ກອງກຳລັງຂອງຊີເຣຍ ແລະ ພວກຕໍ່ຕ້ານລັດຖະບານ ໄດ້ສູ້ລົບກັນຢູ່ຂອບນອກນະຄອນ ຫຼວງດາມັສກັສ ໃນວັນອາທິດວານນີ້ ຫຼັງຈາກພວກຕໍ່ຕ້ານ ໄດ້ແຊກຊຶມເຂົ້າໄປໃນນະ
ຄອນຫຼວງ ຜ່ານອຸໂມງໃນຕອນກາງຄືນ ແລະໄດ້ເປີດສາກບຸກໂຈມຕີແບບບໍ່ໃຫ້ຕັ້ງໂຕໄດ້ ຕໍ່ພື້ນທີ່ຂອງເມືອງຕ່າງໆທີ່ຄວບຄຸມໂດຍລັດຖະບານ.
ພວກຕໍ່ຕ້ານລັດຖະບານ ໄດ້ເລີ້ມຕົ້ນການໂຈມຕີ ດ້ວຍລົດບັນຈຸລະເບີດສອງຄັນ ແລະ ການໂຈມຕີສະຫລະຊີບຈຳນວນນຶ່ງ ອີງຕາມລາຍງານຂອງກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍທີ່ມີຫ້ອງການຕັ້ງຢູ່ປະເທດອັງກິດ. ພວກຕໍ່ຕ້ານລັດຖະບານ ຍຶດໄດ້ອາຄານ
ຫຼາຍແຫ່ງໃນຄຸ້ມ Jobar ຂອງຕົວເມືອງ ທີ່ຕັ້ງຢູ່ປະມານ 2 ກິໂລແມັດທາງກໍ້າຕາເວັນ
ອອກສຽງເໜືອ ຂອງກຳແພງເມືອງເກົ່າ ທີ່ມີການຄຸມກັນຢ່າງໜາແໜ້ນ ເຊິ່ງພວກພົນລະ
ເມືອງກ່າວວ່າ ລູກປືນໃຫຍ່ ແລະ ລູກຈະຫຼວດຫຼາຍລູກ ໄດ້ຕົກລົງໃສ່ໃນໃຈກາງ
ໂຕເມືອງ.
ແຕ່ຫຼັງຈາກການບຸກຄືບໜ້າໃນເບື້ອງຕົ້ນ ຂອງພວກຕໍ່ຕ້ານລັດຖະບານຍຸຕິລົງ ກຸ່ມສັງ
ເກດການ ກໍໄດ້ກ່າວວ່າ ເຮືອບິນລົບຂອງລັດຖະບານ ໄດ້ບິນໂຈມຕີທີ່ໝັ້ນທັງຫຼາຍຂອງ
ພວກຕໍ່ຕ້ານ ຫຼາຍກວ່າ 30 ຖ້ຽວບິນ ອັນເປັນບັ້ນລົບຄັ້ງຫລ້າສຸດ ໃນບັນຫາຂັດແຍ້ງທີ່
ແກ່ຍາວມາໄດ້ 6 ປີ.
ສື່ມ່ວນຊົນຂອງລັດຖະບານ ກ່າວວ່າ ພວກທະຫານທີ່ຈົງຮັກພັກດີຕໍ່ ປະທານາທິບໍດີ
Bashar al-Assad “ໄດ້ສະກັດກັ້ນການບຸກໂຈມຕີຂອງພວກກໍ່ການຮ້າຍຕໍ່ຈຸດຕ່າງໆ
ຂອງທະຫານ ແລະ ອາຄານທີ່ຢູ່ອາໄສທັງຫຼາຍຂອງພົນລະເມືອງໃນຄຸ້ມ Jobar."
ລະເບີດຂະໜາດໃຫຍ່ໄດ້ແຕກຂຶ້ນຢູ່ທາງດ້ານຫລັງ ໃນຂະນະທີ່ສະຖານີໂທລະພາບ
ຂອງລັດຖະບານ ກຳລັງຖ່າຍທອດອອກອາກາດສົດຢູ່ທີ່ນັ້ນ ຈາກຈະຕຸລັດ Abbasiyin ເຊິ່ງປົກກະຕິແລ້ວ ຈະເຕັມໄປດ້ວຍກິດຈະກຳຕ່າງໆຢູ່ແຫ່ງດັ່ງກ່າວ ແຕ່ມັນກໍເປົ່າຫວ່າງ ຫຼັງຈາກກອງທັບບົກ ໄດ້ສັ່ງໃຫ້ພົນລະເມືອງຢູ່ແຕ່ໃນບ້ານເຮືອນ.