ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມາເລເຊຍ ແລະ ເກົາຫຼີເໜືອ ເພີ້ມການຕໍ່ສູ້ ທາງການທູດ ດ້ວຍການຫ້າມເດີນທາງ


ພະນັກງານສະຖານທູດເກົາຫລີເໜືອຄົນນຶ່ງ ຖາມເຈົ້າໜ໊າທີ່ ຕຳຫລວດ ເພື່ອຂໍອະນຸຍາດ ອອກຈາກສະຖານທູດ.
ພະນັກງານສະຖານທູດເກົາຫລີເໜືອຄົນນຶ່ງ ຖາມເຈົ້າໜ໊າທີ່ ຕຳຫລວດ ເພື່ອຂໍອະນຸຍາດ ອອກຈາກສະຖານທູດ.

ມາ​ເລ​ເຊ​ຍຫ້າມ​ຊາວ​ເກົາຫລີ​ເໜືອ​ທັງໝົດ ຮວມທັງ​ບັນດາ​ນັກ​ການ​ທູດ ​ແລະ​ພະນັກ
ງານ​ສະຖານ​ທູດ ບໍ່​ໃຫ້​ເດີນທາງອອກ​ຈາກ​ປະ​ເທດ ​ໃນ​ຂະນະ​ທີ່​ເກົາຫລີ​ເໜືອໄດ້ຫ້າ​ມ
ບໍ່​ໃຫ້ຊາວ​ມາ​ເລ​ເຊຍ​ ອອກ​ຈາກ​ດິນ​ແດນ​ຂອງ​ຕົນ​ ​ໃນ​ຂະນະ​ທີ່​ທັງ​ສອງ​ປະ​ເທດ ການ
​ຕໍ່ສູ້​ທາງ​ດ້ານ​ການ​ທູດ ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ​ໄດ້​ມີການ​ສັງຫານ​
ອ້າ​ຍ​ຕ່າງມານ​ດາ​ຂອງ​ຜູ້ນຳ​ເກົາຫລີ​ເໜືອ.

ການ​ຕັດສິນ​ໃຈ​ໃນ​ວັນ​ອັງຄານ​ມື້​ນີ້ ມີ​ຂຶ້ນຫລັງ​ຈາກການ​ເຄື່ອນ​ໄຫວກ່ອນ​ໜ້ານີ້ ໂດຍ
​ໄດ້​ຂັບ​ໄລ່ເອກ​ອັກຄະ​ລັດຖະທູດ​ຂອງ​ອີກ​ຝ່າຍ​ນຶ່ງ.

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້
“ຈັບ​ເອົາ​ປະຊາຊົນຂອງ​ພວກ​ເຮົາ​ເປັນ​ໂຕ​ປະກັນ” ​ແລະທ່ານ​ຫວັງ​ວ່າການ​ຕັດສິນ​ໃຈ​
ດັ່ງກ່າວ ຈະຖືກ​ຕ່າວ​ປີ້ນ​ທັນ​ທີ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້ມທະວີ​ຂຶ້ນ.

ການ​ເຄື່ອນ​ໄຫວ​ຂອງ​ເກົາຫລີເໜືອ​ໄດ້​ປະກາດຜ່ານ​ທາງ​ໂທລະພາບ​ລັດຖະບານ
ໂດຍ​ກ່າວວ່າ ການ​ຫ້າມ​ຈະ​ດຳ​ເນີນ​ຕໍ່​ໄປ ​ຈົນ​ກວ່າ​ຄວາມ​ປອດ​ໄພ​ປະຊາຊົນ​ຂອງ​ຕົນ
ທັງໝົດ​ຢູ່​ໃນ​ມາ​ເລ​ເຊຍ​ໄດ້​ຮັບ​ການ​ຄໍ້າປະກັນ.

ທ້າວ Kim Jong Nam ອ້າຍ​ຕ່າງ​ມານ​ດາ​ຂອງ​ທ່ານ Kim Jong Un ​ໄດ້​ຖືກ​ໂຈມ​ຕີ
ເມື່ອ​ວັນ​ທີ 13 ​ກຸມພາຜ່ານ​ມາ ​ຢູ່ສະໜາມ​ບິນ​ໃນ​ນະ​ຄອນ Kuala Lumpur ​ດ້ວຍອັນ
​ທີ່​ບັນດາ​ນັກ​ສືບສວນ​ມາ​ເລ​ເຊຍ​ ກ່າວ​ວ່າ ​ເປັນສານພິດ​ທຳ​ລາຍປະສາດ VX. ລາວ
​ໄດ້​ເສຍ​ຊີວິດ​ໃນ 20 ນາ​ທີ​ຕໍ່​ມາ.

ທ້າວ Kim Jong Nam ຜູ້ລີ້ໄພ ອ້າຍຕ່າງມານດາຂອງຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງໂອ້ລົມກັບຕຳຫລວດຢູ່ສະໜາມບິນສາກົນ Kuala Lumpur ປະເທດມາເລເຊຍ.
ທ້າວ Kim Jong Nam ຜູ້ລີ້ໄພ ອ້າຍຕ່າງມານດາຂອງຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງໂອ້ລົມກັບຕຳຫລວດຢູ່ສະໜາມບິນສາກົນ Kuala Lumpur ປະເທດມາເລເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ໄດ້​ກ່າວ​ຫາ ​ແມ່ຍິງ​ຫວຽດນາມ ​ແລະ​ອິນ​ໂດ​ເນ​ເຊຍ ​ໃນ​
ການ​ຄາດ​ຕະກຳ ​ໂດຍກ່າວ​ວ່າ​ເຂົາ​ເຈົ້າ​ແມ່ນ​ຜູ່​ທີ່​ໄດ້​ເອົາ​ສານ​ພິດ​ດັ່ງກ່າວທາ​ໜ້າ​ທ້າ​ວ
Kim. ຕຳຫລວດ​ກຳລັງ​ຊອກຫາ​ຜູ້​ຕ້ອງ​ສົງ​ໄສ​ອີກ​ຫລາຍ​ຄົນ​ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ ​ໄດ້​ພົວ
ພັນ​ກັບ​ການ​ສັງຫານນີ້ ຮວມທັງ​ຊາວ​ເກົາຫລີ​ເໜືອ​ຈຳນວນ​ນຶ່ງ. ຜູ້​ຕ້ອງ​ສົງ​ໄສ​ເກົາຫລີ​
ເໜືອ​ຄົນ​ນຶ່ງ​ໄດ້​ຖືກ​ກັກ​ຂັງ​ໄວ້​ເປັນ​ເວລາ​ຫລາຍ​ອາທິດ​ກ່ອນ​ທີ່​ໄດ້​ຖືກ​ເນລະ​ເທດ.

​ເກົາຫລີ​ເໜືອ​ຍັງ​ບໍ່​ໄດ້​ຢືນຢັນ​ວ່າ ຜູ້​ທີ່ຕາຍເປັນ​ທ້າວ Kim Jong Nam ​ແລະ​ໄດ້​ປະຕິ​
ເສດຕໍ່​ການ​ສື​ບສວນ ​ຂອງ​ຕຳຫລວດ​ມາ​ເລ​ເຊຍ​ໃນ​ຄະດີດັ່ງກ່າວ ​ແລະ​ການສະ​ເໜີແນ​ະ
​ໃດໆ​ກໍ​ຕາມ ທີ່ວ່າ​ຕົນຢູ່​ເບື້ອງ​ຫລັງ​ການ​ຄາດ​ຕະກຳນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG