ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ເທດ ມາ​ລາ​ວີ ສັກ​ຢາປ້ອງ​ກັນ ​ໂຣກ​ມະ​ເຮັງ​ ປາກ​ມົດ​ລູກ​ ໃຫ້​ເດັກ​ຍິງ


ນັກ​ຮຽນ​ຢູ່​ໂຮງ​ຮຽນ​ເດັກ​ຍິງ​ໃນ​ປະ​ເທດ ມາ​ລາ​ວີ. ລັດ​ຖະ​ບານ​ແນ​ເປົ້າ​ໃສ່​ການ​ສັກ​ຢາຕ້ານ​ໄວ​ຣັ​ສ ປາ​ປີ​ໂລ​ມາ​ໃນ​ມະ​ນຸດ​ໃຫ້​ເດັກ​ຍິງ ໜຶ່ງ​ລ້ານ​ຫ້າ​ແສນ​ຄົນ ອາ​ຍຸ​ລະ​ຫວ່າງ 9 ແລະ 14 ປີ, ເຊິ່ງ​ສາ​ມາດ​ເປັນ​ສາ​ເຫດ​ສຳ​ລັບ​ໂຣກ​ມະ​ເຮັງ​ປາກ​ມົດ​ລູກ.
ນັກ​ຮຽນ​ຢູ່​ໂຮງ​ຮຽນ​ເດັກ​ຍິງ​ໃນ​ປະ​ເທດ ມາ​ລາ​ວີ. ລັດ​ຖະ​ບານ​ແນ​ເປົ້າ​ໃສ່​ການ​ສັກ​ຢາຕ້ານ​ໄວ​ຣັ​ສ ປາ​ປີ​ໂລ​ມາ​ໃນ​ມະ​ນຸດ​ໃຫ້​ເດັກ​ຍິງ ໜຶ່ງ​ລ້ານ​ຫ້າ​ແສນ​ຄົນ ອາ​ຍຸ​ລະ​ຫວ່າງ 9 ແລະ 14 ປີ, ເຊິ່ງ​ສາ​ມາດ​ເປັນ​ສາ​ເຫດ​ສຳ​ລັບ​ໂຣກ​ມະ​ເຮັງ​ປາກ​ມົດ​ລູກ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ມາ​ລາ​ວີ ກ່າວ​ວ່າ ປະ​ເທດ​ຂອງ​ເຂົາ​ເຈົ້າ​ມີ​ອັດ​ຕາ​ຜູ້​ເປັນ​ໂຣກ​ມະ​ເຮັງ​
ປາກ​ມົດ​ລູກ ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ ພ້ອມ​ກັບ​ມີ​ຜູ້​ຊ່ຽວ​ຊານ ດ້ານ​ເນື້ອງອກ​ຂອງ​ຮ່າງກາຍ ​
ພຽງ​ສອງ​ຄົນ ​ເທົ່າ​ນັ້ນທີ່​ເຮັດ​ວຽກ​ໃນ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນ 17 ລ້ານ​ຄົນ​ນັ້ນ. ໃນ​
ຄວາມ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ການ​ຕາຍ​ຈາກ​ໂຣກ​ມະ​ເຮັງ​ປາກ​ມົດ​ລູກ​ທີ່​ວ່າ​ນັ້ນ,
ລັດ​ຖະ​ບານ ມາ​ລາ​ວີ ໄດ້​ເປີດ​ໂຄງ​ການສັກ​ຢາຂະ​ໜາດ​ໃຫຍ່​ ​ຕ້ານ​ໄວ​ຣັ​ສ ປາ​ປີ​ໂລ​ມາ​
ໃນ​ມະ​ນຸດ, ທີ່​ເປັນ​ສາ​ເຫດ​ຂອງ​ໂຣກ​ມະ​ເຮັງ​ປາກ​ມົດ​ລູກ​. ໂຄງ​ການ​ດັ່ງ​ກ່າວ ​ແນ​ເປົ້າ
​ໃສ່​ພວກ​ເດັກ​ຍິງ​ອາ​ຍຸ​ລະ​ຫວ່າງ 9 ຫາ 14 ປີ. ນັກ​ຂ່າວ ລາ​ເມັກ ມາ​ຊິ​ນາ ມີ​ລາຍ​ງານ​
ຈາກ​ເມືອງ ແບ​ລນທາຍ (Blantyre), ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​
ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໂຄງ​ການ​ປ້ອງ​ກັນ​ຂະ​ໜາດ​ໃຫຍ່​ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການພະ​ຍາ​ຍາ​ມ​ທົດ​ລອງ​ໃນ​ສອງ
​ເມືອງ ລະ​ຫວ່າງ​ປີ 2013 ຫາ 2015.

ໂຄງ​ການ​ດັ່ງ​ກ່າວ​ດຳ​ເນີນ​ດ້ວຍ​ເງິນ​ທຶນ​ຈາກ​ພັນ​ທະ​ມິດໂລກ ກ່ຽວ​ກັບ ​ຢາ​ວັກ​ຊີນ ແລະ
ຄາດ​ວ່າ​ຈະ​ເຂົ້າ​ເຖິງ​ເດັກ​ຍິງ​ໜຸ່ມ 1 ລ້ານ 5 ແສນ​ຄົນ​ໃນ​ທົ່ວ​ປະ​ເທດ.

ອົງ​ການ UNICEF ຂອງ​ສະ​ຫະ​ປະ​ຊາ​ຊາດ ກໍ​ແມ່ນ​ນຶ່ງ​ໃນ​ຫຼາຍ​ອົງ​ການ​ທີ່​ປະ​ຕິ​ບັດ​
ໂຄງ​ການ​ດັ່ງ​ກ່າວ.

ທ່ານ ສ​ຕີ​ຟ ມາ​ເຈ​ໂຊ ແມ່ນ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ປ້ອງ​ກັນ​ໂຣກ ​ສຳ​ລັບ​ອົງ​ການ
UNICEF ໃນ​ປະ​ເທດ ມາ​ລາ​ວີ.

ທ່ານ ມາ​ເຈ​ໂຊ ກ່າວ​ວ່າ “ໂຣກ​ດັ່ງ​ກ່າວ ​ຈະ​ເລີ່ມ​ຂຶ້ນ​ ຕອນ​ເຈົ້າ​ມີ​ການ​ພົວ​ພັນ​ທາງ​ເພດ
ແລະ ຕິດ​ແປດ​ກັບ​ຫຼາຍ​ຢ່າງ ທີ່​ພວກ​ເຮົາ​ເອີ້ນ​ວ່າ ໄວ​ຣັ​ສ ປາ​ປີ​ໂລ​ມາ​ ໃນ​ມະ​ນຸດ ຫຼື
HPV ເຊິ່ງແມ່ນ​ສາ​ເຫດ​ຂອງ​ການ​ເປັນ​ໂຣກ​ມະ​ເຮັງ​ຢ່າງ​ຊ້າໆ, ໃນ​ໄລ​ຍະ​ເວ​ລາ​ຍາວ.
ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຫາ​ພວກ​ເດັກ​ຍິງ​ແຕ່​ຕົ້ນໆ ກ່ອນ​ເຂົາ​ເຈົ້າ​ມີ​
ເພດ​ສຳ​ພັນ​ຄັ້ງ​ທຳ​ອິດ ສະ​ນັ້ນ​ເມື່ອ​ເຂົາ​ເຈົ້າ​ໄດ້​ສຳ​ພັດ​ກັບ​ໄວ​ຣັ​ສ ປາ​ປີ​ໂລ​ມາ​ໃນ​ມະ​ນຸດ
​ນັ້ນ, ໄວ​ຣັ​ສ​ດັ່ງ​ກ່າວ​ກໍ​ຈະ​ບໍ່​ເຮັດ​ໃຫ້​ເປັນ​ໂຣກ​ມະ​ເຮັງ​ຍາ​ມ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ.”

ອົງ​ການ​ອື່ນໆ​ທີ່​ສະ​ໜັບ​ສະ​ໜູນ​ໂຄງ​ການ​ດັ່ງ​ກ່າວ​ແມ່ນ ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ
ອົງ​ການເຂົ້າ​ເຖິງ​ການ​ປິ່ນ​ປົວ​ສຸ​ຂະ​ພາບ ຄ​ລິນ​ຕັນ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ສຸ​ຂະ​ພາບ​ເວົ້າ​ວ່າ ໂຣກ​ມະ​ເຮັງ​ປາກ​ມົດ​ລູກ ເປັນ​ສາ​ເຫດ​ຂອງ
​ການ​ຕາຍ​ຈາກ​ໂຣກ​ມະ​ເຮັງ​ທີ່ຫຼາຍ​ທີ່​ສຸດ ​ໃນ​ບັນ​ດາ​ແມ່​ຍິງ​ໃນ​ປະ​ເທດ ມາ​ລາ​ວີ.

ດ​ຣ. ລີ​ໂອ ມາ​ຊຳ​ບາ ແມ່ນ​ນຶ່ງ​ໃນ​ຜູ້​ຊ່ຽວ​ຊານ​ດ້ານ​ເນື້ອງອກ​ຂອງ​ຮ່າງ​ກາຍ​ພຽງ​ສອງ​
ຄົນ​ໃນ​ ມາ​ລາ​ວີ.

ທ່ານ ມາ​ຊຳ​ບາ ກ່າວ​ວ່າ “ສຳ​ລັບ​ທົ່ວປະ​ເທດ ມາ​ລາ​ວີ, ພວກ​ເຮົາ​ເວົ້າ ກ່ຽວ​ກັບ ກໍ​ລະ​ນີ
​ໃໝ່​ເກືອບ 3,600 ກໍ​ລະ​ນີ​ທຸກໆ​ປີ. ແລະ ແມ່​ຍິງ​ພວກນີ້ຫຼາຍກວ່າ 2,000 ຄົນໄດ້​ເສຍ​
ຊີ​ວິດ​ຈາກ​ໂຣກ​ມະ​ເຮັງ​ປະ​ເພດນີ້​ທຸກ​ປີ. ນີ້​ແມ່ນ​ຕົວ​ເລກ​ທີ່​ສູງ​ທີ່​ສຸດ​ຂອງ​ກໍ​ລະ​ນີ​ໂຣກ​
ມະ​ເຮັງ​ປາ​ກ​ມົດ​ລູກ​ໃນ​ໂລກ.”

ທ່ານ ມາ​ຊຳ​ບາ ກ່າວ​ວ່າ ການ​ສັກ​ຢາ HPV ບໍ່​ແມ່ນ​ສິ່ງ​ທີ່ ມາ​ລາ​ວີ ສາ​ມາດ​ເວົ້າ​ໂອ້ອວດ​
ໄດ້​ໃນ​ເວ​ລານີ້ ເພາ​ະ​ວ່າຜົ​ນ​ທີ່​ອອກ​ມາ​ຈະ​ສາ​ມາດ​ຮູ້​ໄດ້​ໃນ​ໄລ​ຍະ 30 ປີຫຼັງ​ຈາກນັ້ນ.

ທ່ານ ມາ​ຊຳ​ບາ ເວົ້າ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ລໍ​ຖ້າ​ພວກ​ມັນ 10 ຫາ 30 ປີ​ນັ້ນ, ມັນ​
ຈະ​ຍັງ​ມີ​ກໍ​ລະ​ນີ​ມະ​ເຮັງ​ປາ​ກ​ມົດ​ລູກ​ຂ້ອນ​ຂ້າງຫຼາຍ ຈາກ​ຄົນ​ຜູ້​ທີ່​ໄດ້​ຕິດ​ໄວ​ຣັ​ສ HPV
ຕອນນີ້. ພວກ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ວ່າ ການ​ປິ່ນ​ປົວ​ແມ່ນ​ຍັງ​ຄົງ​ມີ​ຢູ່ ແລະ ການ​ປິ່ນ​ປົວ​
ອື່ນໆ ຄື​ການ​ບັນ​ເທົາ​ນັ້ນ​ຈະ​ຍັງ​ມີ​ຢູ່.”

ທ່ານ​ນາງ ເລີ​ຟ​ເນັ​ສ ຄາ​ລານ​ດາ ເວົ້າ​ວ່າ ລາວດີ​ໃຈຫຼາຍ​ທີ່​ລູກ​ສາວ​ອາ​ຍຸ 9 ປີ​ຂອງ​ລາວ​
ໄດ້​ຮັບການ​ສັກ​ຢາ.

ທ່ານ​ນາງ ຄາ​ລານ​ດາ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຖ້າ​ມັນ​ເປັນ​ໄປ​ໄດ້, ລັດ​ຖະ​ບານ​
ຄວນ​ພິ​ຈາ​ລະ​ນາ​ສັກ​ຢາ​ໃຫ້​ແມ່​ຍິງ ​ທີ່​ມີ​ອາ​ຍຸ​ສູງກວ່າ​ຄື​ພວກ​ເຮົາ ເພາະ​ວ່າ ໂຣກນີ້ມັນ
​ເລືອກບໍ່​ໄດ້. ສະ​ນັ້ນ ມັນຈຶ່ງ​ຈະ​ມີ​ທາງ​ອື່ນ​ ໃນ​ການ​ປົກ​ປ້ອງ​ແມ່​ຍິງ​ທີ່​ແກ່ກວ່າ​ຈາກ​ໂຣກ
​ດັ່ງ​ກ່າວ​ນີ້.”

ທ່ານ ໂຈ​ນາ​ທັນ ຈິ​ວານ​ດາ ແມ່ນ​ຜູ້​ປະ​ສານ​ງານ​ໂຣກ​ມະ​ເຮັງ​ແຫ່ງ​ຊາດ​ໃນ​ກະ​ຊວງ​ສາ
​ທາ​ລະ​ນະ​ສຸກ.

ທ່ານ​ໄດ້​ບອກ​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ລີ​ລອງ​ເວ ວ່າມາດ​ຕະ​ການ​ຕ່າງໆ​ແມ່ນ
​ພ້ອມ​ແລ້ວ​ທີ່​ຈະ​ປາບ​ປາມ​ໂຣກ​ນັ້ນ.

ທ່ານ ຈິ​ວານ​ດາ ໄດ້​ກ່າວ​ວ່າ “ຕະຫຼອດ​ມາ​ພວກ​ເຮົາ​ໄດ້​ທຳ​ການ​ຜ່າ​ຕັດ, ພວກ​ເຮົາ​ໄດ້​
ສະ​ເໜີ​ ໃຫ້​ມີການ​ໃຊ້​ເຄ​ມີບ​ຳ​ບັດ. ພວກ​ເຮົາ​ຍັງ​ໄດ້​ຮັບ​ຢາຕ້ານ​ໄວ​ຣັ​ສ ດ້ວຍ​ການ​ຊ່ວຍ
​ເຫຼືອ​ຈາກ​ຢາ​ສຳ​ລັບ​ໂຣກ​ມະ​ເຮັງໃນ​ເສັ້ນ​ເລືອດ.”

ທ່ານ​ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ຈະ​ເປີດ​ສູນ​ໂຣກ​ມະ​ເຮັງ​ແຫ່ງ​ທຳ​ອິດ​ໃນ​ນະ​ຄອນ ຫຼວງ
ລີ​ລອງ​ເວ ໄວໆ​ນີ້, ເຊິ່ງ​ຈະ​ສະ​ໜອງ​ການ​ຮັກ​ສາ​ໂຣກ​ດ້ວຍ​ລັງ​ສີ ແລະ ການ​ປິ່ນ​ປົວ​ອື່ນໆ​
ໃຫ້​ຄົນ​ໄຂ້​ທີ່​ເປັນ​ໂຣກ​ມະ​ເຮັງ.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG