ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຜ່ນ​ດິນ​ໄຫວຄວາມແຮງ 6.7 ປະ​ທະ​ພາກ​ເໜືອ​ຂອງ​ຊີ​ເລ


ແຜ່ນ​ດິນ​ໄຫວ ຢ່າງຮຸນແຮງ​ ເປັນ​ສ່ວນ​ກະ​ຕຸ້ນໃຫ້​ເກີດ​ສຸ​ນາ​ມິ ພາໃຫ້​ ຍົກເຮືອຂຶ້ນ​ມາ ຈອດ​ຢູ່​ໃນ​ເມືອງ​ໂຄ​ກິມ​ໂບ, ​ຊີ​ເລ, 18
ກັນ​ຍາ 2015.
ແຜ່ນ​ດິນ​ໄຫວ ຢ່າງຮຸນແຮງ​ ເປັນ​ສ່ວນ​ກະ​ຕຸ້ນໃຫ້​ເກີດ​ສຸ​ນາ​ມິ ພາໃຫ້​ ຍົກເຮືອຂຶ້ນ​ມາ ຈອດ​ຢູ່​ໃນ​ເມືອງ​ໂຄ​ກິມ​ໂບ, ​ຊີ​ເລ, 18 ກັນ​ຍາ 2015.

ແຜ່ນ​ດິນ​ໄຫວຄວາມແຮງ 6.7 ທີ່​ໄດ້ປະ​ທະ​ພາກ​ເໜືອ​ຂອງ​ຊີ​ເລ ໃນ​ແລງວັນເສົາ​ທີ່​ຜ່ານ
​ມານີ້ ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີ​ວິດ ຢ່າງ​ໜ້ອຍ 2 ຄົນ ແລະ​ພາ​ໃຫ້ຫຼາຍ​ພັນ​ຄົນ ຂາດ​ໄຟ​ຟ້າ​
ໃຊ້ ເປັນ​ການ​ຊົ່ວ​ຄາວ.

ກອງໃຫ້​ການ​ບໍ​ລິ​ການສຸກ​ເສີນແຫ່ງ​ຊາດ​ຂອງ​ຊີ​ເລ ກ່າວ​ວ່າ ໄດ້​ມີ​ຜູ້ເສຍຊີວິດ 2 ຄົນ,
ຊຶ່ງ​ເປັນ​ພໍ່ເຖົ້າຜູ້​ຊາຍ ແລະແມ່ເຖົ້າຜູ້​ນຶ່ງ ຈາກ​ເມືອງ​ໂຄ​ກິມ​ໂບ, ທີ່​ໄດ້​ເກີດ​ອາ​ການ
​ໂລກ​ຫົວ​ໃຈ ຍ້ອນແຜ່ນ​ດິນ​ໄຫວ.

ກົມສຳ​ຫຼວດ​ທໍ​ລະ​ນີວິທະຍາຂອງ​ສະ​ຫະ​ລັດ ໄດ້ກ່າວ​ວ່າ ແຜ່ນ​ດິນ​ໄຫວ ໄດ້​ກະ​ທົບ​
ຂົງ​ເຂດດັ່ງກ່າວ ໃນ​ເວ​ລາ 10 ໂມງ 32 ນາທີຕອນ​ແລງ ດ້ວຍ​ມີ​ຈຸດ​ໃຈ​ກາງ​ກວ້າງ
ປະ​ມານ 16 ກິ​ໂລ​ແມັດໄປ​ທາງ​ພາກ​ໃຕ້​-ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງເມືອງໂກ​ກິມ​ໂບ.
ມັນ​ມີ​ຮອຍແຕກເລິກ​ລົງ​ໄປ ປະ​ມານ 53 ກິ​ໂລ​ແມັດ ແລະ​ມັນ​ຍັງ​ໄດ້​ສັ່ນ​ສະ​ເທືອນ​ໄປ
​ເຖິງ​ເມືອງຊານ​ຕິອາ​ໂກ ໄປ​ທາງ​ໃຕ້​ນຳ.

ສື່ມວນຊົນ​ທ້ອງ​ຖິ່ນ ລາຍງານວ່າແຜ່ນ​ດິນ​ໄຫວດັ່ງກ່າວ ຊາວ​ເມືອງໂກ​ກິມ​ໂບ
ແລະ​ເມືອງ​ເຊ​ຣີ​ນາ ທີ່ໃກ້ຄຽງ, ເມືອງ​ຝັ່ງ​ທະ​ເລ ປະ​ມານ 500 ກິ​ໂລ​ແມັດ ຈາກ​ເມືອງ
​ຊານ​ຕິ​ອາ​ໂກ, ໄດ້​ຖືກ​ສັ່ງ​ໃຫ້​ຍົກ​ຍ້າຍ​ໄປ​ຍັງ​ເຂດ​ທີ່​ສູງກວ່າ ເຖິງ​ແມ່ນ​ວ່າ ທາງ​ເຈົ້າ​
ໜ້າ​ທີ່ຈະໄດ້​ບອກວ່າ ບໍ່​ແມ່ນ​ສຸ​ນາ​ມິ ກໍ​ຕາມ.

​ແຜ່ນ​ດິນ​ໄຫວຄວາມແຮງ 8.3 ໄດ້​ປະ​ທະເມືອງໂກ​ກິມ​ໂບ ໃນ​ປີ 2015, ພາ​ໃຫ້​ເກີດ​
ສຸ​ນາ​ມີແລ​ະ​ໄດ້​ສັງ​ຫານ ຫຼາຍກວ່າ ສິບ​ຄົນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ສູນ​ກາງ​ເກີດ​ແຜ່ນ​ດິນ​ໄຫວ.
ສູນ​ກາງ​ເກີດ​ແຜ່ນ​ດິນ​ໄຫວ.

XS
SM
MD
LG