ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ.ນ.​ ​ເມລາເນຍ ທ​ຣຳ ໄປຮອດ ມາ​ລາ​ວີ ໃນການ​ຢ້ຽມ​ຢາມ ​ທະ​ວີບ ​ອາ​ຟ​ຣິ​ກາ ເພື່ອ ສັນ​ທະ​ວະ​ໄມ​ຕີ

ສະ​ຕີ​ໝາຍ​ເລກ​ນຶ່ງສະ​ຫະ​ລັດ ທ່ານ​ນາງ​ເມລາເນຍ ທ​ຣຳ ຖືກ​ຕ້ອນ​ຮັບ ໂດຍ ທ່ານ​ນາງເກີທ​ຣູດ ມາ​ເຊ​ໂກ, ຄູ່​ຕຳ​ແໜ່ງ​ຂອງ​ທ່ານ​ນາງ ໃນ​ເວ​ລາ​ທີ່​ທ່ານ​ນາງ​ໄປ​ເຖິງ ​ສະ​ໜາມ​ບິນມາ​ລາ​ວີ ທີ່​ນະ​ຄອນ ລີ​ລອງ​ເວ ໃນ​ວັນ​ທີ 4 ຕຸ​ລາ 2018.

ສະ​ຕີ​ໝາຍ​ເລກ​ນຶ່ງສະ​ຫະ​ລັດ ທ່ານ​ນາງ​ເມລາເນຍ ທ​ຣຳ ໄປ​ເຖິງ​ປະ​ເທດມາ​ລາ​ວີ
ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງທີ​ສອງ ໃນການ​ໄປ​ຢ້ຽມ​ຢາມສີ່​ປະ​ເທດ​ໃນທະ​ວີບ​ອາ​ຟ​ຣິ​ກາ.

ທ່ານ​ນາງ​ເມລາເນຍ ທ​ຣຳ ຄາດ​ວ່າ ​ຈະ​ໄປ​ຢ້ຽມ​ຢາມ​ເດັກ​ນ້ອຍ​ ຢູ່​ໂຮງ​ຮຽນ​ປະ​ຖົມ
ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ ລີລອງເວຂອງ​ປະ​ເທ​ດັ່ງ​ກ່າວ ຕິດ​ຕາມ​ດ້ວຍ​ການ​ໄປພົບ
​ກັບ​ ທ່ານ​ນາງເກີທ​ຣູດ ມາ​ເຊ​ໂກ, ຄູ່​ຕຳ​ແໜ່ງ​ຂອງ​ທ່ານ​ນາງ ຢູ່​ມາ​ລາ​ວີ.

Melania Trump Visits Malawi
please wait

No media source currently available

0:00 0:01:30 0:00

ພັນ​ລະ​ຍາ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໃຊ້​ມື້​ທີ​ສອງ ​ຂອງ​ການ​ເດີນ​ທາງ
ເພື່ອ​ສົ່ງ​ເສີມສັນ​ທະ​ວະ​ໄມ​ຕີ​ອັນ​ດີ ໄປ​ຍັງ​ທະ​ວີບ​ອາ​ຟ​ຣິ​ກາ ​ໄປ​ຊົມອະ​ດີດ​ ສະ​ຖານ​ທີ່​
ກັກ​ຂັງຂ້າ​ທາດແຫ່ງ​ນຶ່ງ​ໃນ​ວັນ​ພຸດ​ວານນີ້ ຢູ່​ແຄມ​ຝັ່ງ​ທະ​ເລ​ຂອງ​ປະ​ເທດກາ​ນາ. ທ່ານ
​ນາງ​ພັນ​ລະ​ນາ ​ການ​ຢ້ຽ​ມ​ຊົມຄະ​ລື​ຫາດເຄບ​ໂຄ​ສ​ທ໌, ຊຶ່ງ​ເປັນ “ຄະ​ລື​ຫາດ​ກັກ​ຂັງ​ຂ້າ​ທາດ”
ແຫ່ງ​ນຶ່ງ​ໃນ​ຈຳ​ນວນ ປະ​ມານ 40 ແຫ່ງ ທີ່​ສ້າງ​ຂຶ້ນ​ຢູ່ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ​ທອງ​ຄຳ​
ໃນ​ພ​າກ​ຕາ​ເວັນ​ຕົກ​ທະ​ວີບ​ອາ​ຟ​ຣິ​ກາ ໂດຍ​ພວກ​ພໍ່​ຄ້າ​ຊາວ​ຢູ​ໂຣບ ວ່າ “ເປັນ​ເລື້ອງ
​ສະ​ເທືອນ​ໃຈ​ຫລາຍ” ແລະ “ເປັນ​ສິ່ງ​ທີ່​ຜູ້​ຄົນ​ຄວນ​ໄປ​ເບິ່ງ ແລະ​ສຳ​ພັດ​ດ້ວຍ​ຕົນ​ເອງ
​ແທ້ໆ.”

​ທ. ນ. ເມ​ລາ​ເນຍ ທ​ຣຳ, ສະ​ຕີ​ໝາຍ​ເລກ​ນຶ່ງ ໄປພະ​ລາດ​ຊະ​ວັງໄອ​ນ໌​ຊີ​ແມດ​ເຊ ເພື່ອ​ຂໍ​ອະ​ນຸ​ຍາດ ຈາກ​ກະ​ສັດ ໂອ​ຊາ​ບາ​ຣິມ​ບາ​ ເຄວ​ຊີ ອັດ​ຕາ II ຂອງ​ກາ​ນາ​ ເຂົ້າ​ຢ້ຽມ​ ຊົມ​ດິນ​ແດນ ​ຂອງ​ພະ​ອົງ ໃນ​ວັນ​ທີ 3 ຕຸ​ລາ 2018

ກ່ອນ​ຈະ​ໄປ​ເຖິງ​ທີ່ນັ້ນ, ​ອີງ​ຕາມ​ປະ​ເພ​ນີ​ຂອງ​ທ້ອງ​ຖິ່ນ, ສະ​ຕີ​ໝາຍ​ເລກ​ນຶ່ງ ໄດ້​ຢຸດ​ແວ່
ພະ​ລາດ​ຊະ​ວັງໄອ​ນ໌​ຊີ​ແມດ​ເຊ ເພື່ອ​ຂໍ​ອະ​ນຸ​ຍາດ ຈາກ​ກະ​ສັດ ໂອ​ຊາ​ບາ​ຣິມ​ບາ​ ເຄວ​ຊີ
ອັດ​ຕາ II ຂອງ​ກາ​ນາ ເພື່ອ​ເຂົ້າ​ຢ້ຽມ​ຊົມ​ດິນ​ແດນ ​ຂອງ​ພະ​ອົງ.

ການ​ພົ​ບ​ປະ​ກັນ​ລະ​ຫວ່າງ​ທ່ານ​ນາງ​ເມລາເນຍ ທ​ຣຳ ແລະ​ກະ​ສັດ​ນັ້ນ ມີ​ຂຶ້ນ​ຢູ່ໃນ “ຫໍ​
ໂອ​ບາ​ມາ” ຊຶ່ງ​ຕັ້ງ​ຊື່​ຕາມ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ທີ່​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວຂອງ
​ພະ​ອົງ ​ໃນ​ປີ 2009.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG