ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ Malala ຖືກສະເໜີຊື່ ໃຫ້ໄດ້ຮັບ ລາງວັນ ເດັກນ້ອຍ ຂອງໂລກ (ວີດີໂອ)


ນາງ Malala Yousafzai ນັກຮຽນປາກິສຖານ
ນາງ Malala Yousafzai ນັກຮຽນປາກິສຖານ
ນາງ Malala Yousafzai ​ເດັກ​ນັກຮຽນ​ປາ​ກິ​ສຖານ ທີ່​ລອດ​ຊີ
ວິດ​ຈາກ​ການ​ຍິງ​ປືນ​ໃສ່​ຫົວ​ໂດຍກຸມ​ຕາ​ລີ​ບັນ ​ໄດ້​ຖື​ກສະ​ເໜີ​ຊື່​ໃຫ້
​ໄດ້​ຮັບ​ລາງວັນ​ເດັກນ້ອຍ​ຂອງ​ໂລກ ຫລື World Children’s
Prize ທີ່​ໄດ້​ເປັນ​ແຊັມ ຫຼື​ສະໜັບສະໜຸນສິດທິ​ ໃນ​ການ​ສຶກສາ
ສຳລັບເດັກ​ຍິງ.

ນາງ​ມາລາ​ລາ ​ໄວ 16 ປີ ຊຶ່ງ​ດຽວ​ນີ້​ອາ​ໄສ​ຢູ່​ໃນ​ປະ​ເທດ​ອັງກິດ ຫຼັງ​
ຈາກໄດ້ຮັບ ການ​ປິ່ນປົວ​ທາງ​ດ້ານ​ການ​ແພດ​ມາ​ຢ່າງ​ຫຼວງ​ຫຼາຍນັ້ນ
​ໄດ້​ຖືກ​ມື​ປືນ​ຄົນ​ນຶ່ງ​ຈາກກຸ່ມ​ຕາ​ລີ​ບັນ ຍິງ​ປືນ​ໃສ່​ຫົວ​ໃນ​ປີ 2012 ຫຼັງ​
ຈາກ​ສະ​ແດງ​ທັດສະ​ນະ​ອອກ​ມາ​ຢ່າງ​ກ້າຫານ ກ່ຽວ​ກັບ​ການ​ສຶກ
ສາ​ໃນ​ເມືອງ Swat ບ້ານ​ເກີດ​ເມືອງ​ນອນ​ຂອງ​ນາງ ​ໃນ​ຂົງ​ເຂດ
KhyberPashtunkhwa ຂອງ​ປາ​ກິ​ສຖານ​.

ລາງວັນ​ເດັກນ້ອຍ​ຂອງ​ໂລກ ທີ່​ເອີ້ນ​ກັນ​ອີກ​ຊື່​ນຶ່ງ​ວ່າ ລາງວັນ​ໂນ​ແບ​ລເດັກນ້ອຍ ​ແມ່ນ​ຖືກ​ກໍ່​ຕັ້ງ​ຂຶ້ນ​ມາ​ໃນ​ປີ 2000 ​ແລະ​ມີ​ວັດຖຸ​ປະສົງ​ເພື່ອ​ສ້າງຄວາມຕື່ນຕົວກ່ຽວກັບ​ສິດທິ​ຂອງ​ເດັກ​ໃນ​ໂຮງຮຽນ 60 ພັນ​ແຫ່ງ​ໃນ 110 ປະ​ເທດ ​ໂດຍ​ຜ່ານ​ໂຄງການ​ສຶກສາ​ຕ່າງໆ ຊຶ່ງ​ຮວມທັງ​ການ
​ສຶກສາ​ເປັນ​ແຊ້ມ ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສຳລັບ​ພວກ​ທີ່​ໄດ້​ຊະນະ​ລາງວັນ​ດັ່ງກ່າວ.

ຈະ​ມີ​ການ​ມອບ​ລາງວັນ​ດັ່ງກ່າວນີ້ ​ໃຫ້​ນາງ​ມາລາ​ລາ​ຢູ່​ທີ່​ກຸງ Stockholm ​ປະເທດສະວີເດັນ
ໃນ​ເດືອນ​ຕຸລາ​ປີ​ນີ້.

Pakistan Malala
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG