ນັກຄົ້ນຄວ້າ ທໍານາຍວ່າ ຮູບແບບທີ່ເປັນອັນຕະລາຍຮ້າຍ
ແຮງສຸດຂອງໄຂ້ຍູງ ທີ່ກີດຈາກເຊື້ອທີ່ຊື່ວ່າ plasmodium
falciparum ນັ້ນ ສາມາດຖືກລົບລ້າງໃຫ້ໝົດໄປຈາກໂລກ
ໄດ້ ຖ້າອັດຕາການແຜ່ຜາຍເຊື້ອດັ່ງກ່າວໂດຍຍຸງ ຫາກຖືກ
ຕັດຮອນລົງໃຫ້ຍັງເຫລືອໃນລະດັບເທົ່າໆກັນກັບອັດຕາ
ຂອງປີ 2007.
ພວກນັກວິທະຍາສາດ ໄດ້ສ້າງຖານຂໍ້ມູນ ໂດຍໃຊ້ແບບຄິດໄລ່ເລກ ແລະແຜນທີ່ໂລກຂອງຂົງເຂດຕ່າງໆ ທີ່ໂຣກໄຂ້ມະເລເຣຍໄດ້ຖືກ
ລົບລ້າງຢ່າງສໍາເລັດຜົນດີ ຊຶ່ງລວມມີ ສະຫະລັດ, ພວກປະ
ເທດໃນທະວີບເອີຣົບຫລາຍປະເທດ ແລະກໍຍັງມີຫລາຍໆ
ປະເທດ ທີ່ກໍາລັງຈະກໍາຈັດພະຍາດນີ້ໃຫ້ຈະໝົດໄປ.
ການສຶກສາຄົ້ນຄວ້າໃໝ່ ຊຶ່ງໄດ້
ທໍາການປະເມີນການສຶກສາ
ຄວາມເປັນໄປໄດ້ ໃນການກໍາ
ຈັດພະຍາດນີ້ໃນທົ່ວໂລກ ໄດ້
ດໍາເນີນໄປພາຍໃຕ້ການນໍາພາ
ຂອງທ່ານ Andrew Tatem,
ຈາກມະຫາວິທະຍາໄລ ຟລໍຣິດາ
ຊຶ່ງທ່ານໄດ້ກ່າວວ່າ ມີຫລາຍ
ປະເດັນ ທີ່ຊ່ວຍໃຫ້ບັນດາປະ
ເທດຕ່າງໆ ສາມາດກໍາຈັດພະ
ຍາດ ທີ່ເກີດມາຈາກຍຸງຊະນິດນີ້
ປະສົບຜົນສໍາເລັດໄດ້.
“ປັດໄຈຕ່າງໆທີ່ພາໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອໄຂ້
ຍຸງຫລືໄຂ້ມາເລເຣຍ ຕໍ່ານັ້ນ
ແມ່ນເລີ່ມຕົ້ນຈາກພວກປະ
ເທດທີ່ມີສະຖຽນລະພາບທາງການເມືອງ, ມີລະບົບສຸຂະພາບທີ່ດີ ແລະ ມີລະດັບ
ການເຄຶ່ອນຍ້າຍໄປມາຂອງພວກປະຊາຊົນຕໍ່າ ທີ່ວ່ານໍາເອົາການຕິດເຊື້ອມາຈາກ
ແຫ່ງອື່ນໆ.”
ອີງຕາມລາຍງານການຄົ້ນຄວ້າແລ້ວ, ມັນເປັນໄປໄດ້ ທີ່ຈະກໍາຈັດໂຣກໄຂ້ມະເລເຣຍໃຫ້ ໝົດໄປ ຢູ່ໃນບັນດາປະເທດທີ່ມີການແຜ່ລະບາດຂອງເຊື້ອໂຣກນີ້ ທີ່ໄດ້ໃຊ້ຄວາມພະຍາ ຍາມຢ່າງບໍ່ລົດລະເປັນເວລາດົນນານນັ້ນ ໂດຍການໃຊ້ວີທີຄວບຄຸມພະຍາດທີ່ໄດ້ຜົນມາ ແລ້ວນີ້ ເຊັ່ນສີດຢາຂ້າຍຸງ ແລະນອນໃນມຸ້ງ.
ທ່ານ Tatem, ອາຈານສອນຜູ້ນຶ່ງທີ່ສະຖາບັນວ່າດ້ວຍເຊື້ອໂຣກທີ່ກໍາລັງໂຜ່ໂຕຂຶ້ນ ແລະ
ສູນສຶກສາກ່ຽວກັບທະວີບອາຟຣິກາ ຫລື Emerging PathogensInstitute and
Center for African Studies ຂອງມະຫາວິທະຍາໄລ ຟລໍຣິດາ ກ່າວວ່າ ປະມານ 32
ປະເທດທີ່ມີໂຣກໄຂ້ມະເລເຣຍແຜ່ລະບາດ ໄດ້ມີຄວາມກ້າວໜ້າຢ່າງຫລວງຫລາຍໃນການ
ກໍາຈັດພະຍາດນີ້ໃຫ້ໝົດໄປໃນເຂດຊາຍແດນຂອງປະເທດເຫລົ່ານັ້ນ.
ແລະກໍມີອີກ 70 ປະເທດ, ສ່ວນຫລາຍແມ່ນຢູ່ໃນເຂດໃຕ້ທະເລຊາຍ ຊາຮາຣາ ໃນອາຟຣິກກາ, ຍັງຢູ່ໃນອັນດັບລາກທ້າຍຂອງບັນຊີລາຍຊື່ປະເທດ ທີ່ຮວບຮວມໂດຍນັກຄົ້ນຄວ້າ ທີ່ມີທ່າທີວ່າຈະບໍ່ສາມາດກໍາຈັດພະຍາດນີ້ໃຫ້ໝົດໄປໄດ້. ບັນດາປະເທດເຫລົ່ານີ້ລວມມີ ອັງໂກລາ, ຈຊາດ, ໂຊມາເລຍ ແລະສາທາລະນະລັດ ປະຊາທິປະໄຕກົງໂກ ຊຶ່ງເປັນປະ
ເທດທີ່ວຸ້ນວາຍຍ້ອນຂາດສະເຖຍຣະພາບດ້ານການເມືອງ.
ທ່ານ Tatem ກ່າວອີກວ່າ ການສຶກສາຄົ້ນຄວ້ານີ້ ແມ່ນມີຈຸດ ປະສົງທີ່ຈະຊ່ວຍໃຫ້ຜູ້ວາງນະໂຍບາຍ ເພັ່ງເລັງການຊ່ວຍເຫລືອໄປໃສ່ບ່ອນທີ່ມີໂອກາດທີ່ຈະໄດ້ມີຜົນສໍາເລັດດີທີ່ສຸດ.