ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາອຳນາດ ພົບປະກັນທີ່ປາຣີ ຫາທາງຟື້ນຟູ ການເຈລະຈາ ສັນຕິພາບ ອິສຣາແອລ ກັບ ປາແລສໄຕນ໌


ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Jean-Marc Ayrault (ຊ້າຍ) ຕ້ອນຮັບລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ຂະນະທີ່ທ່ານ ເດີນທາງໄປເຖິງ.
ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Jean-Marc Ayrault (ຊ້າຍ) ຕ້ອນຮັບລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ຂະນະທີ່ທ່ານ ເດີນທາງໄປເຖິງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ພ້ອມ​ກັບ​ຫົວໜ້ານັກ​ການ ທູດ​ຂອງ​ຢູ​ໂຣບ​ແລະ​ອາຣັບພວມ​ປະຊຸມ​ກັນ​ຢູ່​ນະຄອນ​ປາຣີ ​ໃນ​ວັນ​ສຸກມື້ນີ້ໂດຍ​ຫວັງ​ວ່າ ຈະ​ພົບ​ເຫັນ​ຊ່ອງ​ທາງ​ຮ່ວມ​ກັນເພື່ອ​ຟື້ນຟູ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິສຣາ​ແອ​ລ ແລະ​ປາ​ແລ​ສ​ໄຕ​ນ໌ ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມານັ້ນ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ຮຽກຮ້ອງ​ໃຫ້ອິສຣາ​ແອ​ລ​ແລະ​ປາ​ແລ​ສ ໄຕ​ນ໌ ສະ​ແດງ​ຄວາມ​ກ້າຫານ​ໃນ​ການ​ເລືອກ​ເອົາ​ສັນຕິພາບ ​ໃນ​ຂະນະ​ທີ່​ທ່ານ​ກ່າວ​ຄຳ​ປາ ໄສ​ເປີດ​ກອງ​ປະຊຸມ​ສັນຕິພາບ​ດັ່ງກ່າວ.

ການ​ຫາລື​ກັນ​ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງໆ ກ່ຽວ​ກັບ​ຂໍ້​ຕົກລົງ ​ໃນ​ການ​ມີ​ສັນຕິພາບ​ອັນ​ຖາວອນ ລະຫວ່າງອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ນັ້ນ ​ແມ່ນ​ຕ້ອງ​ໄດ້​ພິຈາລະນາ ​ເຖິງ​ຄວາມ​ສຳຄັນ ຂອງ​ໝົດ​ທັງ​ຂົງ​ເຂດ ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Hollande.

ທ່ານ Hollande ກ່າວ​ຕື່ມ​ວ່າ ມະຫາ​ອຳນາດ​ລະຫວ່າງ​ປະ​ເທດ​ຄວນ​ເອົາ​ບົດບາດ​ທີ່​ສຳຄັນ ໃນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຂັ້ນຕອນ​ສັນຕິພາບ ​ແຕ່​ໃນທີ່​ສຸດ​ແລ້ວ ມັນຂຶ້ນກັບ ທັງ​ສອງ​ຝ່າຍທີ່​ຈະ​ຕ້ອງ​ໄດ້ເຮັດວຽກຮ່ວມກັນ ​ແກ້​ໄຂການ​ຂັດ​ແຍ້​ງ.

ທ່ານ​ເວົ້າວ່າ ການ​ຂົ່ມຂູ່​ແລະ​ບູລິ​ມະ​ສິດ​ໄດ້​ມີ​ການ​ປ່ຽນ​ແປງ. ການ​ປ່ຽນ​ແປງ​ເຫຼົ່ານີ້​ເຮັດ​ໃຫ້ ມີ​ຄວາມ​ຮີບ​ດ່ວນ​ຫລາຍ​ຂຶ້ນທີ່​ຈະ​ຕ້ອງ​ໄດ້​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ຕໍ່​ບັນຫາ​ຂັດ​ແຍ້​ງແລະ ຄວາມ​ວຸ້ນວາຍ​ຢູ່​ໃນ​ຂົງ​ເຂດ​ໄດ້​ສ້າງ​ພັນທະ​ໃໝ່​ເພື່ອ​ໃຫ້ມີສັນຕິພາບ.

ການ​ສະໜອງ​ຕອບ​ຂອງ​ວໍ​ຊິງ​ຕັນ​ຕໍ່​ຄວາມ​ພະຍາຍ​າມຂອງຝຣັ່ງ​ໄດ້​ມີ​ຂຶ້ນ​ແບບ​ບໍ່​ກະຕືລືລົ້ນ ປານ​ໃດ ​ໂດຍ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ​ໄດ້​ຕົກລົງ​ທີ່ ຈະ​ເຂົ້າຮ່ວມ ພຽງ​ແຕ່ ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ໄດ້​ສະ​ເໜີ​ໂດຍ​ຝຣັ່ງ​ແລະ​ປະ​ເທດ​ອື່ນໆ. ​ແຕ່​ແນວ​ໃດ​ກໍ ຕາມ ​ເຈົ້າໜ້າ​ທີ່ອະ​ວຸ​ໂສ​ຂອງ​ສະຫະລັດ​ກ່າວຢ້ຳ​ເຖິງ​ຄວາມ​ຈຳ​ເປັນອັນ​ຮີບ​ດ່ວນທີ່​ຈະ​ຕ້ອງ ໄດ້ດຳ​ເນີນ​ງານ​ເພື່ອ​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ເປົ້າໝາຍ​ໃນ​ການ​ເຈລະຈາ​ຕົກລົງ​ແບບ​ມີ ສອງ​ລັດ​ສອງ​ປະ​ເທດ.

​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ກະຊວງ​ການຕ່າງປະ​ເທດສ​ະຫະລັດ ​ກ່າວ​ວ່າ ພວກ​ເຮົາ​ມາ​ທີ່​ນີ້ ເພື່ອ​ທຳ​ການສະ​ເໜີ​ຫົວ​ຂໍ້​ໃດໆ.​ ​ໃນ​ຂະນະ​ທີ່​ສະຫະລັດ ​ມີ​ຈິດ​ໃ​ຈ​ເປີດ​ກວ້າງ ຕໍ່​ແນວ​ຄິດ​ຕ່າງໆ​ແຕ່​ພວກ​ເຮົາ​ຍັງບໍ່​ໄດ້​ຕັດສິນ​ໃຈ​ໃດໆ​ເທື່ອ​ກ່ຽວ​ກັບ​ວ່າແມ່ນ​ຫຍັງ​ແທ້ຖ້າ​ຫາກ​ມີບົດ ບາດ​ຂອງ​ພວກ​ເຮົາ​ຢູ່​ໃນ​ຂໍ້​ລິ​ເລີ້ມທີ່​ຈະ​ມີ​ການ​ດຳ​ເນີນ​ໄປຂ້າງ​ໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Kerry Mideast
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG