ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພົນຕີ ສັນຍາຮັກ ພົມວິຫານ ລມຕ ຊ່ວຍປ້ອງກັນ ປະເທດລາວ ເສຍຊີວິດແລ້ວ


ທ່ານ ພົນຕີ ສັນຍາຮັກ ພົມມະວິຫານ ທີ່ລວມອສຍຸໄດ້ 45 ປີ ເສຍຊີວິດຢ່າງກະທັນຫັນ ໃນຄືນວັນທີ 18 ກໍລະກົດ ທີ່ຜ່ານມານີ້
ທ່ານ ພົນຕີ ສັນຍາຮັກ ພົມມະວິຫານ ທີ່ລວມອສຍຸໄດ້ 45 ປີ ເສຍຊີວິດຢ່າງກະທັນຫັນ ໃນຄືນວັນທີ 18 ກໍລະກົດ ທີ່ຜ່ານມານີ້
ພົນຕີສັນຍາຮັກ ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງ
ປ້ອງກັນປະເທດລາວ ລູກຊາຍຂອງທ່ານໄກສອນ ພົມວິຫານ ເສຍຊີວິດແລ້ວຢ່າງກະທັນຫັນ ໂດຍມີອາຍຸໄດ້ພຽງ 45 ປີ ເທົ່ານັ້ນ.


ຄະນະບໍລິຫານງານສູງກາງພັກປະຊາຊົນປະຕິວັດລາວ ສະພາ
ແຫ່ງຊາດລາວ ຄະນະລັດຖະບານລາວ ສູນກາງແນວລາວສ້າງ
ຊາດ ແລະກະຊວງປ້ອງກັນປະເທດລາວ ໄດ້ຮ່ວມກັນອອກແຈ້ງ
ການໃນຄືນວັນທີ 18 ກໍລະກົດທີ່ຜ່ານມາວ່າ ພົນຕີ ສັນຍາຮັກ
ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ແລະກໍາມະການບໍລິ
ຫານສູນກາງພັກ ໄດ້ເຖິງແກ່ມໍລະນະກໍາ ໃນຕອນທ່ຽງຂອງວັນທີ 17 ກໍລະກົດ ທີ່ຜ່ານ
ມາ ຫຼັງຈາກທີ່ຄະນະແພດໝໍທັງພາຍໃນແລະຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດ ຄວາມສາມາດແລ້ວ ແຕ່ກໍບໍ່ສາມາດກອບກູ້ຊີວິດໄວ້ໄດ້ ຈົນເຖິງວັນທີ່ມໍລະນະກໍາດັ່ງ
ກ່າວ. ພົນຕີສັນຍາຮັກ ມີອາຍຸ ລວມໄດ້ 45 ປີ.

ພົນຕີສັນຍາຮັກ ເປັນລູກຄົນນຶ່ງໃນຈໍານວນທັງໝົດ 6 ຄົນຂອງທ່ານໄກສອນ ພົມວິຫານ ອະດີດຜູ້ນໍາສູງສຸດຂອງພັກ ແລະລັດຖະບານລາວ ກັບທ່ານນາງທອງວິນ ພົມວິຫານ
ອະດີດເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ໂດຍພົນຕີ ສັນຍາຮັກ ນັບວ່າເປັນ
ນາຍທະຫານ ທີ່ມີຄວາມກ້າວໜ້າໃນໜ້າທີ່ວຽກງານຢ່າງວ່ອງໄວຄົນນຶ່ງ ທັງໃນພັກ-ລັດ
ແລະກອງທັບ ທັງຍັງຖືເປັນນາຍທະຫານຍົດນາຍພົນທີ່ອາຍຸນ້ອຍທີ່ສຸດໃນກອງທັບປະ
ຊາຊົນລາວອີກດ້ວຍ.
ທ່ານພົນຕີ ສັນຍາຮັກ ພົມວິຫານ (ທີ 2 ຈາກຊ້າຍ) ທີ່ກອງປະຊຸມຢ່າງບໍ່ເປັນທາງການ ໃນການຮ່ວມມືດ້ານປ້ອງກັນປະເທດ ຂອງກຸ່ມອາຊ່ຽນ
ທ່ານພົນຕີ ສັນຍາຮັກ ພົມວິຫານ (ທີ 2 ຈາກຊ້າຍ) ທີ່ກອງປະຊຸມຢ່າງບໍ່ເປັນທາງການ ໃນການຮ່ວມມືດ້ານປ້ອງກັນປະເທດ ຂອງກຸ່ມອາຊ່ຽນ

ທ່ານ ພົນຕີ ສັນຍາຮັກ ຈົບການສຶກສາດ້ານການທະຫານຈາກ
ໂຮງຮຽນປະສານເຫຼົ່າທັບຊັ້ນສູງໃນອະດີດສະຫະພາບໂຊຫວຽດ
ຣັດເຊຍເມື່ອປີ 1988 ຫຼັງຈາກນັ້ນ ກໍໄດ້ກັບຄືນມາລາວ ແລະລົງ
ສູ່ຮາກຖານທີ່ແຂວງໄຊຍະບູລີ ແລະນະຄອນວຽງຈັນ ໂດຍມີຊັ້ນ
ເປັນຮ້ອຍເອກ ແລະກໍໄດ້ຈະເຣີນກ້າວໜ້າໃນໜ້າທີ່ວຽກ ງານຂຶ້ນ
ຢ່າງຕໍ່ເນື່ອງ ໂດຍໄດ້ຕິດຍົດນາຍພົນຈັດຕະວາ ໃນຕໍາແໜ່ງຫົວ
ໜ້າກົມໃຫຍ່ເສນາທິການກອງທັບໃນປີ 2007 ແລະໄດ້ເລື່ອນຊັ້ນ
ເປັນພົນຕີໃນປີ 2009. ຈົນທ້າຍສຸດ ກໍໄດ້ກ້າວຂຶ້ນສູ່ຕໍາແໜ່ງລັດ
ຖະມົນຕີຊ່ວຍວ່າການກະຊວງປ້ອງກັນ ປະເທດໃນຊ່ວງກາງປີ 2011 ທັງຍັງເປັນກໍາມະການສູນກາງພັກ ຕັ້ງແຕ່ປີ 2006 ເປັນຕົ້ນ ມາຈົນເຖິງມື້ມໍລະນະກໍາດັ່ງກ່າວ.

ງານຊາປະນະກິດສົບ ແລະພິທີໄວ້ອາໄລ ໄດ້ຈັດຂຶ້ນວັນທີ 18-21 ກໍລະກົດ ແລະການ
ຊາປະນະກິດສົບກໍານົດມີຂຶ້ນໃນເວລາ 13 ໂມງ ຂອງວັນທີ 21 ກໍ ລະກົດ ຢູ່ທີ່ວັດເທບ ນິມິດ ຫຼື ວັດທາດຝຸ່ນ ໃນນະຄອນວຽງຈັນ.

ພົນຕີສັນຍາຮັກ ພົມວິຫານ (ທີ 3 ຈາກຊ້າຍ) ທີ່ກອງປະຊຸມລະດັບລັດຖະມົນຕີ ດ້ານປ້ອງກັນປະເທດ ຂອງກຸ່ມອາຊ່ຽນ
ພົນຕີສັນຍາຮັກ ພົມວິຫານ (ທີ 3 ຈາກຊ້າຍ) ທີ່ກອງປະຊຸມລະດັບລັດຖະມົນຕີ ດ້ານປ້ອງກັນປະເທດ ຂອງກຸ່ມອາຊ່ຽນ

ອີກດ້ານນຶ່ງ ກໍມີລາຍງານວ່າ ສະພາບການແຜ່ລະບາດຂອງ
ພະຍາດໄຂ້ເລືອດອອກຢູ່ໃນລາວ ກໍຍັງຄົງສືບຕໍ່ແຜ່ລາມໄປໃນ
ທົ່ວປະເທດ ຈົນເຖິງປັດຈຸບັນ ທັງນີ້ໂດຍອິງຕາມຂໍ້ມູນຂອງກະ
ຊວງສາທາລະນະສຸກຂອງລາວ ໃນວັນທີ 12 ກໍລະກົດທີ່ຜ່ານ
ມາ ກໍປາກົດວ່າ ມີປະຊາຊົນລາວເຖິງ 23,468 ຄົນ ທີ່ປ່ວຍ
ເປັນໄຂ້ເລືອດອອກ ແລະມີຜູ້ເສຍຊີວິດໄປແລ້ວ 69 ຄົນ ໂດຍ
ເຂດທີ່ມີຄົນປ່ວຍຫຼາຍທີ່ສຸດ ກໍແມ່ນນະຄອນຫລວງວຽງຈັນ ແລະ
ຈໍາປາສັກ ຕາມລໍາດັບ.


