ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ລົງໂທດທາງດ້ານເສດຖະ ກິດຕໍ່ເວເນຊູ
ເອລາ ໃນວັນຈັນວານນີ້ ຕໍ່ອັນທີ່ສະຫະລັດກ່າວວ່າ ເປັນການເລືອກຕັ້ງທີ່ “ສໍ້ໂກງ”
ເພື່ອໃຫ້ປະທານາທິບໍດີນິໂຄລາສ ມາດູໂຣໄດ້ເຂົ້າຮັບ ຕຳແໜ່ງອີກ 6 ປີ ເປັນສະໄໝທີ
2 ນັ້ນ.
ປະທານາທິບໍດີດໍໂນລ ທຣຳ ໄດ້ລົງນາມ ໃນດຳລັດຝ່າຍບໍລິຫານທີ່ຈະເກືອດຫ້າມ
ສະຫະລັດບໍ່ໃຫ້ເຮັດການຄ້ານ້ຳມັນ ກັບເວເນຊູເອລາ ຊຶ່ງແມ່ນປະເທດນຶ່ງທີ່ຜະລິດ
ນ້ຳມັນຫຼາຍທີ່ສຸດຂອງໂລກ.
ໃນວັນຈັນວານນີ້ ເວເນຊູເອລາ ໄດ້ປະນາມຕໍ່ຂ່າວກ່ຽວກັບການລົງໂທດດັ່ງ ກ່າວ.
ລັດຖະມົນຕີການຕ່າງປະເທດ ທ່ານ ຮໍເຮ ອາເຣອາຊາ (Jorge Arreaza) ໄດ້ບອກ
ກັບພວກນັກຂ່າວວ່າ ການລົງໂທດນີ້ ແມ່ນການເອົາມາດຕະການທີ່ບໍ່ຖືກຕ້ອງຕາມ
ກົດໝາຍ ໂດຍເອີ້ນການລົງໂທດນີ້ວ່າແມ່ນ “ຜີບ້າ ປ່າເຖື່ອນ ແລະເປັນການກົງກັນ
ຂ້າມກັບກົດໝາຍນາໆຊາດ.”
ເຈົ້າໜ້າທີ່ອະວຸໂສຂອງທຳນຽບຂາວ ໄດ້ບອກກັບພວກນັກຂ່າວວ່າ “ການລົງນາມ
ໃນດຳລັດຝ່າຍບໍລິຫານໃນມື້ນີ້ ແມ່ນສັ່ງໃຫ້ປິດຊ່ອງທາງໃນການສໍ້ລາດບັງຫຼວງ
ທີ່ພວກເຮົາໄດ້ສັງເກດການມານັ້ນ. ເຈົ້າໜ້າທີ່ເວເນຊູເອລາ ໄດ້ປະ ຕິເສດ ຕໍ່ການ
ສໍ້ລາດບັງຫຼວງ ທີ່ສາມາດຕັ້ງລາຄາທີ່ບໍ່ຖືກຕ້ອງ ແລະຂາຍຊັບສິນຂອງລັດຖະບານ
ໃຫ້ແກ່ປະຊາຊົນ ເພື່ອຮັບເອົາສິນບົນ.”
ໃນຖະແຫຼງການສະບັບນຶ່ງ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ໄມຄ໌
ພອມພຽວ ໄດ້ເອີ້ນການເລືອກເອົາທ່ານມາດູໂຮ ຄືນໃໝ່ນັ້ນວ່າ ເປັນ “ການໂຈມຕີ
ຕໍ່ລັດຖະທຳມະນູນແລະເປັນການສົບປະໝາດຕໍ່ປະຊາທິປະໄຕຂອງຊາວເວເນ
ຊູເອລາ ທີ່ເຄີຍມີມາ. ຈົນກວ່າວ່າລະບອບການປົກຄອງຂອງມາດູໂຣ ຟື້ນຟູເສັ້ນ
ທາງໄປສູ່ປະຊາທິປະໄຕໃນເວເນຊູເອລາ ໂດຍຜ່ານການເລືອກຕັ້ງເສລີ ທ່ຽງທຳ
ແລະໂປ່ງໃສແລ້ວ, ລັດຖະບານກໍຈະປະເຊີນໜ້າກັບການຢູ່ຢ່າງໂດດດ່ຽວ ຈາກ
ປະຊາຄົມໂລກ.”
ເຊີນຊົມ: ການລົງໂທດຂອງສະຫະລັດ ຕໍ່ເວວເນຊູເອລາ
ທ່ານພອມພຽວ ໄດ້ກ່າວເພີ່ມຕື່ມວ່າ “ສະຫະລັດ ຈະຢື່ນຢູ່ຄຽງຂ້າງ ກັບປະເທດທີ່
ເປັນປະຊາທິປະໄຕ ໃນການສະໜັບສະໜຸນຊາວເວເນຊູເອລາ ແລະຈະຮັບເອົາ
ບາດກ້າວທາງດ້ານເສດຖະກິດ ແລະທາງການທູດ ເພື່ອສະໜັບສະໜຸນ ໃຫ້ມີການ
ຟື້ນຟູ ລະບອບປະຊາທິປະໄຕ ໃນປະເທດດັ່ງກ່າວ.”
ມາດູໂຣ ໄດ້ຊົມເຊີຍ ການເລືອກເອົາທ່ານ ເຂົ້າຮັບຕຳແໜ່ງຕື່ມອີກນັ້ນວ່າ“ເປັນປະຫວັດ
ການ” ຫຼັງຈາກທີ່ເຈົ້າໜ້າທີ່ໄດ້ກ່າວວ່າ ທ່ານໄດ້ຊະນະ 68 ເປີເຊັນຂອງຄະແນນສຽງ
ຫຼາຍກວ່າ 21 ເປີເຊັນ ຂອງຄູ່ແຂ່ງທ່ານ ອະດີດນາຍທະຫານ ເຮັນຣີ ຟາລກອນ (Henri Falcon). ແຕ່ຍ້ອນຄວາມວຸ້ນວາຍທາງດ້ານເສດຖະກິດ ໃນເວເນຊູເອລາ ທີ່ເຮັດໃຫ້
ເຂົ້າປາອາຫານ ແລະຢຸກຢາຂາດແຄນ ແລະຄວາມຮຸນແຮງທີ່ບໍ່ສະຫງົບງຽບຈຶ່ງເຮັດໃຫ້
ປະຊາຊົນບໍ່ໄປປ່ອນບັດ ຫຼາຍປະຫວັດການ 52 ເປີເຊັນ ຂອງຜູ້ມີສິດປ່ອນບັດທັງໝົດ
ແລະ ພັກເອກກະພາບປະຊາທິປະໄຕ ໂຕະມົນ ຫຼື (Democratic Unity Roundtable)
ຊຶ່ງເປັນຝ່າຍຄ້ານ ຈຶ່ງໄດ້ບອຍຄອດ ບໍ່ໄປປ່ອນບັດໃນການເລືອກຕັ້ງນີ້ ແລະຖືວ່າ ເປັນ
“ເລື່ອງຕະລົກຂົບຂັນໄປ.”