ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ. ຈຊັກເວຣາ ສາບານຕົວເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີຂອງມາລາວີ ພາຍຫລັງມີການເລືອກຕັ້ງຄືນອີກ


ໃນວັນທີ 28 ມິຖຸນາ 2020 ທ່ານ Chakwera ປະທານາທິບໍດີຜູ້ທີ 6 ຂອງມາລາວີ ທີ່ຫາກໍ່ຖືກເລືອກຕັ້ງ ໂບກມືໃສ່ປວງຊົນຫລັງຈາກໄດ້ສາບານຕົວເຂົ້າຮັບຕໍາແໜ່ງງຢູ່ນະຄອນຫລວງລີລອງເວ
ໃນວັນທີ 28 ມິຖຸນາ 2020 ທ່ານ Chakwera ປະທານາທິບໍດີຜູ້ທີ 6 ຂອງມາລາວີ ທີ່ຫາກໍ່ຖືກເລືອກຕັ້ງ ໂບກມືໃສ່ປວງຊົນຫລັງຈາກໄດ້ສາບານຕົວເຂົ້າຮັບຕໍາແໜ່ງງຢູ່ນະຄອນຫລວງລີລອງເວ

ປະທານາທິບໍດີໃໝ່ຂອງມາລາວີ, ທ່ານ ລາຊາຣັສ ຈຊັກເວຣາ (Lazarus Chakwera) ສາບານຕົວເຂົ້າຮັບຕໍາແໜ່ງ ຢູ່ໃນນະຄອນຫລວງລີລອງເວ (Lilongwe) ພາຍຫລັງທີ່ຊະນະຜູ້ລົງສະໝັກເລືອກຕັ້ງ 2 ຄົນ ລວມທັງ ອະ ດີດປະທານາທິບໍດີ ພີເຕີ ມັດທາຣິກາ (Peter Mutharika) ຢູ່ໃນການເລືອກ ຕັ້ງປະທານາທິບໍດີຄືນໃໝ່ທີ່ມີການແຂ່ງຂັນກັນຢ່າງດຸເດືອດໃນອາທິດແລ້ວນີ້.

ໄດ້ມີການຄວາມປຶ້ມປິຕິຍິນດີຂອງຫລາຍຮ້ອຍຄົນທີ່ພາກັນໄປເຕົ້າໂຮມກັນ ຢູ່ໃນ ສູນກາງປະຊຸມໃຫຍ່ສາກົນ ບິງກູ (Bingu) ຢູ່ໃນນະຄອນລີລອງເວ ເພື່ອເບິ່ງ ທ່ານ ຈຊັກເວຣາ ແລະຮອງປະທານາທິບໍດີຂອງເພິ່ນ, ທ່ານຊາວລັອສ ຊີລິມາ (Saulos Chilima) ສາບານຕົວເຂົ້າຮັບຕໍາແໜ່ງຈາກຫົວໜ້າຝ່າຍຍຸຕິທໍາ ທ່ານ ແອນດຣູ ນີອິເຣນດາ (Andrew Nyirenda).

ທ່ານປະທານາທິບໍດີຄົນໃໝ່ກ່າວວ່າ “ຂ້າພະເຂົ້າ ດຣ. ລາຊາຣັສ ແມັກຄາທີ ຈຊັກເວຣາ (Lazarus McCarthy Chakwera) ຂໍສາບານຢ່າງໜັກແໜ້ນວ່າ ຂ້າພະເຈົ້າຈະປະຕິບັດພາລະໜ້າທີ່ ຂອງຕໍາແໜ່ງທີ່ສູງສົ່ງຂອງປະທານາທິບໍດີ ຂອງມາລາວີ ໃຫ້ດີ ແລະຢ່າງທ່ອງແທ້, ສະນັ້ນຂໍໃຫ້ພະເຈົ້າຈົ່ງຊ່ວຍຂ້າພະເຈົ້າ ດ້ວຍເຖີດ.”

ການເລືອກຕັ້ງປະທານາທິບໍດີຄືນ ໄດ້ຖືກຈັດຂຶ້ນ ພາຍຫລັງສານຍຸຕິທໍາໄດ້ລົບ ລ້າງການເລືອກຕັ້ງ ໃນເດືອນກຸມພາປີກາຍນີ້, ທີ່ເອົາການດໍາລົງຕໍາແໜ່ງເປັນ ສະໄໝທີ 2 ໃຫ້ແກ່ອະດີດປະທານາທິບໍດີພີເຕີ ມັດທາຣິກາ (Peter Mutharika) ຍ້ອນການເຮັດຜິດລະບຽບຢ່າງຫລວງຫລາຍ.

ຢູ່ໃນການເລືອກຕັ້ງທີ່ຖືກສານລົງໂທດ, ທ່ານ ຈຊັກເວຣາ, ຜູ້ນໍາຂອງພັກ ມາ ລາວີ ຄອນແກຣັສ ຊຶ່ງເປັນພັກຝ່າຍຄ້ານ ເປັນຜູ້ລົງສະໝັກເລືອກຕັ້ງສັງກັດພັກ ທົນສ໌ ອາໄລແອັນສ໌ (Tonse Alliance) ຊຶ່ງຮວມມີພັກການເມືອງ 9 ພັກ ລວມທັງພັກການເຄື່ອນໄຫວປ່ຽນແປງຢ່າງໃຫຍ່ຫລວງ ຫລື United Transformation Movement (UTM) ທີ່ນໍາພາໂດຍອະດີດປະທານາທິບໍດີ ຊາວລັອສ ຊີລິມາ (Saulos Chilima).

ທ່ານລົງສະໝັກເລືອກຕັ້ງແຂ່ງກັບປະທານາທິບໍດີ ມັດທາຣິກາ, ຜູ້ນໍາຂອງພັກ ປະຊາທິປະໄຕກ້າວໜ້າ ຫລື Democratic Progressive Party, (DPP) ທີ່ເປັນພັນທະມິດກັບ ທ່ານອາຕູພີເລ ມີລູຊີ (Atupele Muluzi), ຜູ້ນໍາພັກ ຝ່າຍຄ້ານ ຢູໄນເຕັດ ເດໂມແຄຣັດຟຣັນ (United Democratic Front).

ທ່ານຈຊັກເວຣາ ໄດ້ຮັບໄຊຊະນະໂດຍມີຄະແນນສຽງ 2.6 ລ້ານຄະແນນ, ອີງ ຕາມຜົນການເລືອກຕັ້ງ ທີ່ໄດ້ປະກາດອອກມາໃນວັນອາທິດວານນີ້ ໃນຂະນະທີ່ ທ່ານມັດທາຣິກາ ໄດ້ເປັນທີສອງ ໂດຍໄດ້ຮັບຄະແນນສຽງ 1.7 ລ້ານຄະແນນ ແລະທ່ານຄູວານີໄດ້ຮັບ 32,400 ຄະແນນ.

ຢູ່ໃນການກ່າວຄໍາປາໄສຮັບເອົາຕໍາແໜ່ງໃນວັນອາທິດວານນີ້ນັ້ນ ທ່ານ ຈຊັກເວຣາ ໃຫ້ສັນຍາວ່າ ຈະພັດທະນາປະເທດໃຫ້ໄດ້ດີເກີນທີ່ຊາວມາລາວີຄາດຫວັງໄວ້ອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG