ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພົບຄົນເສຍຊີວິດ ຍ້ອນແຜ່ນດິນ ໄຫວຄັ້ງໃຫຍ່ ຢູ່ເກາະຮອກໄກໂດ ຂອງ ຍີ່ປຸ່ນ ເພີ້ມຂຶ້ນ


ພວກພະນັກງານກູ້ໄພ ພາກັນຊອກຫາພວກທີ່ລອດຊີວິດ ຈາກເຮືອນທີ່ພັງລົງ ຍ້ອນດິນເຈື່ອນມາທັບ ໃນເວລາມີເຫດແຜ່ນດິນໄຫວ ຢູ່ເມືອງອາດຊຸມາ, ເກາະຮອກໄກໂດ ຂອງຍີ່ປຸ່ນໃນວັນທີ 6 ກັນຍາ, 2018.
ພວກພະນັກງານກູ້ໄພ ພາກັນຊອກຫາພວກທີ່ລອດຊີວິດ ຈາກເຮືອນທີ່ພັງລົງ ຍ້ອນດິນເຈື່ອນມາທັບ ໃນເວລາມີເຫດແຜ່ນດິນໄຫວ ຢູ່ເມືອງອາດຊຸມາ, ເກາະຮອກໄກໂດ ຂອງຍີ່ປຸ່ນໃນວັນທີ 6 ກັນຍາ, 2018.

ດຽວນີ້ ຢ່າງໜ້ອຍມີ 7 ຄົນແລ້ວ ທີ່ໄດ້ຮັບການຢືນຢັນວ່າ ເສຍຊີວິດ ຍ້ອນເຫດແຜ່ນ
ດິນໄຫວຄັ້ງໃຫຍ່ທີ່ມີຄວາມແຮງ 6.7 ທີ່ກະທົບໃສ່ເກາະຮອກໄກໂດ ຢູ່ທາງພາກເໜືອ
ຂອງຍີ່ປຸ່ນ ໃນວັນພະຫັດມື້ນີ້.

ອົງການພະຍາກອນອາກາດຂອງຍີ່ປຸ່ນກ່າວວ່າ ຈຸດສູນກາງຂອງແຜ່ນດິນໄຫວ ທີ່
ຢູ່ເລິກ 40 ກິໂລແມັດຈາກໜ້າດິນ ແມ່ນຢູ່ທາງທິດຕາເວັນອອກຂອງເມືອງໂຕມາໂກ
ໄມ (Tomakomai) ເລັກນ້ອຍ. ໄພພິບັດຄັ້ງນີ້ ໄດ້ເຮັດໃຫ້ມີດິນເຈື່ອນຢ່າງໃຫຍ່ ທີ່
ໄດ້ຖົມເອົາບ້ານເຮືອນຫລາຍຮ້ອຍຫລັງ ແລະເຮັດໃຫ້ມີນ້ຳຂີ້ຕົມໄຫລຖ້ວມຖະໜົນ
ຫົນທາງຫລາຍສາຍຜ່ານໝູ່ບ້ານຕ່າງໆ.

ຄົນຢູ່ໃນເກືອບ 3 ລ້ານຄອບຄົວທີ່ອາໄສໃນເກາະດັ່ງກ່າວບໍ່ມີໄຟຟ້າໃຊ້. ລະບົບລົດໄຟ
ຂອງເກາະນັ້ນ ແລະເດີ່ນບິນໃໝ່ ຊີໂຕເຊະ (New Chitose Airport) ທີ່ເປັນສະໜາມ
ບິນຫລັກ ໄດ້ຖືກປິດລົງ.

ອົງການອອກອາກາດແຫ່ງຊາດເອັນເອສ໌ເຄ (NHK) ຂອງຍີ່ປຸ່ນເວົ້າວ່າ 140 ຄົນໄດ້ຮັບ
ບາດເຈັບ ແລະເກືອບຮອດ 40 ຄົນເຊື່ອວ່າ ໄດ້ຫາຍສາບສູນໄປ ທ້າມກາງການທໍາລາຍ
ຂອງແຜ່ນດິນໄຫວດັ່ງກ່າວ.

ທ່ານ ຊີນໂຊ ອາເບະ (Shinzo Abe) ເວົ້າວ່າ ກຳລັງປ້ອງກັນຕົວຂອງຍີ່ປຸ່ນ ເກືອບຮອດ
25,000 ຄົນ ໄດ້ຖືກສົ່ງໄປຍັງເກາະຮອກໄກໂດ ໂດຍໃນນັ້ນມີຫລາຍພັນຄົນກໍາລັງ
ວາງແຜນທີ່ຈະຊ່ວຍໃນການປະຕິບັດງານຊອກຫາ ແລະກອບກູ້ຊີວິດຄົນ.

ພວກທີ່ອາໄສຢູ່ໃນເກາະໂອຊາກາ ພາກັນລຽນແຖວເພື່ອຂໍນໍ້າດື່ມ ທີ່ບໍລິຈາກໃຫ້ຢູ່ໂຮງຮຽນປະຖົມ ແຫ່ງນຶ່ງໃນເກາະດັ່ງກ່າວ ໃນວັນທີ 18 ມິຖຸນາ, 2018 ພາຍຫລັງທີ່ມີແຜ່ນດິນໄຫວຢ່າງແຮງ ໃນຕອນເດິກຂອງວັນດຽວ ກັນນັ້ນ
ພວກທີ່ອາໄສຢູ່ໃນເກາະໂອຊາກາ ພາກັນລຽນແຖວເພື່ອຂໍນໍ້າດື່ມ ທີ່ບໍລິຈາກໃຫ້ຢູ່ໂຮງຮຽນປະຖົມ ແຫ່ງນຶ່ງໃນເກາະດັ່ງກ່າວ ໃນວັນທີ 18 ມິຖຸນາ, 2018 ພາຍຫລັງທີ່ມີແຜ່ນດິນໄຫວຢ່າງແຮງ ໃນຕອນເດິກຂອງວັນດຽວ ກັນນັ້ນ

ເຕົາແຍກນີວເຄລຍ 3 ເຕົາ ຢູ່ໂຮງງານຜະລິດໄຟຟ້າດ້ວຍນີວເຄລຍ ໂຕມາຣິ
(Tomari) ໄດ້ຖືກປິດໄວ້ແລ້ວ ເພື່ອທໍາການກວດກາຄວາມປອດໄພ ແບບປະຈໍາໃນ
ເວລາທີ່ມີເຫດແຜ່ນດິນໄຫວເກີດຂຶ້ນນັ້ນ. ພວກເຈົ້າໜ້າທີ່ເວົ້າວ່າ ພວກຄົນງານໄດ້ປ່ຽນ
ໄປໃຊ້ໝໍ້ປັ່ນໄຟສໍາຮອງ ເພື່ອເຮັດໃຫ້ເຕົາແຍກນີວເຄລຍເຢັນລົງ.

ໃນເດືອນມີນາ 2011 ເຫດແຜ່ນດິນໄຫວ ແລະຄື້ນຟອງຊູນາມິ ໄດ້ຖະຫຼົ່ມໃສ່ເຂດຕາ
ເວັນອອກສຽງ ເໜືອຂອງຍີ່ປຸ່ນ ຊຶ່ງໄດ້ທໍາລາຍທັງພາຍນອກ ແລະເຄື່ອງຈັກສໍາຮອງ
ມີາໂຮງໄຟຟ້າດ້ວຍນີວເຄລຍຟູກູຊິມະ ດາຍ-ອິ-ຈິ (Fukushima Dai-ichi) ທີ່ພາໃຫ້
ເກີດການລະລາຍຂອງເຕົາແຍກນີວເຄລຍ 3 ໜ່ວຍ ແລະປ່ອຍວັດຖຸກໍາມັນຕະພາບ
ລັງສີຕ່າງໆ ອອກມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG