ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ອະນາໄມໂລກ ເປັນຫ່ວງນໍາ ການກັບມາ ລະບາດໃໝ່ ຂອງມາເລເຣຍ


ສັນຍາລັກຂອງ ອົງການອະນາໄມໂລກ ຫລື WHO
ສັນຍາລັກຂອງ ອົງການອະນາໄມໂລກ ຫລື WHO
ອົງການ​ອະນະ​ໄມ​ໂລກ ຫຼື WHO ກ່າວ​ວ່າ ​ເຖິງ​ແມ່ນວ່າ​ມີ​
ຄວາມຄືບ​ໜ້າ​ຢ່າງ​ໃຫຍ່​ຫລວງ​ໃນ​ການ​ປິ່ນ​ປົວ​ແລະ​ປ້ອງ​ກັນ
ພະ​ຍາດ​ໄຂ້ປ່າມາ​ເລ​ເຣຍຫລື​ໄຂ້ຍຸງ ​ຢູ່​ໃນ​ຫລາຍໆ​ປະ​ເທດ
ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາກໍ​ຕາມ ​ແຕ່ການ​
ຂາດ​ເຂີນ​ທຶນຮອນ ອາດຈະເຮັດ​ໃຫ້​ພະຍາດ​ດັ່ງກ່າວ​ກັບ​ຄືນ
​ມາ​ໃໝ່​ອີກ.

ລາຍ​ງານ​ປະ​ຈໍາປີສະບັບ​ໃໝ່ ຂອງອົງການ WHO ກ່າວ​ວ່າ ການ​ສະໜັບສະ​ໜຸນ​ຢູ່​ໃນ​ທົ່ວ​ໂລກ ​ໃນ​ການ​ຕໍ່ສູ້ຕ້ານພະຍາດ​ມາ​ເລ​ເຣຍໃນ​ຮອບ ປີຜ່ານມາ​ໄດ້​ຢຸດ​ຊະ​ງັກລົງ ຫລັງ​ຈາກ​ໄດ້​ມີ​ການຂະຫຍາຍຕົວ​ຢ່າງ​ວ່ອງໄວ ລະຫວ່າງ​ປີ 2004 ​ແລະ 2009​. ລາຍ​ງານ​ທີ່​ນຳອອກເຜີຍ​ແຜ່​ໃນ ​ອາທິດ​ນີ້ກ່າວ​ວ່າ ດ້ວຍ​ເຫດຜົນ​ດັ່ງກ່າວ​ນີ້ ການຈັດ​ສົ່ງ​ມຸ້ງ​ທີ່​ອາບ​ນໍ້າ​ຢາ ​ຂ້າ​ຍຸງໄປ​ໃຫ້​ບັນດາ​ປະ​ເທດ​ທີ່​ຖືກ​ຄຸກ​ຄາມ​ໂດຍ​ໄ​ຂ້ມາ​ເລ​ເຣຍ ​ໃນ​ເຂດ ​ໃຕ້​ທະ​ເລ​ຊາຍ​ຊາ​ຮາຣາຂອງ​ທະວີບອາ​ຟຣິກາ ​ໄດ້​ຫຼຸດລົງ​ຫຼາຍກວ່າ​ເຄິ່ງ ນຶ່ງ​ໃນ​ໄລຍະ​ສອງ​ປີ​ທີ່​ຜ່ານ​ມາ ຄື​ຈາກ 145 ລ້າ​ນດາງ​ໃນ​ປີ 2012 ລົງ ມາ​ເປັນ 66 ລ້ານ​ດາງ ​ໃນ​ປີ 2012.

​ໄນ​ຈີ​ເຣຍ ​ແລະ​ສາທາລະນະ​ລັດຄອງ​ໂກ ​ເປັນ​ປະ​ເທດ​ທີ່ໄດ້​ຮັບ​ຜົນ​ກະທົບຮ້າຍ​ແຮງທີ່​ສຸດ​ຢູ່​ໃນ​ຂົງ​ເຂດອາ​ຟຣິກາ. ສ່ວນອິນ​ເດ​ຍ ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ແຮງ​ທີ່​ສຸດ​ໃນ​ເອ​ເຊຍ.

​ເຈົ້າ​ໜ້າ​ທີ່​ອົງການ WHO ທ່ານ Richard Cidulskis ກ່າວ​ວ່າ ​ຄາດ​ຄະ​ເນ​ວ່າ 1 ລ້ານ 1 ​ແສນ​ຄົນ ​ໄດ້ລອດ​ພົ້ນຈາກເສຍ​ຊີວິດ​ຍ້ອນມາ​ເລ​ເຣຍ ​ຢູ່ໃນ 10 ປະ​ເທດທີ່​ຖືກ​ຄຸກ​ຄາມ​ໜັກ​ທີ່​ສຸດ​ຢູ່​ໃນອາ​ຟຣິກາ. ທ່ານ ກ່າວ​ຕື່ມ​ວ່າ ​ອີກ 50 ປະ​ເທດພວມຢູ່​ໃນ​ເສັ້ນທາງ​ໄປ​ສູ່​ການ​ຫລົດຜ່ອນ​ ການ​ເສຍ​ຊີວິດ​ຍ້ອນພະຍາດມາ​ເລ​ເຣຍ 75 ​ເປີ​ເຊັ​ນ ພາຍ​ໃນ​ປີ 2015.

​ແຕ່​ທ່ານ​ກ່າວວ່າ ​ທຶນຮອນ​ທີ່​ຫຼຸດລົງ​ສຳ​ລັບຢາກິນ ມຸ້ງນອນ ​ແລະ​ເຄື່ອງໃຊ້ທີ່​ຈໍາ​ເປັນ
ຕ່າງໆ ​ໃນ​ການ​ຕໍ່ສູ້​ກັບ​ພະຍາດມາ​ເ​ລເຣຍນັ້ນ ອາດ​ຈະ​ພາ ​ໃຫ້​ເກີດ​ມີ​ການ​ແຜ່​ລະບາດ​ຄືນ​ໃໝ່​ຂອງ​ພະຍາດ​ດັ່ງກ່າວ.
XS
SM
MD
LG