ກ່ອນໜ້ານີ້ ດຣ. ແສງທອງ ບິຣາກູນ ຫົວໜ້າຜະແນກສາທາລະນະສຸກເຂດນະຄອນ ວຽງຈັນ ຊຶ່ງເປັນຜູ້ຊໍານານການດ້ານການຄວບຄຸມພະຍາດຕິດຕໍ່ໃນລາວ ໄດ້ໃຫ້ການ ຢືນຢັນວ່າ ຖ້າຫາກສະພາບການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກໃນລາວຍັງ
ບໍ່ຖືກຄວບຄຸມໃຫ້ໄດ້ ຢ່າງມີປະສິດທີພາບຢ່າງແທ້ຈິງ ຄືທີ່ເປັນຢູ່ໃນເວລານີ້ ກໍເຊື່ອວ່າ ຈໍານວນຜູ້ຕິດເຊື້ອໂຣກໄຂ້ເລືອດອອກ ຈະເພີ່ມຂຶ້ນເປັນຫຼາຍກວ່າ 28,000 ຄົນ ແລະ
ຍັງຈະເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 250 ອີກດ້ວຍ. ສະນັ້ນ ຈຶ່ງມີຄວາມຈໍາເປັນທີ່ຈະ
ຕ້ອງໂຄສະນາປະຊາສໍາພັນເພື່ອໃຫ້ປະຊາຊົນ ມີຄວາມເຂົ້າໃຈວີທີການປ້ອງກັນຕົວ
ເອງຢ່າງຮີບດ່ວນທີ່ສຸດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງກະຊວງສາທາລະນະສຸກທ່ານນຶ່ງ ໄດ້ໃຫ້ການຢືນຢັນວ່າ:

ສື່ມວນຊົນທຸກຂະແໜງການ ຄັນຖ້າເຂົ້າໃຈຖືກຕ້ອງ ແລະໃຫ້ຂໍ້ມູນຂ່າວສານ
ແກ່ພໍ່ແມ່ປະຊາຊົນໃຫ້ຮູ້ຈັກປ້ອງກັນຕົນເອງ ປ້ອງກັນຄອບຄົວຕົນເອງ ປ້ອງ
ກັນບ້ານຕົນເອງ ແລະປ້ອງກັນເມືອງຂອງຕົນເອງນັ້ນ ກໍຈະເຮັດໃຫ້ຈໍາກັດການ
ເສຍຊີວິດແລະການຕິດໄຂ້ເລືອດອອກລົງໃຫ້ມັນໄດ້ທັນການ.”


ທັງນີ້ ສິ່ງທີ່ທາງການລາວໄດ້ຮຽກຮ້ອງ ຂໍຄວາມຮ່ວມມືຈາກປະຊາຊົນລາວເປັນບຸລິມະສິດ
ທີ່ສຸດ ໃນເວລານີ້ ກໍຄືການປະກອບສ່ວນເຂົ້າໃນຂະບວນການປາບຍຸງລາຍ ແລະປ້ອງກັນ
ຍຸງລາຍຢູ່ທຸກຫົນແຫ່ງໃນທົ່ວປະເທດ ດ້ວຍການກໍາຈັດແຫຼ່ງຂະຫຍາຍພັນຂອງຍຸງລາຍ ເຊັ່ນການກໍາຈັດພາຊະນະຕ່າງໆ ແລະການອະນາໄມສິ່ງແວດລ້ອມທັງພາຍໃນ ແລະພາຍ
ນອກເຮືອນ ເປັນຕົ້ນ.
XS
SM
MD
LG