ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ໄຕ້​ຫວັນ ເລົ່າ​ເຖິງ​ເຫດ​ການ​ແຜ່ນ​ດິນ​ໄຫວ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່ ເພັ່ງ​ເລັງ​ໃສ່​ການ​ກູ້​ໄພ ແລະ ການຟື້ນ​ຟູ


ນັກ​ດັບ​ໄຟ​ສຳ​ເລັດ​ພາ​ລະ​ກິດ​ຂອງ​ເຂົາ​ເຈົ້າ ແລະ ອົບ​ພະ​ຍົບ​ອອກ​ຈາກ​ຕຶກ​ທີ່​ໄດ້​ພັງ​ລົງ​ໃນ​ລະ​ຫວ່າງ​ປະ​ຕິ​ບັດ​ການ​ກູ້​ໄພ ລຸນຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ໃນ​ເມືອງ ຮ​ວາ​ລຽນ, ໄຕ້​ຫວັນ, 3 ເມ​ສາ 2024.
ນັກ​ດັບ​ໄຟ​ສຳ​ເລັດ​ພາ​ລະ​ກິດ​ຂອງ​ເຂົາ​ເຈົ້າ ແລະ ອົບ​ພະ​ຍົບ​ອອກ​ຈາກ​ຕຶກ​ທີ່​ໄດ້​ພັງ​ລົງ​ໃນ​ລະ​ຫວ່າງ​ປະ​ຕິ​ບັດ​ການ​ກູ້​ໄພ ລຸນຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ໃນ​ເມືອງ ຮ​ວາ​ລຽນ, ໄຕ້​ຫວັນ, 3 ເມ​ສາ 2024.

ບັນ​ດາ​ນັກ​ກູ້​ໄພ​ໄດ້​ເຮັດ​ວຽກ​ ໃນ​ວັນ​ພະ​ຫັດ​ມື້ນີ້​ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນຫຼາຍ​ສິບ​ຄົນ​ທີ່​ຍັງ​ຄົງ​ຕິດ​ຄ້າ​ງຢູ່​ໃນ​ຊາກ​ຫັກ​ພັງ ລຸນຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ໃຫຍ່​ທີ່​ສຸດ​ເກີດ​ຂຶ້ນ​ໃນ ໄຕ້​ຫວັນ ໃນ​ຮອບ 25 ປີ.

ຍອດ​ຜູ້​ເສຍ​ຊີ​ວິດ​ ແລະບາດ​ເຈັບ​ສູງ​ສຸດ​ຈາກ​ການ​ສັ່ນ​ສະ​ເທືອນ​ດ້ວຍ​ຄວາມ​ແຮງ 7.2 ເມື່ອ​ຕອນ​ເຊົ້າ​ຂອງວັນ​ພຸດ​ວານນີ້​ ແມ່ນ​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 9 ຄົນ ແລະ ບາດ​ເຈັບ 1,011 ຄົນ, ອີງ​ຕ​າມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່. ເມືອງ ຮ​ວາ​ລຽນ ທີ່​ຕັ້ງ​ຢູ່​ເທິງ​ພູ​ຂອງ ໄຕ້​ຫວັນ ແມ່ນ​ຖືກ​ກະ​ທົບ​ດ້ວຍ​ຄວາມ​ເສຍ​ຫາຍ ແລະ ມີ​ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດຫຼາຍ​ທີ່​ສຸດ.

ນຶ່ງ​ໃນ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ນັ້ນ​ ແມ່ນ​ນາຍ​ຄູ​ສອນ​ໂຮງ​ຮຽນ​ມັດ​ທະ​ຍົມ​ ອາ​ຍຸ 33 ປີ​ທີ່​ມີ​ນາມ​ສະ​ກຸນ​ວ່າ ຄັງ, ຜູ້​ທີ່​ຖືກ​ພົບ​ເຫັນ​ຢູ່​ກ້ອງ​ຕຶກ​ທີ່​ໄດ້​ພັງ​ລົງ. ອີງ​ຕາມ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ນັ້ນ, ທ່ານນາງ ຄັງ ໄດ້​ກັບ​ຄືນ​ໄປ​ໃນຕຶກ​ດັ່ງ​ກ່າວ​ທີ່​ກຳ​ລັງ​ງ່ຽງ 45 ອົງ​ສາ​ຢູ່ ຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ໃນ​ຕອນ​ທຳ​ອິດ ເພື່ອ​ຊ່ວຍ​ແມວ​ຂອງ​ລາວ.

ເວ​ລາ​ທີ່​ນັກ​ກູ້​ໄພ​ພົບ​ເຫັນ​ລາວ, ລ​າວ​ແມ່​ນບໍ່​ມີ​ສັນ​ຍານ​ຂອງ​ການ​ມີ​ຊີ​ວິດ​ແລ້ວ. ຜູ້​ເຫັນ​ເຫດ​ການ​ໄດ້​ກ່າວຕໍ່​ອົງ​ການ​ຂ່າວ SET ຂ​ອງ​ໄຕ້​ຫວັນ​ວ່າ ຕຶກ​ດັ່ງ​ກ່າວ​ໄດ້​ພັງ​ລົງ​ທັງ​ໝົດ​ພຽງ​ບໍ່​ເທົ່າ​ໃດ​ວິ​ນາ​ທີ ຫຼັງ​ຈາກ​ທ່ານ​ນາງ ຄັງ ໄດ້​ເຂົ້​າ​ໄປ​ເອົາ​ສັດ​ລ້ຽງ​ຂອງ​ລາວ​ຢູ່ໃນ​ຕຶກ​.

ແຜ່ນ​ດິນ​ໄຫວ​ນັ້ນ​ ຍັງ​ໄດ້​ທຳ​ລາຍ​ເສັ້ນ​ທາງ​ການ​ສັນ​ຈອນຫຼັກຫຼາຍ​ສາຍ​ໃນ​ເມືອງ ຮ​ວາ​ລຽນ. ຖະ​ໜົນ​ເສັ້ນ​ນຶ່ງ​ທີ່​ນຳ​ທາງ​ໄປ​ສູ່​ອຸ​ໂມງ​ລະ​ຫວ່າງ​ເມືອງ ຮ​ວາ​ລຽນ ແລະ ພາກ​ເໜືອ​ຂອງ​ໄຕ້​ຫວັນ ແມ່ນ​ຖືກ​ທຳ​ລາຍ​ຢ່າງ​ຊິ້ນ​ເຊີງ. ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຢຸດ​ການ​ປະ​ຕິ​ບັດ​ການ​ທາງ​ລົດ​ໄຟ​ສາຍ​ເໜືອ​ເປັນ​ການ​ຊົ່ວ​ຄາວ, ເຊິ່ງຫຼາຍ​ສ່ວນ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງຮຸນ​ແຮງ.

ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ນຶ່ງວັນ​ກ່ອນ​ວັນ​ພັກ 4 ວັນ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈຳ​ນວນຫຼາຍ ​ຄາ​ຢູ່​ໃນ​ເມືອງ ຮ​ວາ​ລຽນ ຫຼື ບໍ່​ມີ​ທາງ​ເລືອກ​ອື່ນ ພຽງແຕ່​ໃຊ້​ເສັ້ນ​ທາງ​ທີ່​ຍາວກວ່າ​ເພື່ອ​ໄປ​ຫາ​ພາກ​ຕ່າງໆ​ຂອງ ໄຕ້​ຫວັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG