ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ແຜ່ນ​ດິນ​ໄຫວ​ຄັ້ງ​ໃໝ່​ຕິດ​ຕາມ​ມາ ໃນ​ປະ​ເທດ ໂມ​ຣັອກ​ໂກ


ພາບ​ທົ່ວ​ໄປ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ ແລະ ການ​ທຳ​ລາຍ​ລ້າງ​ໃນ​ບ້ານ ຕິກ​ຊິດ, ທາງ​ພາກ​ໃຕ້​ຂອງ​ເມືອງ ອາ​ດາ​ສ​ຊິ​ລ, ປະ​ເທດ ໂມ​ຣັອກ​ໂກ, 10 ກັນ​ຍາ 2023.
ພາບ​ທົ່ວ​ໄປ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ ແລະ ການ​ທຳ​ລາຍ​ລ້າງ​ໃນ​ບ້ານ ຕິກ​ຊິດ, ທາງ​ພາກ​ໃຕ້​ຂອງ​ເມືອງ ອາ​ດາ​ສ​ຊິ​ລ, ປະ​ເທດ ໂມ​ຣັອກ​ໂກ, 10 ກັນ​ຍາ 2023.

ແຜ່ນ​ດິນ​ໄຫວທີ່​ມີຄວາມ​ແຮງ 3.9 ໄດ້ເກີດ​ຂຶ້ນ​ໃນ​ປະ​ເທດ​ ໂມ​ຣັອກ​ໂກ ໃນ​ວັນ​ອາ​ທິດ​ວານນີ້ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ກູ້​ໄພ​ໄດ້​ເຮັດ​ວຽກ​ເພື່ອ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ​ໃນ​ກອງ​ຊາກ​ຫັກ​ພັງ​ ໃນຫຼາຍ​ໝູ່​ບ້ານ​ຈາກ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຄືນ​ວັນ​ສຸກ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 2,100 ຄົນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄາດ​ວ່າ 300,000 ຄົນ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 6.8 ນັ້ນ, ເຊິ່ງ​ແມ່ນ​ແຮງ​ທີ່​ສຸດ​ຢູ່​ປະ​ເທດ​ດັ່ງ​ກ່າວ​ໃນ​ຮອບ​ນຶ່ງ​ສັດ​ຕະ​ວັດ. ການ​ປະ​ຕິ​ບັດ​ການ​ກູ້​ໄພ​ແມ່ນ​ຊ້າ ແລະ ປະ​ຊາ​ຊົນ ໂມ​ຣັອກ​ໂກ ບາງ​ຄົນ​ໄດ້​ຕຳ​ໜິ​ໃນ​ເຄືອ​ຂ່າຍ​ສັງ​ຄົມ​ວ່າ ​ລັດ​ຖະ​ບານບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ພະ​ນັກ​ງານ​ກູ້​ໄພ​ເຂົ້າ​ໄປ​ປະ​ເທດ​ຕື່ມ​ອີກ​ເພື່ອ​ທຳ​ການ​ຊ່ວຍ​ເຫຼືອ.

ທ່ານ ອາກ​ໂນດ ເຟ​ຣ​ສ໌, ຜູ້​ກໍ່​ຕັ້ງ​ອົງ​ການ​ນັກ​ກູ້​ໄພ​ບໍ່​ມີ​ພົມ​ແດນ, ຜູ້​ທີ່​ມີ​ທີມ​ງານ​ຄ້າງ​ຄາ​ໃນ​ນະ​ຄອນຫຼວງ ປາ​ຣີ ທີ່​ລໍ​ຖ້າ​ສຳ​ລັບ​ການ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ໄປ ໂມ​ຣັອກ​ໂກ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ​ມັນ​ມີ​ຄວາມ​ຮີບ​ດ່ວນ​ເປັນ​ຢ່າງ​ຍິ່ງ​ເພື່ອ​ຊ່ວຍ​ປະ​ຊາ​ຊົນ ແລະ ຂຸດ​ລົງ​ໄປ​ໃນ​ຊາກ​ຂອງ​ຕຶກ​ຕ່າງໆ. ມັນ​ມີ​ຄົນ​ທີ່​ກຳ​ລັງ​ຕາຍ​ຢູ່​ໃຕ້​ຊາກ​ຫັກ​ພັງ, ແລະ ພວກ​ເຮົາ​ແມ່​ນບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້​ເພື່ອ​ຊ່ວຍ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ CNN ວ່າ ສະ​ຫະ​ລັດ “ໄດ້​ຕິດ​ຕໍ່​ຢ່າງ​ຮີບ​ດ່ວນ” ຫາ ໂມ​ຣັອກ​ໂກ ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ການ​ກູ້​ໄພ. ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ເດີນ​ທາງ​ໄປ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Massive Earthquake Hits Morocco, Death Toll Tops 2,000
please wait

No media source currently available

0:00 0:02:14 0:00

XS
SM
MD
LG