ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດມະຫາອໍານາດ ເນັ້ນໜັກໃສ່ການຮັບມືກັບໂຄວິດ-19 ຢູ່ໃນກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ


ຮົ້ວເຫລັກກັນທາງເຂົ້າສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ຢູ່ນະຄອນນິວຢອກໃນວັນທີ 18 ກັນຍາ, 2020.
ຮົ້ວເຫລັກກັນທາງເຂົ້າສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ຢູ່ນະຄອນນິວຢອກໃນວັນທີ 18 ກັນຍາ, 2020.

ໃນຂະນະທີ່ການກ່າວຄຳປາໄສປະຈຳປີຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ກຳລັງດຳເນີນໄປໃນວັນອັງຄານວານນີ້, ການຕໍ່ສູ້ກັບ ແລະການກຳຈັດການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ຮັບການເອົາໃຈໃສ່ທີ່ສຳຄັນທີ່ສຸດຂອງບັນດາປະເທດມະຫາອຳນາດສ່ວນໃຫຍ່ໃນໂລກ.

ບັນດາຜູ້ນຳທົ່ວໂລກກຳລັງພົບປະກັນທາງອອນລາຍໃນປີນີ້ ຍ້ອນວ່າ ມີໂຄວິດ-19, ພະຍາດທີ່ເກີດຈາກໄວຣັສໂຄໂຣນານັ້ນ. ກໍລະນີຄົນຕິດເຊື້ອໄວຣັສໂຄໂຣນາທີ່ໄດ້ຮັບການຢືນຢັນໃນທົ່ວໂລກໄດ້ເກີນ 31 ລ້ານຄົນແລ້ວ, ມີຜູ້ເສຍຊີວິດຫຼາຍກວ່າ 960,000 ຄົນ, ອີງຕາມສູນຊັບພະຍາກອນກ່ຽວກັບໄວຣັສໂຄໂຣນາ Johns Hopkins ທີ່ຕິດຕາມບັນທຶກຂໍ້ມູນນີ້.

ຈາກຈີນ, ຊຶ່ງປະເທດທີ່ເຊື່ອວ່າເປັນບ່ອນກໍາເນີດຂອງໄວຣັສດັ່ງກ່າວນັ້ນ, ປະທານປະເທດ ສີ ຈິ້ນຜິງໄດ້ສັນຍາວ່າຈະກຳຈັດມັນໃຫ້ໄດ້. ທ່ານໄດ້ປະກາດວ່າ ປັກກິ່ງຈະສະໜອງເງິນອີກ 50 ລ້ານໂດລາ ເພີ່ມໃຫ້ແຜນການຮັບມື ດ້ານມະ ນຸດສະທຳທົ່ວໂລກກັບໂຄວິດ-19 ຂອງອົງການສະຫະປະຊາຊາດແລະກ່າວວ່າປະເທດຂອງທ່ານກຳລັງມີຄວາມຄືບໜ້າກ່ຽວກັບການຜະລິດຢາວັກຊີນ.

ທ່ານສີກ່າວໃນຂໍ້ຄວາມສົ່ງທາງວີດີໂອຂອງທ່ານ ຕໍ່ກອງປະຊຸມທາງອອນລາຍວ່າ: "ໃນເວລານີ້, ຢາວັກຊີນປ້ອງກັນພະຍາດໂຄວິດ-19 ຫລາຍຢ່າງທີ່ພັດທະ ນາໂດຍຈີນ ແມ່ນຢູ່ໃນຂັ້ນທົດລອງທາງຄລີນິກໄລຍະ 3 ແລ້ວ." ທ່ານກ່າວຕໍ່ໄປວ່າ "ເມື່ອໃດການພັດທະນາຢາພວກນີ້ຫາກສຳເລັດ ແລະມີພ້ອມໄວ້ໃຫ້ນຳໃຊ້ແລ້ວ, ຢາເຫລົ່ານີ້ກໍຈະເປັນຜະລິດຕະພັນຂອງສາທາລະນະຊົນທົ່ວໂລກ ແລະຈະສະໜອງໃຫ້ບັນດາປະເທດກຳລັງພັດທະນາອື່ນໆ ໂດຍອີງໃສ່ບູລິມະສິດ."

ທ່ານຍັງກ່າວປະນາມການດຳເນີນຄວາມພະຍາຍາມເຮັດໃຫ້ໄວຣັສດັ່ງກ່າວກາຍເປັນເລື້ອງການເມືອງ ຫລື ເປັນເລື້ອງທີ່ຖືວ່າມີມົນທິນ.

ໃນຄຳປາໄສຂອງທ່ານໃນກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ຫລື UNGA ນັ້ນ, ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໂຈມຕີຈີນ, ໂດຍເອີ່ຍເຖິງໂຄວິດ-19 ວ່າ ເປັນ "ໄວຣັສຈີນ", ແລະກ່າວວ່າ ປັກກິ່ງຕ້ອງຮັບຜິດຊອບຕໍ່ການກະທຳທີ່ເຮັດໃຫ້ມັນ "ແຜ່ລາມອອກໄປສູ່ໂລກ". ທ່ານກ່າວວ່າ ສະຫະລັດກຳລັງກ້າວໜ້າໄປສູ່ການຜະລິດສັກຢາວັກຊີນທີ່ອາດມີຂຶ້ນນີ້ເຊັ່ນກັນ.

“ພວກເຮົາຈະແຈກຢາຍຢາວັກຊີນ. ພວກເຮົາຈະເອົາຊະນະເຊື້ອໄວຣັສນີ້ໃຫ້ໄດ້. ພວກເຮົາຈະເຮັດໃຫ້ການແຜ່ລະບາດຍຸຕິລົງ, ແລະພວກເຮົາຈະກ້າວເຂົ້າສູ່ຍຸກ
ໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງ, ການຮ່ວມມືກັນ ແລະສັນຕິພາບທີ່ບໍ່ເຄີຍມີມາກ່ອນ.”

ປະທານາທິບໍດີຣັດເຊຍຍັງໄດ້ກ່າວເຖິງຄວາມຄືບໜ້າຂອງປະເທດເພິ່ນກ່ຽວກັບຢາວັກຊີນນີ້ເຊັ່ນກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG