ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊື້ອກໍາມະພັນທີ່ແປກ ຂອງເດັກນ້ອຍບາງກຸ່ມ ສາມາດຊ່ວຍຫລຸດຜ່ອນ ຄວາມສ່ຽງຕໍ່ການເປັນ ໄຂ້ມາເລເຣຍໄດ້


ເດັກນ້ອຍສອງຄົນ ທີ່ເປັນໄຂ້ມາເລເຣຍ ນອນຢູ່ໂຮງໝໍ ຢູ່ບ້ານ Walikale ຊຶ່ງເປັນບ້ານນ້ອຍໆແຫ່ງນຶ່ງ ໃນປະເທດກົງໂກ. (file photo)
ເດັກນ້ອຍສອງຄົນ ທີ່ເປັນໄຂ້ມາເລເຣຍ ນອນຢູ່ໂຮງໝໍ ຢູ່ບ້ານ Walikale ຊຶ່ງເປັນບ້ານນ້ອຍໆແຫ່ງນຶ່ງ ໃນປະເທດກົງໂກ. (file photo)

ພວກນັກວິທະຍາສາດໄດ້ຄົ້ນພົບເຊື້ອກໍາມະພັນທີ່ແປກຕ່າງໝູ່ ຢູ່ໃນກຸ່ມເດັກນ້ອຍ ທີ່ເຮັດ ໃຫ້ຫລຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດໄຂ້ມາເລເຣຍ ຊະນິດທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ນັ້ນລົງໄດ້ ຢ່າງຫລວງຫລາຍ. ນາງ Jessica Berman ຜູ້ສື່ຂ່າວຂອງວີໂອເອ ມີລາຍລະ ອຽດເລື້ອງນີ້ ຊຶ່ງວັນນະ​ສອນຈະນໍາມາສະເໜີທ່ານ.

ພວກເດັກນ້ອຍທີ່ມີເຊື້ອກໍາມະພັນທີ່ຜິດປົກກະຕິ ຫລືແປກ
ຕ່າງໝູ່ແມ່ນມີລະດັບຄວາມສ່ຽງ 30 ເປີເຊັນ ຕໍ່າກວ່າພວກ
ທີ່ບໍ່ມີເຊື້ອກໍາມະພັນແບບນັ້ນ ໃນການເປັນພະຍາດໄຂ້ມາ
ເລເຣຍສະໝອງ.ໄຂ້ມາເລເຣຍສະໝອງ ​ແມ່ນ​ເປັນ​ການ
​ເຈັບ​ປ່ວຍ​ທີ່ເກີດຈາກເຊື້ອກາຝາກທີ່​ມາ​ຈາກຍຸງ​ລາຍນັ້ນ
ປະ​ເພດທີ່ຮ້າຍແຮງທີ່ສຸດ ທີ່ເຮັດໃຫ້ເກີດອາການໄຂ້ສູງ
ຫລາຍ ຈົນ​ພາ​ໃຫ້ໝົດສະຕິ​ ຫລື​ເຂົ້າ​ໂຄ​ມ່າ ໄປ​ໄດ້, ແລະ
ພາໃຫ້ 20 ຫາ 50 ເປີເຊັນຂອງພວກທີ່ສະໝອງຖືກຕິດ
ເຊື້ອພະຍາດນີ້ ເສຍຊີວິດ.

​ໂຣກ​ໄຂ້ຍຸງຫລື​ມາ​ເລ​ເຣຍນີ້ ໄດ້ມີຜົນກະທົບຕໍ່ຄົນເກືອບ
ຮອດ 300 ລ້ານຄົນໃນແຕ່ລະປີ. ແຕ່ວ່າ ພວກ​ທີ່​ຖືກ​ກະ
ທົບໃນຈໍານວນນຶ່ງລ້ານຄົນທີ່ເສຍຊີວິດນັ້ນ ແມ່ນເດັກນ້ອຍ
ທີ່ມີອາຍຸຕໍ່າກວ່າຫ້າຂວບ. ພວກນັກຄົ້ນຄວ້າທີ່ສະຖາບັນ
ຄົ້ນຄວ້າຢາໃນເຂດຮ້ອນ Bernhard Nocht ຂອງເຢຍ
ຣະມັນ ແລະມະຫາວິທະຍາໄລ Kumasi ທີ່ປະເທດການາ
ໄດ້ພົບເຫັນເຊື້ອກໍາມະພັນທີ່ປ້ອງກັນພຍາດໄດ້ທີ່​ວ່າ​ນີ້ ໃນ
ການສຶກສາຄົ້ນຄວ້າບັ້ນນຶ່ງ ທີ່ມີເດັກນ້ອຍຫລາຍກວ່າ 6 ພັນຄົນປະກອບສ່ວນ. ເຊື້ອກໍາມະ
ພັນທີ່ວ່ານີ້ ທີ່​ພວກ​ນັກ​ຄົ້ນຄວ້າ​ເອິ້ນ​ວ່າ FAS ມີໜ້າທີ່ຮັບຜິດຊອບຕໍ່ໂມເລກູນ (molecule)
ຫລື​ອະ​ນູ ທີ່ກ່ຽວພັນກັບການຕາຍຕາມທີ່ກໍາໜົດໄວ້ຂອງ​ແຊ​ລເມັດເລືອດຂາວບາງຈໍານວນ
ຊຶ່ງເປັນ​ແຊ​ລຂອງລະບົບພູມຕ້ານທານທີ່ໂຈມຕີ ແລະທໍາລາຍເຊື້ອໂຣກທີ່ໄປຮຸກຮານຕໍ່ຮ່າງ
ກາຍນັ້ນ.

ເດັກນອ້ຍທີ່ເປັນໄຂ້ມາເລເຣຍຊະນິດກັນດານ ຢູ່ໃກ້ເມືອງ Alem Kitmama ທາງຕາເວັນອອກສຽງເໜືອຂອງແຂວງ Addis-Abeba, ປະເທດ Ethiopia. (WHO/P. Virot)
ເດັກນອ້ຍທີ່ເປັນໄຂ້ມາເລເຣຍຊະນິດກັນດານ ຢູ່ໃກ້ເມືອງ Alem Kitmama ທາງຕາເວັນອອກສຽງເໜືອຂອງແຂວງ Addis-Abeba, ປະເທດ Ethiopia. (WHO/P. Virot)

ພວກນັກຄົ້ນຄວ້າຄິດວ່າ ເດັກ
ນ້ອຍທີ່ເປັນໂຣກໄຂ້ມະເລເຣຍ
ຊະນິດທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ
ນັ້ນມີການຕອບໂຕ້ຂອງລະບົບ
ພູມຕ້ານທານຕໍ່ພະຍາດກາ
ຝາກ​ໃນ​ລະດັບທີ່ສູງ. ແຕ່ວ່າ
ພວກ​ເດັກນ້ອຍທີ່ມີ​ເຊື້ອ​ກໍາມະ
ພັນ​ທີ່​ຜິດແປກ​ໄປ ຫລື FAS
ນັ້ນ ໄດ້ມີໂມເລກູນ ຫລື​ອະ​ນູ
ທີ່ມີຊື່ວ່າ CD95 ນັ້ນ​ໃນ​ລະ
ດັບ​ສູງ​ຂຶ້ນ​ຕຶຶ່ມ ຊຶ່ງ​ຊ່ວຍກະຕຸ້ນ
ໃຫ້ມີການທໍາລາຍໂຕເອງຂອງ
​ແຊ​ລລະບົບພູມຕ້ານທານໃນ
ຈໍານວນຫລາຍຂຶ້ນກວ່າເກົ່າ-
ສະນັ້ນ ການ​ມີ​ເຊື້ອ​ກໍາມະພັນ
FAS ຈຶ່ງຫລຸດຜ່ອນການ​ຕາຍ
​ຂອງ​ພວກ​ແຊ​ລພູມ​ຕ້ານທານ ຊຶ່ງ​ໃນ​ທີ່ສຸດກໍຊ່ວຍ​ໃຫ້ລອດຊີວິດມາໄດ້ ຈາກພະຍາດມາເລເຣຍສະໝອງນັ້ນ.

ອີງຕາມທ່ານນາງ Kathrin Schuldt ນັກຊີວະວິທະຍາ ແລະທັງເປັນຜູ້ຂຽນບົດ
ລາຍງານການສຶກສາຄົ້ນຄວ້າຮ່ວມຜູ້ນຶ່ງ ເວົ້າວ່າຢ່າງໜ້ອຍ​ເລື້ອງ​ນີ້ກໍເປັນທິດສະດີ.
ທ່ານນາງ Schuldt ເວົ້າວ່າ ພວກເດັກນ້ອຍທີ່ເປັນພະຍາດໄຂ້ມາເລເຣຍສະໝອງ
ໄດ້ງ່າຍນັ້ນ ແມ່ນຖືກຍຸງທີ່ນຳເຊື້ອກາຝາມາແຜ່ຜາຍ ກັດຢູ່ຕະຫລອດ. ທ່ານນາງ
ກ່າວດັ່ງນີ້:

ສະນັ້ນແລ້ວ ການຕອບໂຕ້ຂອງພູມຕ້ານທານຈຶ່ງ​ມີຢູ່ໃນລະດັບສູງຕະຫລອດການ ທີ່ພະຍາຍາມທຳລາຍພະຍາດໃຫ້ອອກຈາກຮ່າງກາຍ. ແລະເພາະສະນັ້ນ ສິ່ງທີ່
ພວກເຮົາພົບເຫັນຢູ່ໃນ​ເຊື້ອ​ກໍາມະພັນ​ທີ່ແປກຕ່າງທີ່ເກີດຂຶ້ນຕາມແບບທໍາມະຊາດ
ນີ້ ກໍ​ຄື​ພວກ​ເດັກນ້ອຍ​ທີ່​ມີ​ເຊື້ອ​ກໍ​ມະ​ພັນ​ທີ່​ວ່າ​ນີ້ມີການຄຸ້ມຄອງຢູ່ໃນການຕອບໂຕ້
ຂອງພູມຕ້ານທານທີ່ຕໍ່າລົງ ສູ່​ລະດັບ​ທີ່ເປັນການປ້ອງກັນພະຍາດແບບນຶ່ງ.”

ຄົນປ່ວຍເປັນໄຂ້ມາເລເຣຍຈໍານວນນຶ່ງທີ່ປະເທດອັງໂກລາ. ຜູ້ໃຫຍ່ທີ່ ເປັນພະຍາດໄຂ້ມາເລເຣຍ ມັກບໍ່ຮ້າຍແຮງເທົ່າກັບຄືເດັກນ້ອຍ ເພາະ ຜູ້ໃຫຍ່ສາມາດຫລຸດຜ່ອນຄວາມຮ້າຍແຮງຂອງພະຍາດນີ້ລົງໄດ້ ຍ້ອນ ໄດ້ຮັບຄວາມຄຸ້ມກັນເປັນບາງສ່ວນ ຈາກເຊື້ອກາຝາກມາເລເຣຍ ທີ່ໄດ້ຖືກເຜີຍແບໃສ່.
ຄົນປ່ວຍເປັນໄຂ້ມາເລເຣຍຈໍານວນນຶ່ງທີ່ປະເທດອັງໂກລາ. ຜູ້ໃຫຍ່ທີ່ ເປັນພະຍາດໄຂ້ມາເລເຣຍ ມັກບໍ່ຮ້າຍແຮງເທົ່າກັບຄືເດັກນ້ອຍ ເພາະ ຜູ້ໃຫຍ່ສາມາດຫລຸດຜ່ອນຄວາມຮ້າຍແຮງຂອງພະຍາດນີ້ລົງໄດ້ ຍ້ອນ ໄດ້ຮັບຄວາມຄຸ້ມກັນເປັນບາງສ່ວນ ຈາກເຊື້ອກາຝາກມາເລເຣຍ ທີ່ໄດ້ຖືກເຜີຍແບໃສ່.

ມະນຸດເຮົາບໍ່ເຄີຍພັດທະນາ
ພູມຕ້ານທານຢ່າງເຕັມສ່ວນ
ຈັກເທື່ອ ເພື່ອຕ້ານກັບພະ
ຍາດມາເລເຣຍນັ້ນ ແຕ່ວ່າ
ພວກ​ເຮົາສາມາດ​ໄດ້​ຮັບ
ຄວາມຄຸ້ມ​ກັນ​ເປັນບາງ​ສ່ວນ
ຈາກ​ເຊື້ອກາ​ຝາກ ຊຶ່ງ​ນັ້ນເປັນ
​ເຫດຜົນ​ທີ່​ວ່າ ພະຍາດນີ້​ຈື່ງ
ຫລຸດ​ຄວາມຮ້າຍ​ແຮງ​ລົງ​ໃນ
​ຮ່າງກາຍ​ຂອງ​ຜູ້​ໃຫຍ່. ​ແຕ່​ວ່າ
ພວກ​ເດັກນ້ອຍ​ສາມາດ​ເຈັບ
​ປ່ວຍ​ໄດ້​ຢ່າງ​ວ່ອງ​ໄວ ​ເພາະວ່າ
​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ເຜີຍ​ແບ
ໃສ່ພະຍາດໜ້ອຍກວ່າ ໝາຍ​ຄວາມ​ວ່າ​ຖ້າ​ຫາກ​ເຮົາ​ຖືກ​ເຜີຍ​ແຜ​ໃສ່ເຊຶ້ອພະ​ຍາດ​ເລື້ອຍ ຮ່າງກາຍ​ຂອງ​ເຮົາ​ກໍ​ຈະ​ລື້​ງກັບ​ມັນ.

ທ່ານ​ນາງ​ງ Schuldt ​ເວົ້າວ່າ ​ເປົ້າໝາຍຂອງ​ທ່ານ​ນາງ​ໃນປັດຈຸບັນ​ນີ້​ ກໍຄືຊອກ​ຫາກົນ​ໄກ​ພື້ນຖານ ສໍາລັບ​ຜົນ​ກະທົບທີ່​ເຮັດ​ໃຫ້​ມີ​ການ​ປ້ອງ​ກັນ​ພະຍາດ​ໄດ້ຂອງ​ເຊື້ອ​ກໍາມະພັນດັ່ງກ່າວ. ທ່ານ​ນາງ Schuldt ​ເວົ້າວ່າ ຫລັງຈາກ​ນັ້ນ ມັນ​ກໍອາດ​ເປັນ​ໄປ​ໄດ້​ທີ່​ຈະ​ພັດທະນາຢາ​ຂຶ້ນ​ມາ ເພື່ອ​ປ້ອງ​ກັນ​ເດັກນ້ອຍ​ບໍ່ໃຫ້​ເປັນພະຍາດ​ມາ​ເລ​ເຣຍ ທີ່​ເປັນ​ອັນຕະລາຍ​ຕໍ່ໍຊີວິດຊະນິດນີ້ໄດ້.

​ບົດຂຽນກ່ຽວກັບ​ເຊື້ອກໍາມະພັນທີ່ປ້ອງ​ກັນພະຍາດ​ມາ​ເລ​ເຣຍນີ້ ໄດ້ພິມ​ເຜີຍ​ແຜ່​ຢູ່ໃນ​ໜ້າ​ເວັບ​ໄຊທ໌ຂອງວາລະສານ PLoS Genetics.

XS
SM
MD
LG