ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ ມາລາວີ ຕັດສິນໂທດຂັງຄຸກ 56 ປີຕໍ່ອາຊະຍາກອນ ຄ້າສັດປ່າ


ງາຊ້າງຖືກຍຶດໄດ້, ເຊິ່ງຖືກຂົນສົ່ງຈາກ ມາລາວີ ຫາປະເທດ ໄທ. 7 ມີນາ 2017.
ງາຊ້າງຖືກຍຶດໄດ້, ເຊິ່ງຖືກຂົນສົ່ງຈາກ ມາລາວີ ຫາປະເທດ ໄທ. 7 ມີນາ 2017.

ບັນດາເຈົ້າໜ້າທີ່ອະນຸລັກສັດປ່າຂອງປະເທດ ມາລາວີ ໄດ້ປະກາດໄຊຊະນະ ຫຼັງຈາກສານໄດ້ຕັດ ສິນຂັງຄຸກສະມາຊິກ 9 ຄົນຂອງແກັ່ງລັກລອບຄ້າ ສັດປ່າຈີນລວມທັງໝົດ 56 ປີ. ສະມາຊິກຂອງກຸ່ມ ຫຼິນ-ສາງ ຖືກພົບມີຄວາມຜິດ ກ່ຽວກັບ ການລັກລອບຄ້າສັດສາຍພັນທີ່ຖືກປົກປ້ອງ ແລະ ອະໄວຍາວະລວມມີ ໂຕລິ່ນ, ນໍແຮດ ແລະ ງາຊ້າງ. ຜູ້ທີ່ຖືກກ່າວຫາວ່າ ເປັນໂຕການໃຫຍ່ຂອງກຸ່ມທີ່ວ່ານັ້ນ ແມ່ນມີກຳນົດຂຶ້ນສານໃນວັນພຸດແລ້ວນີ້. ນັກຂ່າວ ວີໂອເອ ລາເມັກ ມາຊີນາ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


9 ຄົນທີ່ວ່ານັ້ນແມ່ນສ່ວນນຶ່ງຂອງສະມາຊິກ 14 ຄົນຂອງແກັ່ງລັກລອບຄ້າສັດປ່າ, ຜູ້ທີ່ຖືກຕຳຫຼວດ ມາລາວີ ຈັບກຸມໃນເດືອນພຶດສະພາປີກາຍນີ້.

ໃນນັ້ນລວມມີຊາວ ມາລາວີ 2 ຄົນ ແລະ ຄົນ ຈີນ 12 ຄົນ.

ຄົນ ຈີນ ບາງຄົນແມ່ນໄດ້ຖືກຂັງຄຸກ 6 ປີແລ້ວ ໃນນະຄອນຫຼວງ ລີລອງເວ.

ຫຼັງຈາກໄດ້ຮັບຜ່ານການຕັດສິນໃນວັນຈັນທີ່ຜ່ານມາເພີ່ມເຕີມ, ຜູ້ພິພາກສາ ຟລໍເຣັນສ໌ ເຊຄານເດຍນາ ຍັງໄດ້ສັ່ງໃຫ້ເນລະເທດພວກລັກລອບຄ້າສັດປ່າ ຈີນ ອອກຈາກປະເທດໃນທັນທີ ຫຼັງຈາກຖືກຂັງຄຸກຄົບເວລາຂອງພວກເຂົາແລ້ວ.

ທະນາຍຄວາມຂອງຈຳເລີຍ ທ່ານ ກິລເບີດ ຄານຢອກວາ ກ່າວຕໍ່ວີໂອເອໃນ ວັນອັງຄານທີ່ຜ່ານມາວ່າ ລາວບໍ່ສາມາດເຮັດຫຍັງໄດ້ ເພາະວ່າລາວຍັງບໍ່ໄດ້ເຫັນສຳເນົາເອກະສານຂອງການຕັດສິນໂທດເທື່ອ.

ທ່ານ ຄານຢອງວ່າ ກ່າວວ່າ “ພ້ອມກັບລູກຄວາມຂອງຂ້າພະເຈົ້າ ພວກເຮົາ ຕ້ອງໄດ້ເບິ່ງມັນນຳກັນ ແລະ ເຄົາລົບພື້ນຖານທີ່ວ່າເປັນຫຍັງສານຈຶ່ງຕັດສິນ ແນວນັ້ນ ກ່ອນທີ່ພວກເຮົາຈະຕັດສິນວ່າ ພວກເຮົາຈະປ່ອຍໃຫ້ເປັນແນວນັ້ນ ຫຼື ຂໍອຸ ທອນ.”

ທ່ານ ບຣາຍຕັນ ກຳເຈັດວາ ແມ່ນຜູ້ອຳນວຍການຂອງອົງການສວນອຸດທະ ຍານແຫ່ງຊາດ ແລະ ສັດປ່າຂອງ ມາລາວີ.

ທ່ານໄດ້ກ່າວຕໍ່ວີໂອເອຜ່ານແອັບພລີເຄຊັ້ນສົ່ງຂໍ້ຄວາມວ່າ ການຕັດສິນໂທດ ແມ່ນໄຊຊະນະຕໍ່ຄວາມພະຍາຍາມໃນການປາບປາມອາຊະຍາກຳຄ້າສັດປ່າ ຂອງປະເທດ.

ທ່ານ ກຳເຈັດວາ ກ່າວວ່າ “ພວກເຮົາກຳລັງເບິ່ງກຸ່ມຕ່າງປະເທດທີ່ກໍ່ການຮ້າຍ ໃນພາກໃຕ້ຂອງ ອາຟຣິກາ ແລະ ລວມທັງ ມາລາວີ. ແລະ ຕອນນີ້ພວກນັກ ໂທດທີ່ວ່ານັ້ນໄດ້ຖືກຕັດສິນຂັງຄຸກ 11 ປີ, ແລະ ພວກເຂົາຕ້ອງຖືກຂັງຄຸກອີກ 6 ປີເຊິ່ງໝາຍຄວາມວ່າ ພວກເຂົາຈະຖືກຂັງຄຸກເປັນເວລາ 17 ປີ. ຂ້າພະເຈົ້າ ໝັ້ນໃຈວ່າ ກຸ່ມດັ່ງກ່າວຕອນນີ້ແມ່ນກຳຖືກຮື້ຖອນຍ້ອນອາຊະຍາກອນພວກນີ້.”

ທ່ານ ກຳເຈັດວາ ເວົ້າວ່າກຸ່ມຕ່າງປະເທດທີ່ວ່ານັ້ນໄດ້ເກນເອົາຄົນໃນທ້ອງຖິ່ນ ເພື່ອເຂົ້າຮ່ວມໃນການລັກລອບຄ້າສັດປ່າເປັນເວລາ 10 ປີທີ່ຜ່ານມາ.

ອົງການສືບສວນສິ່ງແວດລ້ອມ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ, ເຊິ່ງໂຄສະນາຕໍ່ຕ້ານອາຊະຍາ ກຳ ແລະ ການລະເມີດຕໍ່ສິ່ງແວດລ້ອມ ໄດ້ສະແດງຄວາມຍິນດີກັບການຕັດສິນໂທດດັ່ງກ່າວ.

ຜູ້ອຳນວຍການໃຫຍ່ຂອງເຂົາເຈົ້າ, ທ່ານນາງ ແມຣີ ໄຣສ໌ ໄດ້ກ່າວຕໍ່ວີໂອເອ ຜ່ານທາງແອັບພລີເຄຊັ້ນສົ່ງຂໍ້ຄວາມວ່າ ການຕັດສິນໄດ້ສະແດງໃຫ້ເຫັນປະເທດ ມາລາວີ ໄດ້ສະແດງໃຫ້ເຫັນວ່າ ມັນມີຄວາມເປັນໄປໄດ້ທີ່ຈະກຳຈັດກຸ່ມທີ່ວ່ານັ້ນ ພາຍໃນເຂດຊາຍແດນຂອງເຂົາເຈົ້າເອງ.

ທ່ານນາງ ໄຣສ໌ ກ່າວວ່າ “ໃນກໍລະນີນີ້ໂດຍສະເພາະ, ມັນໄດ້ເປັນເສັ້ນທາງທີ່ ຫຍຸ້ງຍາກຫຼາຍ. ກຸ່ມທີ່ວ່ານັ້ນມີເສັ້ນສາຍທີ່ດີ ແລະ ໄດ້ໃຊ້ທຸກວິທີທາງ ເພື່ອຫຼົບໜີຈາກລະບຽບກົດໝາຍ, ແຕ່ມັນມີການຢືນຢັດ ແລະ ການນຳພາທີ່ຊັດເຈນ ເຊິ່ງສະແດງໃຫ້ເຫັນວ່າແທ້ຈິງແລ້ວເຈົ້າສາມາດລະບຸຕົວ ແລະ ລົງໂທດບຸກຄົນ ພວກນີ້ໄດ້.”

ທ້າວ ຢຸ່ນຫົວ ລິນ ຜູ້ທີ່ຖືກກ່າວຫາວ່າເປັນໂຕການຂອງກຸ່ມລັກລອບຄ້າສັດປ່າ ດັ່ງກ່າວ, ຖືກຈັບໃນເດືອນສິງຫາປີກາຍນີ້ ລຸນຫຼັງການຕາມລ່າດົນສາມເດືອນ.

ລາວຄາດວ່າຈະໄປປາກົດຕົວໃນສານໃນວັນພຸດທີ່ຜ່ານມາ ເພື່ອຕອບຂໍ້ກ່າວຫາ ການຄອບຄອງນໍແຮດ, ການສົມຮູ້ຮ່ວມຄິດ ແລະ ການຟອກເງິນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG