ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ທ່ານນາງ Margaret Thatcher ເຖິງແກ່ ອະສັນຍະກຳ ຮວມອາຍຸ ໄດ້ 87 ປີ (ວີດິໂອແລະສະໄລດ໌)


ທັດສະນະຂອງ ຜູ້ນໍາໂລກ ຕໍ່ທ່ານນາງ Thatcher
please wait

No media source currently available

0:00 0:02:56 0:00

ທັດສະນະຂອງຜູ້ນໍາໂລກ ຕໍ່ຜົນງານຂອງມື້ລາງທ່ານນາງ Thatcher ນາຍົກລັດຖະມົນຕີອັງກິດ ທີ່ເຖິງແກ່ ອະສັນຍະກໍາໃນວັນຈັນວານນີ້.

ຜູ້ນໍາທົ່ວໂລກໃນປັດຈຸບັນ ແລະໃນອະດີດພາກັນຢ້ອນຄຶດຄືນ
ເບິ່ງການປະກອບສ່ວນຂອງມື້ລາງນາຍົກລັດຖະມົນຕີອັງກິດ
ທ່ານນາງ Margaret Thatcher ລຸນຫລັງທີ່ທ່ານນາງໄດ້
ເຖິງແກ່ອະສັນຍະກໍາໃນວັນຈັນວານນີ້ ລວມອາຍຸໄດ້ 87 ປີ.

ທ່ານ Tony Blair ຊຶ່ງເປັນອະດີດນາຍົກລັດຖະມົນຕີຂອງ
ອັງກິດເຊັ່ນກັນນັ້ນ ໃນລະຫວ່າງການກ່າວຄໍາປາໄສ ຢູ່ທີ່
ສະຫະລັດໃນວັນຈັນວານນີ້ ​ໄດ້ຍົກຍ້ອງ ທ່ານນາງ
Thatcher ໂດຍໄດ້ເວົ້າວ່າ ທ່ານນາງຈະເປັນຜູ້ທີ່ປະຊາຊົນ
ໃນທັງສອງປະເທດ “ຄິດຮອດຄິດເຖິງຢ່າງເສົ້າຈິດເສົ້າໃຈ.”

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວໃນຖະ
ແຫລງການສະບັບ ນຶ່ງວ່າ “ໂລກໄດ້ສູນເສຍຜູ້ສົ່ງເສີມສິດເສລີ
ພາບ ແລະອິດສະລະພາບທີ່ຍິ່ງໃຫຍ່ ຄົນນຶ່ງໄປ.”

ທ່ານ Jose Manuel Barroso ປະທານຄະນະກໍາມາທິ
ການສະຫະພາບຢູໂຣບ ​ໄດ້​ກ່າວເຖິງການປະກອບສ່ວນຂອງ
ທ່ານນາງ ເຂົ້າໃນການເຮັດໃຫ້ທະວີບຢູໂຣບມີສະຖຽນລະ
ພາບຂຶ້ນກວ່າເກົ່າ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:




ທ່ານນາງ Thatcher ໄດ້ເຖິງແກ່ອະສັນຍະກໍາ ໃນວັນຈັນວານນີ້ ພາຍຫລັງ ທີ່​ໄດ້ເປັນໂຣກ
ລົມສາລະບາດຫລື Stroke. ທ່ານນາງ Thatcher ຊຶ່ງເປັນຜູ້ ກ້າປາກກ້າເວົ້າ ໄດ້ນໍາພາ
ພັກອະນຸລັກນິຍົມ ໄປ​ສູ່​ການ​ໄດ້​ຮັບ​ໄຊຊະນະ​ໃນການເລືອກຕັ້ງ ສາມຄັ້ງ ແຕ່ປີ 1979 ເຖິງ
1990 ຊຶ່ງເປັນການດໍາລົງຕໍາ ແໜ່ງນາຍົກລັດຖະມົນຕີຂອງອັງກິດ ທີ່ມີໄລຍະຕໍ່ເນື່ອງກັນ
ທີ່ດົນທີ່ສຸດ ນັບແຕ່ຕົ້ນສັດຕະວັດທີ 19 ເປັນຕົ້ນມາ.

ທ່ານ​ນາງ​ໄດ້ເປັນທີ່ຮູ້ກັນ​ໃນ​ນາມສະຕີເຫລັກ ຍ້ອນຄວາມແຂັງແກ່ນຂອງບຸກຄະລິກ ແລະ
ທັດສະນະການເມືອງຂອງທ່ານນາງ Thatcher ເປັນຜູ້ມີຫົວອະນຸລັກນິຍົມຮຸນແຮງ ທີ່ໄດ້
ທັບມ້າງອໍານາດຂອງສະຫະພັນກໍາມະບານຕ່າງໆ, ກໍາຈັດການ​ໃຫ້​ເງິນເກື້ອກຸນຂອງລັດຖະ
ບານຫລາຍຢ່າງໃຫ້ໝົດໄປ, ແລະເຮັດໃຫ້ບົດບາດຂອງທຸລະກິດເອກະຊົນສູງຂຶ້ນກວ່າ ເກົ່າ ຢ່າງຫລວງຫລາຍທີ່ສຸດ.

ອັງກິດໄດ້ປະກາດວ່າ ພິທີສົ່ງສະການທ່ານນາງ Margaret Thatcher ຈະໄດ້ຈັດຂຶ້ນ ໃນ
ວັນພຸດ ທີ 17 ເມສາ ແລະວ່າ ລັດຖະບານ​ອັງກິດ​ກ່າວ​ວ່າ ພິທີ​ສົ່ງສະການທ່ານ​ນາງ Thatcher ຈະ​ຈັດ​ຂຶ້ນທີ່ ພະ​ວິຫານ St. Paul ​ໂດຍ​ມີ​ກອງກຽດຕິຍົດທາງ​ທະຫານເຂົ້າຮ່ວມ
ຊຶ່ງ​ຍັງ​ອີກຂັ້ນນຶ່ງ​ຈຶ່ງ​ຈະ​ເຖິງ​ຂັ້ນພິທີ​ສົ່ງສະການ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດຖະບານເພື່ອ ​ໃຫ້​
ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ຄອບຄົວ​ທ່ານ​ນາງ. ຫຼັງຈາກ​ນັ້ນສົບ​ຂອງ​ທ່ານ ນາງ​ກໍ​ຈະ​ຖືກ
​ນຳ​ໄປ​ເຜົາ.

ເບິ່ງປະມວນພາບກ່ຽວກັບມື້ລາງທ່ານນາງ Margaret Thatcher:

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG