ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜັງສືພິມທີ່ສຳຄັນຂອງຍີ່ປຸ່ນ ຮຽກຮ້ອງໃຫ້ຍົກເລີກ ການແຂ່ງຂັນ ກິລາໂອລິມປິກ


ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຍາມຢູ່ໃກ້ກັບວົງແຫວນກິລາໂອລິມປິກ ລະຫວ່າງມີການປະທ້ວງ ຢູ່ຕໍ່ໜ້າຫ້ອງການໃຫຍ່ ຂອງຄະນະກຳມະການໂອລິມປິກ ທີ່ນະຄອນຫຼວງໂຕກຽວ ວັນທີ 18 ພຶດສະພາ 2021.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຍາມຢູ່ໃກ້ກັບວົງແຫວນກິລາໂອລິມປິກ ລະຫວ່າງມີການປະທ້ວງ ຢູ່ຕໍ່ໜ້າຫ້ອງການໃຫຍ່ ຂອງຄະນະກຳມະການໂອລິມປິກ ທີ່ນະຄອນຫຼວງໂຕກຽວ ວັນທີ 18 ພຶດສະພາ 2021.

ໜັງສືພິມຍີ່ປຸ່ນທີ່ສຳຄັນສະບັບນຶ່ງ ໄດ້ຮຽກຮ້ອງໃຫ້ຍົກເລີກການແຂ່ງຂັນກິລາໂອ ລິມປິກ
ເນື່ອງຈາກວິກິດການໂຄວິດ-19 ທີ່ພວມຊຸດໂຊມລົງຕື່ມຢູ່ໃນປະເທດດັ່ງ ກ່າວ.

ບົດບັນນາທິການ ຂອງໜັງສືພິມອາຊາຮີ ຊິມບູນ (Asahi Shimbun) ສະບັບທີ່ອອກໃນ
ວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ໂຍຊິຮິເດະ ຊູກະ ຈົ່ງຊັ່ງຊາຢ່າງງຽບໆ
ເບິ່ງສະພາບການໃນປັດຈຸບັນ ແລະຍົກເລີກດານແຂ່ງຂັນກິລາໂອລິມປິກ. ບົດບັນນາທິ
ການໄດ້ຕຳນິບັນດາຜູ້ນຳ ຂອງຄະນະກຳມະການກິລາໂອລິມປິກ ສາກົນ ທີ່

“ຄິດວ່າຕົນເປັນຝ່າຍຖືກ” ໂດຍສະເພາະ ທ່ານຮອງປະທານຈອນ ໂຄດສ໌ ຜູ້ທີ່ກ່າວໃນ
ອາທິດແລ້ວນີ້ວ່າ ການແຂ່ງຂັນກິລາໂອລິມປິກຢູ່ໂຕກຽວ ຈະດຳເນີນຕໍ່ໄປເຖິງແມ່ນວ່າຍັງ
ຢູ່ພາຍໃຕ້ການປະກາດພາວະສຸກເສີນກໍຕາມ. ໜັງສືພິມສະບັບນີ້ກ່າວວ່າ ຄຳເວົ້າຂອງ
ທ່ານໂຄດສ໌ ແມ່ນຂັດກັນກັບສາທາລະ ນະຊົນຍີ່ປຸ່ນ.

ຄວາມຮູ້ສຶກຂອງປະຊາຊົນທີ່ຄັດຄ້ານຕໍ່ການຈັດການແຂ່ງຂັນກິລາໂອລິມປິກ ໄດ້ເພີ້ມທະ
ວີຂຶ້ນ ທ່າມກາງການຕິດແປດທີ່ໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍຢູ່ຕາມໂຮງໝໍໃນທົ່ວປະເທດ.
ນະຄອນຫຼວງໂຕກຽວແລະຂົງເຂດອື່ນໆໃນຍີ່ປຸ່ນກຳ ລັງຢູ່ພາຍໃຕ້ພາວະສຸກເສີ ນທີ່ຈະ
ໝົດອາຍຸລົງໃນວັນທີ 31 ພຶດສະພາ ແຕ່ ມີທ່າທາງຄົງຈະຕໍ່ອອກໄປອີກ ຈົນຮອດເດືອນ
ມິຖຸນາ.

ໜັງສືພິມອາຊາຮີ ຊິມບູນ ທີ່ບົດບັນນາທິການມີຫົວອຽງເສລີອຽງ ໄດ້ເອົາທ່າທີ ທີ່ກົງກັນ
ຂ້າມກັບພັກເສລີປະຊາທິປັດຂອງນາຍົກລັດຖະມົນຕີຊູກະນັ້ນ ເປັນໜັງ ສືພິມທີ່ສຳຄັນ
ຂອງຍີ່ປຸ່ນທີ່ໄດ້ຮຽກຮ້ອງໃຫ້ຍົກເລີກການແຂ່ງຂັນໂອລິມປິກ ເຖິງ ແມ່ນວ່າເປັນນຶ່ງ ໃນ
ບັນດາຜູ້ສະໜັບສະໜູນທີ່ສຳຄັນ. ສະມາຄົມປະຕິບັດງານ ການແພດຍີ່ປຸ່ນ ທີ່ເປັນຜູ້
ຕາງໜ້າພວກນາຍໝໍ ແລະໂຮງໝໍ ປະມານ 6,000 ແຫ່ງ ກໍໄດ້ຮຽກຮ້ອງໃຫ້ທ່ານຊູກະ
ຊັກຊວນໃຫ້ຄະນະກຳມະການກິລາໂອລິມ ປິກສາກົນຍົກເລີກການແຂ່ງຂັນດັ່ງກ່າວ.

ບົດບັນນາທິການຂອງໜັງສືພິມອາຊາຮິ ຊິມບູນ ໄດ້ມີຂຶ້ນສອງມື້ຫຼັງຈາກລັດຖະ ບານ
ສະຫະລັດ ໄດ້ເຕືອນປະຊາຊົນຂອງຕົນບໍ່ໃຫ້ເດີນທາງໄປຍີ່ປຸ່ນ ເພາະວ່າ ມີກໍລະນີຕິດ
ເຊື້ອໂຄວິດ-19 ເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG