ປະຊາຊົນປະມານ 200,000 ຄົນ ໃນມາລາວີ ຂາດທີ່ຢູ່ອາໄສ ຍ້ອນ ໄພນໍ້າຖ້ວມທີ່ກະ
ທົບກະເທືອນເຄິ່ງປະເທດ ທີ່ມີຢູ່ 28 ຫົວເມືອງ. ເມື່ອຕົກມາ ເຖິງວັນພຸດແລ້ວນີ້ ລັດຖະ
ບານ ຂອງປະເທດດັ່ງກ່າວ ໄດ້ບັນທຶກວ່າ ມີຢ່າງ ໜ້ອຍ 56 ຄົນແລ້ວ ໄດ້ເສຍຊີວິດ
ແລະຫຼາຍກວ່າ 500 ຄົນ ໄດ້ຮັບບາດເຈັບ. ພວກນັກພະຍາກອນອາກາດໄດ້ເຕືອນວ່າ ຝົນຈະຕົກລົງມາອີກຕື່ມ. ລາເມັກ ມາຊີນາ ສົ່ງລາຍງານເລື້ອງນີ້ ມາຈາກນະຊານເຈ ທີ່
ໄດ້ຮັບຄວາມເສຍຫາຍ ຫຼາຍທີ່ສຸດ ຍ້ອນໄພນໍ້າຖ້ວມດັ່ງກ່າວ ດັ່ງ ສາລີ ຈະນຳລາຍລະ
ອຽດ ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.
ພວກທີ່ຢູ່ໃນສູນຫລົບໄພ ກໍແມ່ນຢູ່ໃນຈຳນວນຊາວມາລາວີ ຈຳນວນ 200,000 ຄົນ ຜູ້
ທີ່ໄດ້ຖືກບັງຄັບໃຫ້ໜີອອກໄປຈາກບ້ານເຮືອນ ຂອງພວກ ເຂົາເຈົ້າ ຍ້ອນນໍ້າຖ້ວມ ທີ່ໄດ້
ທຳລາຍຖະໜົນຫົນທາງ ພັດເອົາຂົວໄປ ແລະ ໄດ້ເອົາຊີວິດສັດລ້ຽງໄປເປັນຈຳນວນ
ຫຼວງຫຼາຍ.
ພວກນັກຊ່ຽວຊານດ້ານອາກາດກ່າວວ່າ ນີ້ເປັນຜົນເນື່ອງມາຈາກລົມໄຊໂຄລນ ເຂດ
ຮ້ອນ ທີ່ພັດມາຈາກປະເທດໂມຊຳບິກ ທີ່ຢູ່ໃກ້ຄຽງ.
ຜູ້ເຄາະຮ້າຍຜູ້ນຶ່ງ ຈາກໄພນໍ້າຖ້ວມ ແມັກດໍໂນລ ເຄລເມັນສ໌ ເວົ້າເປັນພາສາ ຊິເຊວາ
ວ່າ: “ມັນເປັນເວລາທ່ຽງຄືນ ເວລາພວກເຮົານອນຫລັບຢູ່ ຂ້ອຍຕື່ນຂຶ້ນຍ້ອນສຽງອັນ ໃດອັນນຶ່ງຕົກລົງມາ ດັງຂຶ້ນແຮງໆ ຂ້ອຍປຸກຄົນອື່ນໆ ໃນທັນທີ ແລ້ວກໍເຫັນວ່າ ແມ່ນ
ຝາເຮືອນຂອງພວກເຮົາ. ພວກເຮົາຟ້າວໜີໄປຊົ້ນ ເຮືອນຂອງຫົວໜ້າທັນທີ ຈົນຮອດ
ເຊົ້າມື້ຕໍ່ມາ ເວລາເຂົາຈົ້າບອກໃຫ້ພວກເຮົາຢູ່ໃນສູນແຫ່ງນີ້.”
ສຽງນໍ້າທີ່ໄຫລເຂົ້າມາໃນເຮືອນຂອງລາວ ໄດ້ພັດເອົາເກືອບວ່າ ທຸກສິ່ງທຸກຢ່າງ ໄປ ແຕ່ລາວກໍສາມາດໜີຜ່າຍໄປໄດ້ ພ້ອມກັບລູກສອງຄົນຂອງລາວ. ລາວເວົ້າ ຕື່ມວ່າ:
“ບັດນີ້ ພວກເຮົາຫວັງວ່າ ພວກໃຈບຸນທັງຫຼາຍ ຈະຊ່ອຍແຈກອາຫານໃຫ້ພວກ ເຮົາ ເອົາຜ້າຫົ່ມໃຫ້ ແລະໃຫ້ທີ່ພັກພາອາໄສຢູ່ບ່ອນສູງກວ່າ ທີ່ພວກເຮົາຈະຢູ່ ໄດ້.”
ປະທານາທິບໍດີມາລາວີ ທ່ານປີເຕີ້ ມູຕາຣິກາ ໄດ້ປະກາດວ່າ ພວກ 14 ຫົວ ເມືອງ ທີ່
ຖືກກະທົບ ແມ່ນເປັນເຂດໄພຫາຍະນະ ແລະຮ້ອງຂໍເອົາຄວາມຊ່ອຍ ເຫຼືອໂດຍດ່ວນ.
ແຕ່ວ່າເຄື່ອງບັນເທົາທຸກ ທີ່ພ້ອມແລ້ວທີ່ຈະຖືກເຂົ້າໄປ ແມ່ນຖືກຂັດຂວາງໂດຍ ຖະ
ໜົນທີ່ຍັງຄົງຖືກຕັດຂາດຢູ່.
ທ່ານແຟຣນຊິສກັດ ໂຊໂກຢາ ປະຈຳໜ່ວຍບໍລິຫານໄພບິບັດເວົ້າ ເປັນພາສາ ອັງກິດ
ວ່າ: “ບາງທີພວກເຮົາຕ້ອງໄດ້ຮ້ອງຫາ ຫ້ອງການໃຫຍ່ຂອງພວກເຮົາ ໃຫ້ຊ່ອຍເຫຼືອ
ໂດຍການໃຊ້ເຮລີກັອບເຕີ້ເພື່ອເຮົາຈະໄດ້ຂົນສົ່ງເຄື່ອງບັນເທົາທຸກທາງອາກາດ ໄປຫາ
ສູນຕ່າງໆທີ່ໄປບໍ່ເຖິງໂດຍທາງລົດ.”
ໃນຂະນະດຽວກັນ ພວກພະນັກງານຮັກສາສຸຂະພາບ ກໍໄດ້ຖືກສົ່ງໄປ ຢູ່ໃນສູນ ຕ່າງໆ
ເພື່ອປິ່ນປົວຄົນເຈັບ ແລະແນະນຳໃຫ້ຄົນຮູ້ຈັກວິທີປ້ອງກັນພະຍາດຕິດຕໍ່ຕ່າງໆ.
ທ່ານບຣາມ ມາກາວີ ພະແນກຄວບຄຸມພະຍາດກ່າວວ່າ “ພວກເຮົາປິ່ນປົວພະຍາດ
ເລັກໆນ້ອຍໆນຳ ປິ່ນປົວພວກເດັກນ້ອຍຕໍ່າກວ່າ 5 ປີ ເຊັ່ນພະຍາດໄຂ້ຍຸງ ພະຍາດ
ປອດບວມ ພະຍາດທ້ອງຊຸ ແລະພະຍາດຕາ ນີ້ແມ່ນບົດບາດສຳຄັນຂອງພວກເຮົາ.
ອາຫານທີ່ຄ້າຍໆຄືກັນ ຢູ່ທາງພາກໃຕ້ມາລາວີ ເມື່ອສີ່ປີກ່ອນ ໄດ້ເອົາຊີວິດຜູ້ ຄົນໄປ
276 ຄົນ ແລະເຮັດໃຫ້ຄົນຂາດທີ່ຢູ່ອາໄສ 230,000 ຄົນ.
ເຈົ້າໜ້າທີ່ລັດຖະບານກ່າວວ່າ ພວກເຂົາເຈົ້າມີແຜນການທີ່ຈະເລີ້ມຕົ້ນ ຍ້າຍຄົນ ໄປຢູ່
ບ່ອນດິນສູງກວ່າ.
ທ່ານແຟຣນຊິສ ກັດໂຊໂກຢາກ່າວວ່າ: “ຂ້າພະເຈົ້າຄິດວ່າພວກເຮົາຈະສະສາງທຸກສິ່ງ
ທຸກຢ່າງຈາກໄພຫາຍະນະອັນຮ້າຍແຮງ ທີ່ໄດ້ເກີດຂຶ້ນ ໃນປີ 2015 ນັ້ນ ລວມທັງອັນທີ່
ຫາກໍເກີດຂຶ້ນ ໃນເດືອນມີ ນາປີ 2019 ນີ້ ໃຫ້ໝົດໄປ.”
ເຖິງຢ່າງໃດກໍດີ ພວກພະຍາກອນອາກາດກໍໄດ້ເຕືອນວ່າ ອີກອາທິດນຶ່ງຝົນຕົກ ໜັກຈະກັບຄືນມາ ຕັ້ງແຕ່ວັນທີ 14 ມີນາເປັນຕົ້ນໄປ ຢູ່ບາງສ່ວນຂອງພາກໃຕ້ ແລະພາກເໜືອ ມາລາວີ. ມີທ່າທາງວ່າ ຝົນດັ່ງກ່າວ ຈະພາໃຫ້ເກີດນໍ້າຖ້ວມຕື່ມ ຂຶ້ນ.