ນາງ Malala Yousafzai ຜູ້ທີ່ໄດ້ຮັບລາງວັນ Nobel ໄດ້ຖືກສະເໜີຊື່ ໃຫ້ເປັນຜູ້ສື່ສານ
ສັນຕິພາບ ຂອງອົງການສະຫະປະຊາຊາດ ຫຼື UN ໂດຍມີຈຸດເພັ່ງເລັງພິເສດ ໃສ່ເລື່ອງ
ການສຶກສາຂອງແມ່ຍິງ.
ໃນລະຫວ່າງພິທີແຕ່ງຕັ້ງ ຢູ່ທີ່ສຳນັກງານໃຫຍ່ຂອງ UN ໃນວັນຈັນຜ່ານມານີ້ ແລະ ໄດ້
ຖືກຖ່າຍທອດສົດ ໄປທົ່ວໂລກ ທາງເຟສບຸກ ແລະ ຢູທູບ ເລຂາທິການໃຫຍ່ ອົງການ
ສະຫະປະຊາຊາດ ທ່ານ Antonio Guterres ໄດ້ສະແດງຄວາມປິຕິຍິນດີນຳ ນາງ
Yousafzai ໄວ 19 ປີ ໂດຍກ່າວວ່າ “ຂ້າພະເຈົ້າເປັນອະດີດອາຈານສອນວິຊາ ຟີສິກ
ທີ່ຜິດຫວັງ ....ໂດຍການປະເສີນໜ້າກັບນັກສຶກສາທີ່ໂດ່ງດັງໃນໂລກ. ເຈົ້າບໍ່ເປັນ
ພຽງແຕ່ ວິລະຊົນ ແຕ່ເຈົ້າຍັງເປັນຜູ້ທີ່ມີຄວາມມຸ້ງໝັ້ນຫຼາຍ ແລະ ເປັນຜູ້ທີ່ໂອບເອື້ອ
ອາລີ ນຳດ້ວຍ.”
ທ່ານ Guterres ອ່ານຈາກໃບຢັ້ງຢືນແຕ່ງຕັ້ງ ໃນຂອບຮູບ ທີ່ທ່ານໄດ້ມອບໃຫ້ ນັກ
ເຄື່ອນໄຫວ ໄວໜຸ່ມຜູ້ນີ້ ໂດຍເນັ້ນໃຫ້ເຫັນເຖິງ ວຽກງານການອຸທິດ ຕໍ່ອຸດົມຄະຕິ ແລະ
ວັດຖຸປະສົງ ຂອງອົງການສະຫະປະຊາຊາດ ໂດຍສະເພາະ ວິໄສທັດ ຂອງຊີວິດນຶ່ງ
ເພື່ອສັກສີຂອງໝົດທຸກຄົນ.
ນອກນັ້ນ ທ່ານ Guterres ຍັງໄດ້ຊີ້ໃຫ້ເຫັນ “ຄວາມກ້າຫານໃນການປົກປ້ອງ” ສິດທິ
ຂອງໝົດທຸກຄົນ ລວມທັງ ພວກແມ່ຍິງ ແລະ ພວກເດັກນ້ອຍຜູ້ຍິງ ເພື່ອການສຶກສາ
ແລະ ຄວາມສະເໝີພາບ ແລະ ໄດ້ຍົກຍ້ອງ ນາງ ສຳລັບ ການສະແດງໃຫ້ເຫັນວ່າ
“ການອຸທິດຕົນທີ່ີບໍ່ລົດລະ ເພື່ອສັນຕິພາາບ” ແມ່ນກະທັງທີ່ປະເສີນໜ້າກັບ
ອັນຕະລາຍທີ່ສຸດ ແລະ ຄວາມກະຕືລືລົ້ນ ທີ່ຢາກໃຫ້ໂລກດີຂຶ້ນ ຂອງນາງ.
ນາງ Yousafzai ເປັນຜູ້ໄດ້ຮັບລາງວັນ Nobel ທີ່ໜຸ່ມນ້ອຍທີ່ສຸດ ທີ່ບໍ່ເຄີຍມີມາກ່ອນ
ໂດຍໄດ້ຮັບກຽດຕິສັກສາກົນນີ້ ໃນປີ 2014 ໃນເວລາ ທີ່ນາງມີອາຍຸ ໄດ້ພຽງ 17 ປີ
ເທົ່ານັ້ນ. ບັດນີ້ ນາງຍັງໄດ້ເປັນຜູ້ສື່ສານ ສັນຕິພາບ ຂອງສະຫະປະຊາຊາດ ທີ່ໜຸ່ມນ້ອຍ
ທີ່ສຸດ ນຳດ້ວຍ.