ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໒ ກໍລະກົດ ໒໐໒໔

ບັນ​ດາ​ບໍ​ລິ​ສັດ​ລາຍ​ໃຫຍ່ ເປັນ​ພາກ​ສ່ວນ​ທີ່​ກຳ​ນົດ​ອັດ​ຕາ​ແລກ​ປ່ຽນ​ໃນ​ລາວ


ແມ່​ຍິງ​ຄົນ​ນຶ່ງ​ນັບ​ເງິນ​ໃບ 1 ໂດ​ລາ​ໃນ​ພາບ​ທີ່​ຖ່າຍ​ໃນ​ວັນ​ທີ 30 ພຶດ​ສະ​ພາ 2022.
ແມ່​ຍິງ​ຄົນ​ນຶ່ງ​ນັບ​ເງິນ​ໃບ 1 ໂດ​ລາ​ໃນ​ພາບ​ທີ່​ຖ່າຍ​ໃນ​ວັນ​ທີ 30 ພຶດ​ສະ​ພາ 2022.

ນັກ​ທຸ​ລະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ໃນ​ລາວ ໃຫ້​ການ​ຢືນ​ຢັນ​ວ່າ​ບັນ​ດາ​ບໍ​ລິ​ສັດ​ການ​ຄ້າ​ລາຍ​ໃຫຍ່​ເປັນ​ພາ​ກ​ສ່ວນ​ທີ່​ກຳ​ນົດ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ທີ່​ເປັນ​ຈິງ​ຢູ່​ໃນ ລາວ ໃນ​ແຕ່​ລະ​ວັນ ໂດຍ​ທະ​ນາ​ຄານ​ແຫ່ງ​ຊາດ​ລາວບໍ່​ສາ​ມາດ​ຄວບ​ຄຸມ​ໄດ້​ເລີຍ ຊຶ່ງ​ກໍ​ເປັນ​ເພາະ​ວ່າ​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ ແລະ ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ​ໃນ​ລາວ​ນັ້ນ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ການ​ແລກ​ປ່ຽນ​ເງິນ​ຕາ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ການ​ຄ້າ​ລາຍ​ໃຫຍ່​ໄດ້​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ຂະ​ນະ​ທີ່​ບັນ​ດາ​ບໍ​ລິ​ສັດ​ການ​ຄ້າ​ລາຍ​ໃຫຍ່​ຈະ​ຕ້ອງ​ໃຊ້​ເງິນ​ຕາ​ເພື່ອ​ຊຳ​ລະ​ລາ​ຄາ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ເງິນ​ບາດ​ຂອງ​ໄທ​ນັ້ນ ເມື່ອ​ສົບ​ທົບ​ດ້ວຍ​ອັດ​ຕາ​ເງິນ​ເຟີ້​ສູງ ອັນ​ເຮັດ​ໃຫ້​ຄ່າ​ເງິນ​ກີບບໍ່​ມີ​ສະ​ຖຽນ​ລະ​ພາບ​ດ້ວຍ​ແລ້ວ​ໂດຍບໍ່​ອີງ​ຕາມ​ອັດ​ຕາ​ແລກ​ປ່ຽນ​ທີ່​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ​ກຳ​ນົດ​ແຕ່​ຢ່າງ​ໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG