ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນາງມາລາ​ລາ ກັບ​ຄືນ​ເມືອບ້ານ​ເກີດ​ ທີ່​ອັຟກາ​ນິສຖານ ​ເປັນ​ຄັ້ງ​ທຳ​ອິດ ຫຼັງຈາກ​ກຸ່ມ​ຕາ​ລີ​ບານ ຍິງລາວ

​​​​​ເຈົ້າ​ຂອງ​ລາງວັນ​ໂນ​​ແບ​ລ ນາງມາລາ​ລາ ຢູຊັຟ​ຊາຍ (Malala Yousafzai) ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນນະຄອນ​ອົສ​ໂລ (Oslo.)
​​​​​ເຈົ້າ​ຂອງ​ລາງວັນ​ໂນ​​ແບ​ລ ນາງມາລາ​ລາ ຢູຊັຟ​ຊາຍ (Malala Yousafzai) ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນນະຄອນ​ອົສ​ໂລ (Oslo.)

​ເຈົ້າ​ຂອງ​ລາງວັນ​ໂນແບ​ລ ນາງມາລາ​ລາ ຢູຊັຟ​ຊາຍ (Malala Yousafzai) ​ໄດ້​ກັບ​ຄືນ
​ເມືອປາ​ກິ​ສ​ຖານ ​ບ້ານ​ເກີດຂອງ​ລາວ ​ໃນ​ວັນ​ພະຫັດ​ມື້​ນີ້ ເກືອ​ບ 6 ປີ ຫຼັງ​ຈາກ​ທີ່​ລາວ​ຖືກ
​ຍິງ​ໂດຍກຸ່ມອິສລາມ​ຫົວ​ຮຸນ​ແຮງ ​ຢູ່ທີ່​ເຂດຮ່ອມພູສວາຕບ້ານເກີດຂອງ​ຜູ້ກ່ຽວທາງ​ພາກ
​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະເທດ ຍ້ອນ​ນາງ​ສະໜັບສະໜູນໃຫ້ພວກແມ່ຍິງໄດ້ຮັບການ
​ສຶກສານັ້ນ.

ເຈົ້າໜ້າທີ່ກ່າວ​ວ່າ ນັກ​ເຄື່ອນ​ໄຫວ​ທາງດ້ານການສຶກສາຂອງ​ໂລກ ​ໄວ 20 ປີ ​ໄດ້​ພົບ
​ປະກັບ ນາຍົກລັດຖະມົນຕີ ຊາ​ຮີດ ຄາ​ການ ອັບ​ບາ​ຊີ (Shahid Khaqan Abbasi)
ບໍ່​ເທົ່າ​ໃດຊົ່ວ​ໂມງ ຫຼັງ​ຈາກ​ທີ່​ລາວ ​ໄດ້​ໄປ​ຮອດນະຄອນ​ອິສລາມາ​ບັດ. ລາວ​ຍັງ​ມີ​ໝາຍ
​ກຳໜົດ​ທີ່​ຈະ​ພົບ​ປະ​ກັບ​ພວກຜູ້ຕາງໜ້າຂອງ​ກຸ່ມ​ສັງຄົມ​ພົນລະ​ເຮືອນ​ນຳ.

ນາງ​ມາລາ​ລາ ​ແມ່ນ​ກັບ​ຄືນ​ເມືອ​ບ້ານ​ຂອງ​ລາວ ​ໃນ​ເດືອນ​ຕຸລາ ປີ 2012 ເວລາ​ພວກ​
ມື​ປືນທີ່ໃສ່ໜ້າກາກຫຼາຍຄົນ ຢຸດ​ລົດ​ໂຮງຮຽນ​ຂອງ​ລາວ​ແລະ​ຍິງລາວທີ່​ຫົວ​. ​ເດັກນ້ອຍ
​ແມ່ຍິງ​ຄົນ​ນີ້ ​ໄດ້​ຮັບບາດເຈັບຫຼາຍແຫ່ງທີ່​ກະໂຫຼກຫົວຂອງ​ລາວ ຫຼັງ​ຈາກ​ທີ່​ໄດ້ ຮັບການ
ຮັກສາພະຍາ ບານ​ແບບ​ສຸກ​ເສີນ ​ທີ່​ໂຮງໝໍ​ທະຫານປາກິສຖານແລ້ວ​ ນາງກໍໄດ້ຖືກສົ່ງ
ໄປຜ່າຕັດຢູ່​ອັງກິດ​.

ກຸ່ມ​ຕາ​ລີບາ​ນຊຶ່ງເປັນກຸ່ມນອກ​ກົດໝາຍ ​ໃນ​ປາ​ກິ​ສຖານ​ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ
​ຮັບຜິດ ຊອບ ​ໃນ​ການວາງ​ແຜນການ​ໂຈມ​ຕີ​ດັ່ງກ່າວ​ແລະ​ໄດ້​ປະຕິຍານ​ວ່າ ຈະແນເປົ້າ
​ໝາຍ​ໃສ່ລາວອີກ. ກຸ່ມ​ດັ່ງກ່າວໃຫ້ເຫດຜົນກ່ຽວກັບການປະຕິບັດງານຂອງ​ຕົນໂດຍ
ກ່າວ​ຫານາງ​ມາລາ​ລາ ວ່າ ສົ່ງ​ເສີມ​ຮີດຄອງປະ​ເພນີຕາ​ເວັນ​ຕົກ.

ເຈົ້າຂອງລາງວັນໂນແບລ ​ແລະນັກ​ເຄື່ອນ​ໄຫວ​ຜູ້ທີ່​ສົ່ງ​ເສີມ​ການ​ສຶກສາ ນາງມາລາລາ ຢູຊັຟຊາຍ (Malala Yousafzai) ນັ່ງ​ກັບ​ຄອບຄົວຂອງ​ລາວ ​ໃນ​ຫ້ອງ​ຮັບຮອງ​ພິ​ເສດ ​ໃນ​ສະໜາມ​ບິນ​ອິສລາ​ມາ​ບັດ ຕອນ​ທີ່​ນາງ​ໄປ​ຮອດ​ໄປ​ເຖິງນະຄອນ​ອິສລາມ​ມາ​ບັດ, ປາ​ກິ​ສຖານ, ພາບ​ຈາກ​ PTV ວີ​ດີ​ໂອ, 29 ມີນາ 2018.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ນາງ​ມາລາ​ລາ ກໍ​ໄດ້​ອາ​ໄສ​ຢູ່​ໃນ​ອັງກິດ​ຕະຫຼອດ​ມາ ​ແລະ​ສຶກສາ​ຕໍ່
​ທີ່​ມະຫາວິທະຍາ​ໄວ​ອອກສຟອດ (Oxford University). ລາວ​ແມ່ນ​ຜູ້ຮ່ວມ​ກໍ່ຕັ້ງ
​ໂຄງການ​ກອງ​ທຶນ​ມາລາ​ລາ ​ເພື່ອ​ຊ່ອຍ​ເຫຼືອການ​ສຶກສາ​ຂອງ​ພວກ​ແມ່ຍິງ ​ໃຫ້​ຮຽນ​ຕໍ່
ໃນລະດັບ​ມັດທະຍົມ ​ໃນ​ປະ​ເທດທີ່ເກີດມີບັນຫາຂັດແຍ້ງ ຮວມທັງ ຊີ​ເຣຍ ​ເຄັນ​ຢາ
ຈໍ​ແດັນ ​ແລະ​ປາ​ກິ​ສຖານ.

ກອງ​ທຶນ​ມາລາ​ລາ ​ແມ່ນ​ໄດ້​ເປັນ​ແຊມ​ປ້ຽນ​ສຳ​ລັບ ​ສິດທິ​ຂອງແມ່ຍິງທຸກຄົນ ທີ່​ຈະ​ສາ
ມາດ​ຮ່ຳຮຽນ​ ​ໃນ 12 ປີ ​ໂດຍ ບໍ່​ເສຍຄ່າ​ໃຊ້​ຈ່າຍ​ໃດ​ໆ ປອດ​ໄພ ​ແລະ​ການ​ສຶກສາ​ທີ່
ເທົ່າ​ທຽມ​ກັນ. ນາງ​ມາລາ​ລາ ​ເລີ່​ມປ່າວປະກາດ ເວລາ​ລາວ​ມີ​ອາຍຸ 11 ປີ ​ເພື່ອການ​
ສຶກສາ​ຂອງ​ພວກ​ແມ່ຍິງ ​ໃນ​ເຂດ​ບ້ານເກີດ​ຂອງ​ລາວ ທີ່​ຍັງເຄັ່ງຄັດໃນຮີດຄອງເດີມ
ຢູ່​ນັ້ນ.

ເວລາລາວ​ມີ​ອາຍຸ ​ໄດ້ 17 ປີ ລາວ ​ລາວໄດ້​ກາຍເປັນ​ຜູ້ທີ່ໄດ້ຮັບ​ລາງວັນ​ໂນ​ແບ​ລ
ທີ່​ນ້ອຍ​ທີ່​ສຸດ ​ໃນ​ປີ 2014 ຍ້ອນ​ເປັນ​ແຊມ​ປຽນ​ເພື່ອໃຫ້ການ​ສຶກສາ​ແກ່ພວກ​ເດັກ
ນ້ອຍແມ່ຍິງ​.

ນາງ​ມາລາ​ລາ ​ໄດ້​ນຳ​ໃຊ້​ເງິນ​ລາງວັນໂນ​ແບ​ລ ​ດັ່ງກ່າວ ​ໃນ​ການ​ສ້າງ​ໂຮງຮຽນ​
ທີ່​ເມືອງສວາຕ ທີ່ໄດ້​ທຳພິທີເປີດຕົວ​ໄປ​ໃນຕົ້ນເດືອນ​ນີ້. ​ສື່ມວນຊົນທ້ອງ​ຖິ່ນ ກ່າວ​ວ່າ
ລາວ​ອາດ​ຈະ​ໄປ​ຢາມ​ໂຮງຮຽນ​ແຫ່ງ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ພາກັນ​ຢືນ​ອາລັກຂາ​ທາງ​ເຂົ້່າ ​ໂຮງ​ແຮມ ​ເຊີຣັນ​ເນ (Serene), ບ່ອນ​ທີ່​ນັກ​ເຄື່ອນ​ໄຫວ​ປາ​ກິ​ສຖານ ​ແລະເຈົ້າຂອງລາງວັນໂນແບລ ຂະ​ແໜງ​ສັນຕິພາບ ນາງມາລາລາ ຢູຊັຟຊາຍ (Malala Yousafzai) ພັກ​ຢູ່ ​ໃນ​ການ​ຢ້ຽມຢາມ​ນະຄອນ ອິສລາມາ​ບັດ, ອັຟກາ​ນິສຖານ, 29 ມີນາ 2018.

XS
SM
MD
LG