ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກ ມາເລເຊຍ ກັບຄືນບ້ານແລ້ວ ເພື່ອຮັບມື ກັບ ໄພນຳ້ຖ້ວມ


ນ້ຳຖ້ວມຢູ່ມາເລເຊຍ
ນ້ຳຖ້ວມຢູ່ມາເລເຊຍ

ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najib Razak ​ໄດ້​ກັບ​
ຄືນໄປ​ເຖິງ​ບ້ານ​ແລ້ວ ຫລັງ​ຈາກ​ໄດ້ຕັດ​ເວລາ​ການ​ພັກຜ່ອນ
ທີ່​ລັດ​ຮາ​ວາຍໃຫ້ສັ້ນ​ລົງ​ ເພື່ອນຳພາ​ການ​ຮັບມື​ກັບ​ໄພນຳ້ຖ້ວ​ມ
​ໃນ​ລະຫວ່າງ​ທີ່ມາເລເຊຍ ​ເກີດ​ຝົນຕົກ​ໜັກ ​ໃນ​ຮອບ ຫລາຍ
ສິບປີ.

ທ່ານ Najib ​ໄດ້​ໄປ​ເຖິງລັດ​ Kelantan ​ໃນຕອນບ່າຍ​ວັນ​ເສົາ​
ມື້​ນີ້ ບ່ອນທີ່ໄດ້ ຮັບຄວາມເສຍຫາຍຮ້າຍ​ແຮງທີ່​ສຸດ ​ແລະທ່ານ
​ໄດ້​ຟັງການລາຍ​ງານ​ຢ່າງສັ້ນໆ​ໃຫ້​ຊາບ​ເຖິງ​ສະພາບໄພນຳ້
ຖ້ວມ ​ທີ່​ພວມທະວີຄວາມຮ້າຍແຮງຂຶ້ນ. ທ່ານ​ມີ​ແຜນ​ທີ່​ຈະ​ຂີ່​
ເຮືອ ​ແລະ​ເຮືອບິນ​ເຮ​ລິ​ຄອບ​ເຕີ ​ເພື່ອ​ຊັ່ງ​ຊາ​ເບິ່ງສະພາບ​ການ.

ຜູ້ນຳ​ມາ​ເລ​ເຊຍ ​ໄດ້​ປ​ະກາດ​ໃຫ້ໃຫ້ເງິນຊ່ວຍເຫຼືອ​ບັນ​ເທົາ​ທຸກ 145 ລ້ານ​ໂດ​ລາ​ແກ່​ຜູ້​ເຄາະ
​ຮ້າຍ​ຈາກ​ນໍ້າຖ້ວມ​ຢູ່​ທົ່ວ​ປະ​ເທດ ຊຶ່ງ​ຈະ​ໄດ້​ບໍລິຫານ​ງານໂດຍ ສະພາ​ຄວາມ​ໝັ້ນຄົງ​ຂອງ​ປະ
​ເທດ. ນັ້ນແມ່ນການ​ຊ່ວຍ​ເຫລືອ​ເພີ້​ມ​ເຕີມ ຕໍ່ໂຄງການທີ່ ໄດ້ປະກາດໄປແລ້ວກ່ອນໜ້ານີ້.

ທ່ານ Najib ​ໄດ້​ຖືກ​ໂຈມ​ຕີໃນ​ອາທິດ​ນີ້ ຫລັງ​ຈາກ​ຮູບ​ຂອງທ່ານ ​ໄດ້​ປະກົດ​ອອກ​ຢູ່ໃນລາຍ
ງານຂ່າວທີ່ສະແດງໃຫ້ເຫັນວ່າ ທ່ານ Najib ກຳລັງ​ຫລີ້ນ​ກອຟ ກັບ​ປະທານາທິບໍດີສະຫະ
ລັດ ທ່ານ Barack Obama ທີ່​ລັດ Hawaii. ປະຊາຊົນ​ພາກັນ​ສົ່ງຂໍ້ຄວາມຕ່າງໆ​ ໄປຍັງ​
ໜ້າ Facebook ຂອງທ່ານ ຮຽກ ຮ້ອງ​ໃຫ້​ທ່ານ​ກັບ​ຄືນ​ບ້ານ ​ໃນ​ຂະນະ​ທີ່​ກຳລັງເກີດໄພ
ນໍ້າ ຖ້ວມ​ຢ່າງ​ຮ້າຍ​ແຮງ.

ມີຫລາຍໆຄົນ​ໄດ້​ເສຍ​ຊີວິດ​ຈາກ ລະດັບນຳ້ທີ່​ຂື້ນ​ສູງ ​ແລະ​ຫຼາຍ​ກວ່່າ 160,000 ຄົນ​ບໍ່​ມີ​
ທີ່ຢູ່​ອາ​ໄສ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຍົກຍ້າຍຜູ້ຄົນອອກຈາກ​ຫລາຍ​ໝູ່່​ບ້ານ ​ແລະ​ເມືອງ​ຕ່າງໆ​ຢູ່​ໃນ​ຫ້າ​ລັດ
ທາງ​ພາກ​ເໜືອ​ຂອງ​ມາ​ເລ​ເຊຍ ທີ່ໄດ້ຖືກນ້ຳຖ້ວມຍ້ອນມີ​ຝົນຕົກ​ໜັກ​ທີ່​ຮ້າຍ​ແຮງຜິດປົກ
ກະຕິ.

ບັນດາ​ນັກ​ພະຍາກ​ອນອາກາ​ດ​ມາ​ເລ​ເຊຍ ກ່າວ​ວ່າ ຝົນຕົກ​ໜັກ​ຍັງຈະ​ດຳ​ເນີນຢູ່ ​ຕໍ່​ໄປອີກ
ໃນສອງ​ສາມ​ມື້​ຂ້າງໜ້າ ​ແຜ່​ລາ​ມອອກ​ໄປ​ສູ່ບັນດາລັດ ​ທາງ​ພາກ​ໃຕ້​ທີ່ບໍ່ໄດ້ຮັບຜົນກະທົບ
ມາກ່ອນ.

ເພື່ອນບ້ານຫລາຍໆປະເທດກໍໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ຮ້າຍແຮງເຊັ່ນດຽວກັນ.

MALAYSIA FLOODS VO
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG