ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໝໍອັງກິດວ່າ ນາງ Yousafzai ມີໂອກາດ ຫາຍດີໄດ້ (ສະໄລດ໌)


ຕໍາຫລວດຍາມຢູ່ທາງເຂົ້າຫ້ອງສຸກເສີນຂອງໂຮງໝໍ ພະລາຊີນີ Elizabeth ບ່ອນທີ່ສາວນ້ອຍປາກິສຖານ Malala Yousafzai ໄປຮັບການປິ່ນປົວນັ້ນ
ຕໍາຫລວດຍາມຢູ່ທາງເຂົ້າຫ້ອງສຸກເສີນຂອງໂຮງໝໍ ພະລາຊີນີ Elizabeth ບ່ອນທີ່ສາວນ້ອຍປາກິສຖານ Malala Yousafzai ໄປຮັບການປິ່ນປົວນັ້ນ
ບັນດານາຍແພດໃນໂຮງໝໍທີ່ປະເທດອັງກິດ ບ່ອນທີ່ສາວນ້ອຍ
ປາກິສຖານ Malala Yousafzai ໄປຮັບການປິ່ນປົວນັ້ນ ກ່າວວ່າ
ນາງກໍາລັງມີອາການ ດີຂຶ້ນ.

ພວກນັກວິເຄາະເຫດການເວົ້າວ່າ ການພະຍາຍາມເອົາຊີວິດ
ຂອງນາງ ໂດຍພວກມືປືນຂອງກຸ່ມຕາລິບານ ໃນອາທິດແລ້ວນີ້
ໄດ້ຍົກສູງພາບພົດການ ປຸກລະດົມຂອງນາງ ໃນການສົ່ງເສີມການສຶກສາຂອງຜູ້ຍິງໃນປາ ກິສຖານ.

ນອກນັ້ນ ພວກທ່ານໝໍອັງກິດເວົ້າວ່າ ພວກທ່ານມີຄວາມປະທັບໃຈຕໍ່ຄວາມເຂັ້ມແຂງ ຂອງຮ່າງກາຍ ແລະຄວາມອົດທົນຂອງນາງເຊັ່ນກັນ. ເດັກຍິງອາຍຸ 14 ປີ ຜູ້ນີ້ ໄດ້ຖືກນໍາ ໄປທີ່ໂຮງໝໍ Queen Elizabeth ທີ່ນະຄອນ Birmingham ຂອງອັງກິດ ໃນວັນຈັນ ຜ່ານມາ.

ທ່ານ David Rosser ຫົວໜ້າໂຮງໝໍດ້ານການແພດເວົ້າວ່າ ພວກທ່ານໝໍມີ ຄວາມ ຫວັງວ່າ ນາງຈະຫາຍດີ ແລະກ່າວເພີ້ມອີກວ່າ ນາງມີຄວາມປອດໄພຢູ່ ໃນໂຮງໝໍ. ໃນວັນຈັນຜ່ານມານີ້ ໄດ້ມີຄົນສອງຄົນ ທີ່ອ້າງວ່າເປັນຍາດຂອງນາງ ໄດ້ພະຍາຍາມ ເຂົ້າໄປໃນຫ້ອງຂອງນາງ ຢູ່ໂຮງໝໍ ແຕ່ເຂົ້າບໍ່ໄດ້.

ນາງ Yousafzai ໄດ້ຮັບການປິ່ນປົວຂັ້ນຕົ້ນຢູ່ໃນປາກິສຖານ ລຸນຫລັງທີ່ຖືກຍິງທີ່ຫົວ ແລະຄໍ ໂດຍພວກມືປືນຂອງກຸ່ມຕາລິບານ ໃນວັນອັງຄານອາທິດແລ້ວນີ້ ຢູ່ເຂດຮ່ອມພູ Swat. ພວກຕາລີບານເວົ້າວ່າ ພວກຕົນໂຈມຕີເດັກໄວລຸ້ນຜູ້ນີ້ ຍ້ອນວ່ານາງອອກປາກ ອອກສຽງ ຕໍ່ຕ້ານກຸ່ມຫົວຮຸນແຮງດັ່ງກ່າວ.

ໃນປາກິສຖານ ຫລາຍພັນຄົນໄດ້ພາກັນໄປເຕົ້າໂຮມຢູ່ຕາມຖະໜົນຫົນທາງ ເພື່ອສະແດງ ການສະໜັບສະໜູນແກ່ນາງ Malala ທີ່ໄດ້ທໍາການປຸກລະດົມ ສົ່ງເສີມສິດທິຂອງຜູ້ຍິງ ຕັ້ງແຕ່ລາວອາຍຸໄດ້ 11 ປີ. ໃນປີ 2009 ນາງໄດ້ຂຽນ ຢູ່ໃນບົດຄວາມເຫັນຫຼືບລັອກ ໃນ ເວັບໄຊ້ຂອງວິທະຍຸ BBC ໂດຍໄດ້ພັນລະນາ ເຖິງຊີວິດຢູ່ໃນເຂດຮ່ອມພູ Swat ພາຍ ໃຕ້ການຄວບຄຸມຂອງພວກຕາລີບານ ບ່ອນທີ່ພວກເດັກຍິງຖືກຫ້າມບໍ່ໃຫ້ໄປໂຮງຮຽນ.

ຜູ້ຊ່ຽວຊານດ້ານປາກິສຖານ ທ່ານ Gareth Price ຂອງກຸ່ມຄົ້ນຄວ້າ Chatham House ທີ່ຕັ້ງຢູ່ນະຄອນລອນດອນເວົ້າວ່າ ຄວາມພະຍາຍາມ ລອບສັງຫານ ໄດ້ເພັ່ງ ເລັງໃສ່ ຄວາມສົນໃຈຂອງສາກົນຕໍ່ການປຸກລະດົມ ຂອງນາງ Yousafzai ເພື່ອໃຫ້ ເດັກຍິງມີໂອກາດໄດ້ຮັບການສຶກສາຫລາຍຂຶ້ນ.

ເບິ່ງສະໄລດ໌ ກ່ຽວກັບການເລື້ອງສາວ​ນ້ອຍປາ​ກິ​ສຖານ Malala Yousafzai

XS
SM
MD
LG