮມຊຸມນຸມ ທີ່ຈັດ ຕັ້ງຂຶ້ນເພື່ອປະທ້ວງຜົນການເລືອກຕັ້ງ ທີ່
ພວກຝ່າຍຄ້ານເວົ້າວ່າ ເຕັມໄປດ້ວຍ ການສໍ້ໂກງຄະແນນສຽງ
ຢ່າງຮ້າຍແຮງນັ້ນ.

ທ່ານ Ismail Omar ຜູ້ບັນຊາການຕໍາຫລວດແຫ່ງຊາດເວົ້າວ່າ
ການປະທ້ວງ ທີ່ຈະຈັດຂຶ້ນໃນຕອນບ່າຍວັນພຸດມື້ນີ້ ແມ່ນບໍ່ຖືກ
ຕ້ອງຕາມກົດໝາຍ ເພາະວ່າ ຜູ້ຈັດການໂຮມຊຸມນຸມໃນຄັ້ງນີ້ ທ່ານ
Anwar Ibrahim ຊຶ່ງເປັນຜູ້ນໍາຝ່າຍຄ້ານ ທີ່ກ້າປາກກ້າເວົ້ານັ້ນ ບໍ່ໄດ້ຂໍອະນຸຍາດຈາກລັດຖະບານ.

ກົດໝາຍວ່າດ້ວຍການໂຮມຊຸມນຸມແບບສັນຕິຂອງມາເລເຊຍ ໄດ້ຄຸ້ມຄອງການປະທ້ວງ ແລະການໂຮມຊຸມນຸມຂອງປະຊາຊົນໃນສະຖານທີ່ສາທາລະນະ ຢ່າງເຄັ່ງຄັດ ແລະບັງ
ຄັບໃຫ້ຜູ້ຈັດຕັ້ງການໂຮມຊຸມນຸມໄດ້ຮັບອະນຸຍາດລ່ວງໜ້າຈຶ່ງທໍາການໂຮມຊຸມນຸມໄດ້. ທ່ານ Anwar ອະດີດຮອງນາຍົກລັດຖະມົນຕີເວົ້າວ່າ ກົດໝາຍດັ່ງກ່າວເປັນການໂຈມຕີ
ທີ່ບໍ່ມີປະຊາທິປະໄຕ ຕໍ່ສິດເສລີພາບໃນການ ປາກເວົ້າ.

ທ່ານ Anwar ໄດ້ຊຸກຍູ້ໃຫ້ຊາວມາເລເຊຍ ນຸ່ງເຄື່ອງດໍາເພື່ອທໍາການປະທ້ວງ ທີ່ຈະຈັດ
ຂຶ້ນ ຢູ່ສະໜາມກິລາໃນນະຄອນຫຼວງກົວລາລໍາເປີ. ທ່ານເວົ້າວ່າ ມັນເປັນການເລີ້ມຕົ້ນ
ຂອງ “ການເຄື່ອນໄຫວທີ່ຮຸນແຮງ” ເພື່ອທ້າທາຍຕໍ່ການປ່ອນບັດລົງຄະແນນສຽງ ແລະ
ການປະຕິຮູບລະບົບການເລືອກຕັ້ງຂອງມາເລເຊຍ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:
ການເມືອງ ໃນມາເລເຊຍ
please wait

No media source currently available

0:00 0:01:06 0:00


ຜົນການເລືອກຕັ້ງຂັ້ນຊີ້ຂາດ ຈາກການລົງຄະແນນສຽງໃນວັນອາທິດທີ່ຜ່ານມາສະແດງ
ໃຫ້ເຫັນວ່າ ພັກປະສົມຈາກກຸ່ມແນວໂຮມແຫ່ງຊາດ ທີ່ປົກຄອງປະເທດມາເປັນເວລາດົນ
ນານແລ້ວນັ້ນ ໄດ້ຊະນະບ່ອນນັ່ງສ່ວນຫລາຍ ເຖິງແມ່ນວ່າ ໄດ້ສູນເສຍຄະແນນສຽງ
ໃນການປ່ອນບັດຂອງປະຊາຊົນ ໃຫ້ແກ່ພັກປະສົມຂອງກຸ່ມ Paka-tan Rakyat ຂອງ
ທ່ານ Anwar ກໍຕາມ.

ເບິ່ງສະໄລດ໌ສະພາບການເມືອງຫລ້າສຸດທີ່ມາເລເຊຍ:

XS
SM
MD
LG