ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ແຜ່ນ​ດິນ​ໄຫວ ຄວາມ​ແຮງ 7.2 ໃນ ໄຕ້​ຫວັນ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກ ແລະ ພື້ນ​ຖານ​ໂຄງ​ລ່າງ


ພາບ​ຈາກວິ​ໂດ​ໂອ​ຂອງ​ໂທ​ລະ​ພາບ TVBS, ສະ​ແດງ​ໃຫ້​ເຫັນ​ຕຶກ​ພັງ​ລົງ​ສ່ວນ​ນຶ່ງ​ໃນ​ເມືອງ​ຮ​ວາ​ລຽນ, ໄຕ້​ຫວັນ, ວັນທີ 3 ເມ​ສາ 2024.
ພາບ​ຈາກວິ​ໂດ​ໂອ​ຂອງ​ໂທ​ລະ​ພາບ TVBS, ສະ​ແດງ​ໃຫ້​ເຫັນ​ຕຶກ​ພັງ​ລົງ​ສ່ວນ​ນຶ່ງ​ໃນ​ເມືອງ​ຮ​ວາ​ລຽນ, ໄຕ້​ຫວັນ, ວັນທີ 3 ເມ​ສາ 2024.

ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 7.2 ໄດ້​ສັ່ນ​ສະ​ເທືອນ ໄຕ້​ຫວັນ ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້ນີ້, ເຮັດ​ໃຫ້​ເກີດ​ໄຟ​ຟ້າ​ມອດ​ຢ່າງກວ້າງ​ຂວາງ ແລ​ະ ມີ​ການ​ຫັກ​ພັງ​ສ່ວນ​ນຶ່ງ​ຂອງ​ຕຶກຫຼາຍຫຼັງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ໄຕ້​ຫວັນ. ​ມີຢ່າງ​ໜ້ອຍ 7 ຄົນ​ ໄດ້​ເສຍ​ຊີ​ວິດ ແລະ ຫຼາຍກວ່າ 700 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ແມ່​ນ​ຕັ້ງ​ຢູ່ 25 ກິ​ໂລ​ແມັດ​ນອກ​ຊາ​ຍ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເກາະ​ດັ່ງ​ກ່າວ, ດ້ວຍ​ຄວາມ​ເລິກ 15.5 ກິ​ໂລ​ແມັດ. ສະ​ຖາ​ບັນ​ສະ​ພາບອາ​ກາດ​ສູນ​ກາງ​ຂອງ ໄຕ້​ຫວັນ ໄດ້​ກ່າວ​ວ່າ​ແຜ່ນ​ດິນ​ໄຫວ​ໄດ້​ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ລະ​ດັບ​ນ້ຳ​ຢູ່ນອກ​ຊາຍ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ ແລະ ໄດ້​ປະ​ກາດ​ຄຳ​ເຕືອນຂອງ​ຄື້ນ​ຊຸ​ນາ​ມິ. ຄຳ​ເຕືອນ​ນັ້ນ ໄດ້​ຖືກ​ຍົກ​ເລີກ​ປະ​ມານ 11 ໂມງ​ເຊົ້າ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ.

ນັບ​ຕັ້ງ​ແຕ່​ເກີດ​ແຜ່ນ​ດິນ​ໄຫວ​ໃນ​ຕອນ​ທຳ​ອິດ, ເຊິ່ງ​ໄດ້​ເກີດ​ຂຶ້ນ​ຕອນ​ເຊົ້າ 7 ໂມງ 58 ນາ​ທີ, ໄດ້​ມີ​ການກວດພົບ​ແຜ່ນ​ດິນ​ໄຫວຂະ​ໜາດ​ນ້ອຍເກີດ​ຂຶ້ນ​ຕາມ​ມາ ຫຼາຍກວ່າ 100 ຄັ້ງ​. ມັນ​ແມ່ນ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ​ທີ່​ສຸດ​ທີ່​ໄດ້​ເກີດ​ຂຶ້ນ​ໃນ ໄຕ້​ຫວັນ ໃນ​ຮອບ 25 ປີ. ມີ​ຕຶກຢ່າງໜ້ອຍ 26 ຫຼັງ​ ໄດ້​ພັງ​ລົງ​ທັງ​ໝົດ ຫຼືບໍ່ ​ກໍສ່ວນ​ນຶ່ງ​ໃນ​ທົ່ວ​ໄຕ້​ຫວັນ.

ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢູ່​ທົ່ວ​ເກ​າະ, ດ້ວຍ​ກໍ​ລະ​ນີ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ແມ່​ນ​ຢູ່​ໃນ​ເມືອງ ຮ​ວາ​ລຽນ ທາງ​ພາກ​ຕາ​ເວັນ​ອອກ. ຕຶກ​ອາ​ຄານຫຼາຍກວ່າສິບຫຼັງ​ຢູ່​ທົ່ວ​ເມືອງ​ນັ້ນ ​ໄດ້​ພັງ​ລົງ​ສ່ວນ​ນຶ່ງ. ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນຫຼາຍ​ກວ່າ​ສິບ​ຄົນ​ແມ່ນ​ໄດ້​ຖືກ​ຊ່ວຍ​ເຫຼື​ອ​ອອກ​ມາ​ຈາກ​ຕຶກ​ທີ່​ພັງ​ລົງ​ສ່ວນ​ນຶ່ງ​ ໃນ​ເມືອງ ຮ​ວາ​ລຽນ ນັ້ນ, ແລະ ຢ່າງ​ໜ້ອຍ​ນຶ່ງ​ຄົນ​ແມ່ນ​ຍັງ​ຕິດ​ຄ້າງ​ຢູ່​ໃນ​ຕຶກ.

ຮູບ​ພາບ​ທີ່​ໜ້າ​ຕົກ​ໃຈ​ທີ່​ໝຸນ​ວຽນ​ໃນ​ສື່​ສັງ​ຄົມ​ໄດ້​ສະ​ແດງ​ໃຫ້​ເຫັນ​ຊັ້ນ​ທີ​ນຶ່ງ​ຂອງ​ຕຶກຫຼັງ​ນຶ່ງ​ໃນ​ເມືອງ ຮ​ວາ​ລຽນ ໄດ້​ພັງ​ລົງ​ທັງ​ໝົດ ແລະ ສ່ວນ​ທີ່​ເຫຼືອ​ຂອງ​ຕຶກງ່ຽງ 45 ອົງ​ສາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG