ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີຄົນໃໝ່ຂອງມາລາວີ ຮຽກຮ້ອງໃຫ້ ປະເທດຊາດ ມີສັນຕິພາບ ແລະເອກະພາບ


ທ່ານນາງ Joyce Banda ປະທານາທິບໍດີຄົນໃໝ່ຂອງປະເທດມາລາວີ
ຂະນະໃຫ້ສໍາພາດຂ່າວ ຫລັງຈາກສາບານໂຕເຂົ້າຮັບຕໍາແໜ່ງ ເມື່ອວັນທີ່ 7 ເດືອນເມສາ 2012 ນີ້.
ທ່ານນາງ Joyce Banda ປະທານາທິບໍດີຄົນໃໝ່ຂອງປະເທດມາລາວີ ຂະນະໃຫ້ສໍາພາດຂ່າວ ຫລັງຈາກສາບານໂຕເຂົ້າຮັບຕໍາແໜ່ງ ເມື່ອວັນທີ່ 7 ເດືອນເມສາ 2012 ນີ້.

ທ່ານນາງ Joyce Banda ປະທານາທິບໍດີ​ຄົນ​ໃໝ່​ຂອງ​ປະ​ເທດ​ມາລາ​ວີ ​ໄດ້​ຮຽກຮ້ອງ​ໃຫ້​
ມີ​ສັນຕິພາບແລະເອກະ​ພາບ ​ຫລື​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ໃນ​ຂະນະ​ທີ່ປະ​ເທດ​ຊາດໄວ້
ອາ​ໄລ​ນໍາ ມື້​ລາງ​ປະທານາທິບໍດີີ Bingu wa Mutharika ທີ່​ເສຍ​ຊີວິດໄປ​ຢ່າງ​ກະທັນຫັນ
ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້.

ທ່ານ​ນາງ ບັນດາ ​ໄດ້ກ່າວ​ຄໍາ​ປາ​ໄສ​ເມື່ອວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ສາບານ​ຕົວ​ເຂົ້າຮັບ​ຕໍາ​
ແໜ່​ງ ຢູ່​ທີ່​ເມືອງ​ຫລວງ Lilongwe ເປັນ​ປະທານາທິບໍດີ​ຍິງ​ຄົນ​ທໍາ​ອິດ​ຂອງ​ປະ​ເທດ​ມາລາ​ວີ.
ທ່ານ​ນາງ ບັນດາ ກ່າວ​ວ່າ

“ຂ້າ​ພະ​ເຈົ້າຂໍ​ຮຽກຮ້ອງ​ໃຫ້​ຊາວ​ມາລາ​ວີ​ທັງ​ໝົດ​ ຈົ່ງ​ຢູ່​ໃນ​ຄວາມ​ສະຫງົບ ​ແລະ
ຈົ່ງ​ພາກັນ​ຮັກສາ​ສັນຕິພາບ​ໃນ​ລະຫວ່າງ​ຊ່ວງ​ເວລາ​ຂອງ​ການ​ສູນ ​ເສຍ​ຄັ້ງ​ນີ້.
ນອກ​ເໜືອ​ຈາກ​ນີ້​ແລ້ວ ຂ້າພະ​ເຈົ້າຢາກ​ຈະ​ສັ່ງ​ໃຫ້​ລົດ​ທຸງ ຊາດຂອງ​ປະ​ເທດ​ຢູ່​
ທີ່​ຕຶກ​ສາທາລະນະ​ຕ່າງໆ​ລົງ​ເຄິ່ງ​ເສົາ ​ແລະໃຫ້ບໍລິສັດ ກະຈາຍສຽງ​ມາລາ​ວີ
ແລະ​ສື່​ມວນ​ຊົນ​ເອກະ​ຊົນ ຫລິ້ນ​ດົນຕີ ທີ່​ເຂ່ງຂຶມໃນ​ຂະນະ​ທີ່​ພວກ​ເຮົາ​ໃຫ້​ກຽດ
ຕໍ່​ຊ່ວງ​ໄວ້​ອາ​ໄລ​ນີ້ ຊຶ່ງ​ຈະ​ມີ​ກໍານົດ 10 ວັນ. ຂ້າພະ​ເຈົ້າຢາກ​ຈະ​ຮ້ອງ​ຂໍ​ໃຫ້​ຊາວ​
ມາລາ​ວີ​ໝົດ​ທຸກ​ຄົນ​ ພາກັນໄວ້ອາໄລໃຫ້​ແກ່ບິດາ​ຂອງ​ປະ​ເທດ​ຊາດ​ນີ້​ດ້ວຍ​ກຽດ
ສັກ​ສີ.”

ປະທານາທິບໍດີ ບັນດາ ເປັນ​ຮອງ​ປະທານາ​ທິບໍດີ​ໃນ​ລັດ​ຖະບານ​ຂອງ ທ່ານ Mutharika
ແຕ່​ໄດ້​ຖືກ​ປົດ​ອອກ​ຈາກ​ພັກ​ຂອງ​ລັດຖະບານ​ເມື່ອ​ປີ 2010​. ຫລັງ​ຈາກ​ນັ້ນ​ທ່ານ​ນາງ​ກໍໄດ້
ຕັ້ງ​ພັກ​ການ​ເມືອງ​ຝ່າຍຄ້ານ​ຂຶ້ນມາ ​ແຕ່​ກໍ​ຍັງ​ຄອງ​ຕໍາ​ແໜ່​ງຮອງ​ປະທາ​ນາ​ທິບໍດີຢູ່. ທ່ານ
ນາງສືບ​ຕໍ່ຕໍາ​ແໜ່​ງ ປະທານາທິບໍດີ​ ຕາມ​ທີ່​ກໍານົດ​ໄວ້​ໃນ​ລັດຖະທໍາ​ມະນູນ. ​ໃນ​ຄໍາປາ​ໄສ
ໃນ​ພິທີ​ສາບານ​ຕົວ​ນັ້ນ ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ ປະ​ເທດ​ຊາດ​ເປັນອັນ​ນຶ່ງອັນ​ດຽວ​ກັນ
ໂດຍ​ກ່າວ​ວ່າ ບໍ່​ມີ​ຊ່ອງ​ວ່າງ​ເພື່ອ​ການ​ແ​ກ້​ແຄ້ນ​ກັນ

ສະຫະລັດ​ໄດ້ສົ່ງ​ສານ​ສະ​ແດງຄວາມ​ເສົ້າ​ໂສກ​ເສຍ​ໃຈ​ໄປ​ຍັງ​ປະຊາຊົນ​ມາລາ​ວີ ​ແລະ ຄອບ
ຄົວ​ຂອງ​ປະທານາທິບໍດີ Bingu wa Mutharika ລຸນ​ຫລັງການ​ເສຍ​ຊີວິດ​ຂອງ​ທ່ານ. ໃນ
ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ອອກ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ Tommy Vietor ​ໂຄສົກ​ສະ
ພາ​ຄວາມ​ໝັ້ນຄົງ​ແຫ່ງຊາດ ກ່າວ​ວ່າ ສະຫະລັດ​ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ຄໍາ​ປະກາດທີ່​ວ່າ
ຮອງປະທາ​ນາ​ທິບໍດີ Joyce Banda ​ໄດ້​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງ ປະທານາ​ທິບໍດີ​
ແລ້ວ​ນັ້ນ.

XS
SM
MD
LG