ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາທີ່ໃຊ້ຂ້າເຫົາໃນຫົວ ມີປະສິດທິຜົນດີ ໃນການຕໍ່ຕ້ານໄຂ້ມາເລເຣຍ (​ເບິ່ງ​ວີ​ດີ​ໂອ​ລາວ/ອັງກິດ)


ທ່ານ ໄບຣເອິນ ຟອຍ ນັກຄົ້ນຄວ້າກ່ຽວກັບໄຂ້ຍຸງທີ່ມະຫາວິທະຍາໄລ ລັດໂຄໂລຣາໂດ ຫລື Colorado State University
ທ່ານ ໄບຣເອິນ ຟອຍ ນັກຄົ້ນຄວ້າກ່ຽວກັບໄຂ້ຍຸງທີ່ມະຫາວິທະຍາໄລ ລັດໂຄໂລຣາໂດ ຫລື Colorado State University

ພວກນັກຄົ້ນຄວ້າໄດ້ຄົ້ນພົບວ່າ ຢາທີ່ບໍ່ແພງແລະມີຂາຍຢູ່ທົ່ວໄປ ຢ່າງແຜ່ຫລາຍ ທີ່ໃຊ້ປົວ​ໂຣກຕາບອດ ​ຍ້ອນ​ໂຕ​ໜອນ​ຢູ່​ໃນ​ນໍ້າໃນທະວີບອາຟຣິກາ ແລະເຫົາຢູ່ນໍາຫົວເດັກນ້ອຍ ໃນ ໂຮງຮຽນອາເມຣິກັນນັ້ນ ກໍມີປະສິດທິພາບໃນການຫລຸດຜ່ອນການນໍາສົ່ງເຊື້ອໄຂ້ມາເລເຣຍ ຫລືໄຂ້ຍຸງ ໄປແຜ່ຜາຍນັ້ນໄດ້ເຊັ່ນກັນ ໂດຍສະເພາະແມ່ນຢູ່ໃນຊ່ວງລະດູແຜ່ລະບາດຂອງ ພະຍາດລະບາດໄປທົ່ວໂລກທີ່​ວ່າ​ນີ້. ຜູ້ສື່ຂ່າວວີໂອເອ Vidushi Sinha ມີລາຍລະອຽດ ເລື້ອງນີ້ ຊຶ່ງວັນນະສອນຈະນໍາມາສະເໜີທ່ານ.

ມີ​ຄົນຕັ້ງຄໍາຖາມຂຶ້ນ​ມາ​ວ່າ:

“​ເຮົາສາມາດຂ້າຍຸງທີ່ກັດ​ເຮົາ​ນັ້ນໃຫ້​ຕາຍ ດ້ວຍສິ່ງ​ໃດ​ສິ່ງ​ນຶ່ງທີ່ຢູ່ໃນເລືອດຂອງເຮົາ
ໄດ້ບໍ່?"

ທ່ານ ໄບຣເອິນ ຟອຍ (Brian Foy) ນັກຄົ້ນຄວ້າກ່ຽວ​ກັບ​ໄຂ້​ຍຸງທີ່ມະຫາວິທະຍາໄລ
ລັດໂຄໂລຣາໂດຫລື Colorado State University ​ໄດ້​ຄົ້ນ​ພົບ​ວ່າ ​ເຮົາ​ສາມາດ​ເຮັດໄດ້.

ທ່ານຟອຍກໍາລັງເຮັດວຽກ ກ່ຽວກັບໂຄງການຄວບຄຸມພະຍາດໄຂ້ມາເລເຣຍ. ທ່ານເວົ້າວ່າ
ການຂ້າຍຸງໃນຂະນະທີ່ມັນກັດເຮົານັ້ນ ມີຜົນປະໂຫຍດຫລາຍຢ່າງ ​ແລະ​ວ່າ ມັນ​ບໍ່ແມ່ນ
ພຽງ​ແຕ່ວິທີທີ່ສະຫລາດ​ເທົ່າ​ນັ້ນ ໃນການເອົາສານພິດ​ເຂົ້າ​ໄປ​ຂ້າເຊື້ອກາຝາກທີ່ພາໃຫ້ເກີດ
ໂຣກມາເລເຣຍທີ່ມີຊີວິດຢູ່ໃນຍຸງນັ້ນໂດຍກົງ ແຕ່ມັນຍັງຊ່ວຍຮັກສາສະພາບແວດລ້ອມ ບໍ່
ໃຫ້ຖືກທໍາລາຍໂດຍຢາຂ້າແມງໄມ້ອີກດ້ວຍ.

ເດັກນ້ອຍຈາກບ້ານໃກ້ຄຽງ ໃນປະເທດເສເນກາລ ມາເຕົ້າໂຮມກັນ ທີ່ຄລີນິກປິ່ນປົວສຸຂະພາບ Mbosse ເພື່ອເບິ່ງການສະແດງລະຄອນ ກ່ຽວກັບວິທີປ້ອງກັນ ພະຍາດໄຂ້ມາເລເຣຍ.
ເດັກນ້ອຍຈາກບ້ານໃກ້ຄຽງ ໃນປະເທດເສເນກາລ ມາເຕົ້າໂຮມກັນ ທີ່ຄລີນິກປິ່ນປົວສຸຂະພາບ Mbosse ເພື່ອເບິ່ງການສະແດງລະຄອນ ກ່ຽວກັບວິທີປ້ອງກັນ ພະຍາດໄຂ້ມາເລເຣຍ.

ຢູ່ໃນການສຶກສາຄົ້ນຄວ້າຢູ່ກັບ
ບ່ອນບັ້ນນຶ່ງ ທີ່ໄດ້ເຮັດ​ຂຶ້ນຢູ່ໃນ
ຫລາຍໆ ໝູ່ບ້ານໃນປະເທດ​
ເສ​ເນ​ກາລ ກ່ຽວ​ກັບການນໍາສົ່ງ
ເຊື້ອໄຂ້ມາເລເຣຍຫລືໄຂ້ຍຸງໄປ
ແຜ່ຜາຍ​ໂດຍ​ໂຕ​ຍຸງ​ນັ້ນ, ທ່ານ
ຟອຍແລະຜູ້ຮ່ວມງານຂອງທ່ານ
ໄດ້ພົບວ່າ ຢາຊະໜິດນຶ່ງທີ່ໄດ້
ໃຊ້ກັນມາຢ່າງຫລວງຫລາຍເພື່ອ
ປິ່ນປົວພະຍາດສອງ​ຢ່າງ ທີ່ມາ​
ຈາກເຊື້ອກາຝາກ ຊຶ່ງ​ເປັນໂຣກ
ທີ່ມີຢູ່ທົ່ວໄປຫລາຍທີ່ສຸດໃນທະ
ວີບອາຟຣິກາ ກໍ​ຄື​ພະຍາດ​ທີ່​ພາ​
ໃຫ້​ຕາບອດ​ຍ້ອນ​ເຊື້ອ​ກາ​ຝາກ
ຂອງໂຕ​ໜອນ​ຢູ່​ໃນ​ນໍ້າ ຫລື
river blindness ແລະໂຣກ
ຂາຊ້າງຕີນ​ຊ້າງ ຫລື elephantiasis ນັ້ນ ​ ມີຄຸນລັກສະນະເປັນຢາຂ້າ​ແມງໄມ້ໄດ້ນໍາ. ທ່ານ ຟອຍ ​ເວົ້າວ່າ

“ພວກເຮົາກໍາລັງ​ຫັນປ່ຽນວັດຖຸປະສົງຂອງຢາ ທີ່ມີລາຄາຖືກໆ ແລະສໍາຄັນສໍາລັບໃຊ້
ຄວບຄຸມ​ແມ່​ທ້ອງນັ້ນ ມາ​ເປັນຄວບຄຸມໄຂ້ມາເລເຣຍ ຫລືໄຂ້ຍຸງ ທີ່ເຮົາອາດ​ສາມາດ​ເຮັດໄດ້
."

ຢາ​ທີ່​ວ່າ​ນີ້​ກໍ​ຄື​ຢາ​ Ivermectin (ໄອ​ເວີ​ເມັກ​ຕິນ). ການສຶກສາຄົ້ນຄວ້າສະແດງໃຫ້ເຫັນວ່າ
ຫລັງຈາກ​ໄດ້​ມີ​ການ​ເອົາຢາ Ivermectin ​ເມັດນຶ່ງ ໃຫ້ພວກຊາວບ້ານກີ​ນຫລາຍໆຄັ້ງ ກໍ​ພົບ
ວ່າ​ມັນໄດ້ເຮັດໃຫ້ຈໍານວນ​ໂຕຍຸງ ທີ່ພົບວ່ານໍາເຊື້ອກາຝາກມາເລເຣຍ ມາ​ແຜ່ຜາຍນັ້ນ ຫລຸດ
ລົງ 79%. ​ແຕ່​ວ່າຢູ່ໃນໝູ່ບ້ານທີ່ບໍ່ໄດ້ໃຫ້ຢາດັ່ງກ່າວນີ້ ແມ່ນມີຍຸງທີ່ມີເຊື້ອໄຂ້ມາເລເຣຍນັ້ນ
ເພີ້ມຂຶ້ນປະມານ 246%.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກບ່ອນ wmv ຫລື mp4 ຂ້າງເທິງຂວາມື

ພວກນັກຄົ້ນຄວ້າພົບວ່າ ​ເຊຶ້ອຢາທີ່ໝູນວຽນຢູ່ໃນເລືອດຂອງຄົນ ໄດ້ຂ້າຍຸງໃຫ້ຕາຍໄປ.
ໄດ້ມີການເອົາຢາ Ivermectin ໃຫ້ປະຊາຊົນ​ກິນ ປີ​ລະ​ເທື່ອ ຢູ່​ໃນຫລາຍປະເທດໃນເຂດ
ໃຕ້ທະ​ເລ​ຊາຍ​ຊາ​ຮາຣາໃນທະວີບອາຟຣິກາ ເພື່ອຕໍ່ຕ້ານການຕິດເຊື້ອພະຍາດທົ່ວໄປ. ແຕ່
ພວກນັກຄົ້ນຄວ້າເວົ້າວ່າ ຖ້າຫາກເອົາຢານີ້ໃຫ້ປະຊາຊົນ​ກິນເລື້ອຍໆຂຶ້ນກວ່າເກົ່າ ມັນກໍ
ສາມາດນໍາຜົນປະໂຫຍດອັນອື່ນມາໃຫ້ເຂົາເຈົ້ານໍາອີກດ້ວຍ. ທ່ານ ຟອຍ ຊີ້ແຈງວ່າ:

“ຖ້າຫາກເອົາຢາ Ivermectin ໃຫ້ຊາວບ້ານເລື້ອຍໆຂຶ້ນ ດັ່ງທີ່ພວກເຮົາກໍາລັງສະເໜີ
ຢູ່​ນີ້ ເພື່ອຄວບຄຸມການ​ແຜ່ຜາຍ​ຂອງເຊື້ອໄຂ້ຍຸງ​ນັ້ນ ມັນກໍຈະເລີ້ມມີຜົນກະທົບ ທີ່​ຕໍ່ຕ້ານ
ກັບການເຈັບປ່ວຍທີ່ມາ​ຈາກ​ເຊື້ອ​ພະຍາດຢູ່​ໃນດິນ ທີ່ຄົນເຮົາມີຢູ່ໃນລໍາໃສ້ ເຊ່ນ ​ແມ່​ທ້ອງ
ເສັ້ນດ້າຍ, ​ແມ່​ທ້ອງໂຕກົມ, ແລະອາດແມ່ນກະທັ້ງ​ແມ່​ທ້ອງປາກຂໍ, ທີ່ພາໃຫ້ເກີດການ
ເຈັບປ່ວຍທີ່ເຊື່ອງຊ້ອນຢູ່ໃນຄົນນັ້ນ."

ທ່ານ ພີເຕີ ໂຮເທສ໌ (Peter Hotez) ປະທານຂອງສະມາຄົມຢາພະຍາດແລະສຸຂະອະ
ນາໄມເຂດຮ້ອນ ເອີ້ນການສຶກສາຄົ້ນຄວ້າຂອງທ່ານຟອຍວ່າ ເປັນການບຸກເບີກ. ທ່ານ
ເວົ້າວ່າ ມັນໄດ້ພິສູດໃຫ້ເຫັນ​ໃນ​ສິ່ງ​ທີ່ພວກນັກຄົ້ນຄວ້າມີຄວາມສົງໃສກັນມາດົນນານ
ແລ້ວ. ນັ້ນ​ກໍ​ຄືວ່າ ຢາທີ່ໄດ້ຖືກໃຊ້ໃນການຕໍ່ສູ້ຕ້ານກັບພະຍາດເຂດຮ້ອນທີ່ບໍ່ໄດ້ຮັບການ
ເອົາຫົວຊານັ້ນ ມີຜົນປະໂຫຍດເພີ້ມເຕີມທີ່ສໍາຄັນຕໍ່ສຸຂະພາບ. ທ່ານ ໂຮເທສ໌ ເວົ້າວ່າ:

“ມັນເປີດວິທີທາງໄໝ່​ໃຫ້​ແກ່​ການຄົ້ນພົບຢາລຸ້ນໃໝ່​ເພີ່ມ​ຂຶ້ນ​ອີກ ເພື່ອໃຊ້ສໍາລັບຈຸດປະ
ສົງນີ້​ໂດ​ຍສະເພາະ--ອາດຈະແມ່ນຢາທີ່ສາມາດໝູນວຽນຢູ່ໃນຮ່າງກາຍດົນຫລາຍຂຶ້ນ
ແລະຈາກນັ້ນ ກໍມຸ້ງໄປໃສ່ພະຍາດມາເລເຣຍເປັນການສະເພາະ."

ພະຍາດມາເລເຣຍ ຫລືໄຂ້ຍຸງ ໄດ້ເອົາຊີວິດຄົນຢູ່ໃນທົ່ວໂລກໄປເກືອບຮອດ 8 ແສນຄົນ
ໃນແຕ່ລະປີ. ພວກນັກຊ່ຽວຊານເວົ້າວ່າຢາ Ivermectin ຈະຖືກຮັບເພີ້ມເຂົ້າໄປໃສ່ຄັງ
ອາວຸດຕ້ານພະຍາດໄຂ້ມາເລເຣຍ ທີ່ປະກອບມີມຸ້ງກາງນອນ, ຢາຂ້າຍຸງ, ຢາອື່ນໆແລະ
ບາງເທື່ອ ອາດຈະມີຢາວັກຊິນ ໃນວັນນຶ່ງຂ້າງໜ້າໝໍ່ໆນີ້. ພວກຊ່ຽວຊານດ້ານສາທາ
ລະນະ​ສຸກກ່າວວ່າ ຈະມີຄວາມຕ້ອງການບັນດາພວກອາວຸດເຫລົ່ານີ້ ໃນຊຸມປີຂ້າງໜ້າ
ເພື່ອລົບລ້າງພະຍາດໄຂ້ມາເລເຣຍຫລື ໄຂ້ຍຸງໃຫ້ໝົດໄປຢ່າງຖາວອນ.

ວີດີໂອພາສາອັງກິດ:

XS
SM
MD
LG