ເບິ່ງວີດີໂອລາຍງານພາສາລາວ:
ພືດເຂົ້າສາລີຫ້ຽວແຫ້ງຕາຍໝົດ ຢູ່ໃນລັດເທັກຊັສ ປີນີ້ ຍ້ອນລະດູຮ້ອນທີ່ຮ້ອນເອົ້າແລະ
ແຫ້ງແລ້ງເປັນປະວັດການ. ຢູ່ໃນຂົງເຂດຮາບສູງໃນລັດເທັກຊັສນີ້ ພວກຜົນລະປູກແມ່ນບໍ່
ສາມາດທີ່ຈະຢູ່ລອດໄດ້ ນໍາປະລິມານນໍ້າຝົນທີ່ຕົກລົງມາໜ້ອຍຫລາຍ ຄືພຽງແຕ່ນຶ່ງສ່ວນ
ສິບຂອງປະລິມານນໍ້າຝົນຕາມປົກກະຕິນັ້ນ. ທ່ານ ທໍມັສ ມາເຣັກ ຜູ້ຊ່ຽວຊານດ້ານການ
ຊົນລະ ປະທານ ປະຈໍາມະຫາວິທະຍາໄລ Texas A&M ກ່າວວ່າ:
“ຄວາມຈິງແລ້ວ ມັນອາດຈະເປັນປີທີ່ແຫ້ງແລ້ງທີ່ສຸດໃນປະວັດສາດກໍວ່າໄດ້.”
ທ່ານ ທໍມັສ ມາເຣັກ ຜູ້ຊ່ຽວຊານດ້ານການຊົນລະປະທານ ປະຈໍາມະຫາວິທະຍາໄລ
Texas A&M. ໃນຂະນະທີ່ ປີນີ້ເປັນປີທີ່ຖືວ່າກັນດານທີ່ສຸດສໍາລັບພວກກະເສດຕະ
ກອນ ແຕ່ສໍາລັບທ່ານມາເລັກແລະເພື່ອນຮ່ວມ ງານຂອງເພີ່ນແລ້ວ ມັນເປັນປີທີ່ເກືອບ
ວ່າດີເລີດ. ຢູ່ສະຖານີຄົ້ນຄວ້າແຫ່ງນີ້ ທີ່ຕັ້ງຢູ່ກໍ້າເໜືອຂອງເມືອງ Amarillo ຫ່າງອອກ
ໄປນຶ່ງຊົ່ວໂມງນັ້ນ ພວກນັກຊ່ຽວຊານເຫລົ່ານີ້ກໍາລັງເຮັດວຽກຄົ້ນຄ້ວາ ເພື່ອກຽມພວກ
ກະເສດຕະກອນ ໃຫ້ສາມາດຮັບມືກັບອາກາດທີ່ຮ້ອນເອົ້າແລະແຫ້ງແລ້ງຂຶ້ນກວ່າເກົ່າ
ໃນຫລາຍປີຕໍ່ໜ້ານີ້. ທ່ານ ເຫວີນ ເວີ້ຍ ຊູ ຫົວໜ້າທີມໃນການດໍາເນີນຄວາມພະຍາ
ຍາມຜະສົມພັນເຂົ້າສາລີໃໝ່ ກ່າວວ່າ:
“ເບິ່ງຮູບການແລ້ວ ມັນຈະມີຄວາມສໍາຄັນເພີ່ມຂຶ້ນໄປເລື້ອຍໆ ເພາະວ່າພາຍໃຕ້
ສະພາບດິນຟ້າອາກາດປ່ຽນແປງນີ້ ພື້ນທີ່ທີ່ໜາວ ກໍຈະໜາວເໜັບຂຶ້ນໄປຕື່ມ
ສ່ວນພື້ນທີ່ທີຮ້ອນເອົ້າ ກໍຈະຮ້ອນເອົ້າຂຶ້ນໄປອີກ. ເວລາອາກາດຮ້ອນຫລາຍ
ກໍຈະເກີດສະພາບແຫ້ງແລ້ງຕາມມາ.”
ອາກາດຮ້ອນແລະຄວາມແຫ້ງແລ້ງ ຈະເຮັດໃຫ້ພືດເຂົ້າສາລີແຫ້ງເປັນສີນໍ້າຕານ. ນັ້ນໝາຍ
ເຖິງການສິ້ນສຸດຂອງການສ້າງທາດຄາບໍຮາຍເດຣດ ຄາບອນໄດອ໊ອກໄຊ້ ແລະນໍ້າປົນກັນ
ທີ່ຊ່ວຍໃຫ້ເມັດເຂົ້າສາລີມີເນື້ອມີໃນໂດຍອາໄສແສງຕາເວັນທີ່ເຮັດໃຫ້ເມັດຂອງມັນ ມີແປ້ງ ຫລາຍ.
ແຕ່ທ່ານ ຈິງ ວູ້ ຊູເອີ້ ເພື່ອນຮ່ວມງານຂອງທ່ານ ເຫວີນ ເວີ້ຍ ຊູ ໄດ້ຄົ້ນພົບເຊື້ອພັນທີ່
ສາມາດຊ່ວຍພັນເຂົ້າສາລີເຂດຮ້ອນຊະນິດຕ່າງໆຂຽວງາມຢູ່ໄດ້ດົນ ພາຍໃຕ້ສະພາບ
ອາກາດຮ້ອນແລະແຫ້ງແລ້ງນັ້ນ. ທ່ານກ່າວວ່າ
“ຖ້າຫາກວ່າມັນຂຽວຢູ່ດົນໄດ້ ກໍສະແດງວ່າມັນສາມາດສ້າງທາດຄາບໍຮາຍເດຮດ
ຄາບອນໄດອ໊ອກໄຊ້ ແລະນໍ້າປົນກັນ ຢູ່ດົນນານໄດ້ເຊັ່ນກັນ. ແລະເມື່ອມັນເຮັດ
ເຊ່ນນັ້ນໄດ້ ນໍ້າຈະສາມາດຫລໍ່ລ້ຽງເມັດເຂົ້າສາລີໄດ້ດົນ ແລະເມັດເຂົ້າສາລີກໍ
ຈະໃຫຍ່ໄດ້ດີ.”
ຕົ້ນສາລີທີ່ຂຽວຢູ່ໄດ້ດົນນານ ແມ່ນຈະຜະລິດເມັດໄດ້ໃຫຍ່ແລະຟັກໃຫຍ່ ໃນປີທີ່ແຫ້ງແລ້ງ
. ພວກທີມງານໄດ້ຜະສົມພັນເຂົ້າສາລີທີ່ມີພັນທີ່ຂຽວໄດ້ດົນນັ້ນ ກັບພັນຂອງຊະນິດອື່ນໆ
ທີ່ໃຫ້ຜົນເກັບກ່ຽວສູງ ເພື່ອຊອກຫາແນວພັນທີ່ດີທີ່ສຸດຂອງທັງສອງຊະນິດ. ພວກເຂົາເຈົ້າ
ໄດ້ໃຊ້ວິທີຜະສົມພັນແບບທີ່ເຄີຍເຮັດມາ ແທນທີ່ຈະໃຊ້ວິທີ່ຜະສົມເຊື້ອພັນທາງວິທະຍາສາດ
ຊຶ່ງມີກົດເກນບັງຄັບຫລາຍເກີນໄປ.
ທ່ານ Thomas Marek ກ່າວວ່າ ແຕ່ການທີ່ຈະຄົ້ນພົບເຊື້ອພັນເຂົ້າສາລີທີ່ດີເລີດນັ້ນ ກໍບໍ່
ແມ່ນເລຶ່ອງງ່າຍ.
“ມັນບໍ່ແມ່ນສິ່ງທີ່ໄດ້ມາໂດຍງ່າຍໃນເລຶ່ອງນີ້. ດັ່ງນັ້ນ ເວລາເຮົາຜະສົມເຊື້ອພັນ
ເຂົ້າໃສ່ ຫລືລັກສະນະໃດນຶ່ງເຂົ້າໃສ່ ເຮົາອາດຈະເສຍລະດັບການຜະລິດສູງສຸດ
ໄປໜ້ອຍນຶ້ງ ແຕ່ເວົ້າແທ້ໆແລ້ວ ພວກເຮົາກໍຢັ່ງຮູ້ບໍ່ໄດ້ດອກວ່າ ທໍາມະຊາດຈະ
ເປັນແບບໃດໃນປີນັ້ນ.”
ໃນປີນີ້ ດິນຟ້າອາກາດບໍ່ເອື້ອອໍານວຍໃຫ້ແກ່ພືດເຂົ້າສາລີພັນທໍາມະດາທົ່ວໆໄປ ແຕ່ພວກ
ພັນໃໝ່ທີ່ຂຽວໄດ້ດົນກ່ວານັ້ນ ກັບອອກຟັກທີ່ໃຫຍ່ກວ່າ ແລະມີເມັດຫລາຍກວ່າພັນທົ່ວໆ
ໄປ ທີ່ບໍ່ໄດ້ຜະສົມເຊື້ອພັນທີ່ຄິດຄົ້ນຂຶ້ນມາໃໝ່ນັ້ນຊຶ່ງນັບວ່າເປັນບາດກ້າວທີ່ໃຫ້ຄວາມຫວັງ
ແຕ່ກໍຍັງມີວຽກທີ່ຈະຕ້ອງໄດ້ເຮັດອີກຫລາຍຢູ່ ກ່ອນທີ່ເມັດເຂົ້າສາລີທີ່ທົນທານຕໍ່ອາກາດທີ່
ຮ້ອນແລະແຫ້ງແລ້ງນັ້ນ ຈະສາມາດນໍາອອກເຜີຍແຜ່ໃຫ້ພວກກະເສດຕະກອນປູກສາລີໄດ້.
ທ່ານ ຊູ ກ່າວວ່າ ແລະເມື່ອເຖິງເວລານັ້ນຜົນປະໂຫຍດທີ່ຈະໄດ້ຮັບ ກໍແມ່ນຈະຂະຫຍາຍ
ອອກໄປກວ້າງໄກ ກາຍສະຫະລັດໄປອີກ ຊຶ່ງທ່ານ ຊູ ກ່າວຕໍ່ໄປວ່າ:
“ຫລັງຈາກພວກເຮົາຄົ້ນພົບພັນເຂົ້າສາລີ ທີ່ທົນທານຕໍ່ສະພາບດິນຟ້າອາກາດນີ້
ໄດ້ແລ້ວ ພັນດັ່ງກ່າວທີ່ຝັງຢູ່ໃນເນື້ອເຍື່ອຂອງເມັດໝາກສາລີນີ້ ຈະເອົາໄປໃຊ້ຢູ່
ໃນທົ່ວໂລກໄດ້.”
ແລະໝົດທັງໂລກກໍແມ່ນຈະຕ້ອງການພັນເຂົ້າສາລີໃໝ່ນີ້ ເນຶ່ອງຈາກສະພາບດິນຟ້າອາກາດ
ປ່ຽນແປງ ຈະເຮັດໃຫ້ຍາກລໍາບາກຫລາຍຂຶ້ນ ທີ່ຈະຫລໍ່ລ້ຽງປະຊາກອນໂລກ ທີ່ຖີບຕົວສູງ
ຂຶ້ນນັບມື້ນັ້ນ.
ເບິ່ງວີດີໂອລາຍງານພາສາອັງກິດ: