ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ມາ​ດູ​ໂຣ ປະ​ກາດ​ແຜນ ແບ່ງ​ປັນການ​ໃຊ້​ໄຟ​ຟ້າ ສຳລັບ 30 ມື້


​ກຸ່ມ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ກຸ່ມ​ນຶ່ງ ຖື​ຮູບ​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາດູ​ໂຣ ລະ​ຫວ່າງ​ການ​ປະ​ທ້ວງ​ຕ້ານ​ຈັກ​ກະ​ພັດ ວັນ​ທີ 30 ມີ​ນາ 2019.
​ກຸ່ມ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ກຸ່ມ​ນຶ່ງ ຖື​ຮູບ​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາດູ​ໂຣ ລະ​ຫວ່າງ​ການ​ປະ​ທ້ວງ​ຕ້ານ​ຈັກ​ກະ​ພັດ ວັນ​ທີ 30 ມີ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານນິ​ໂກ​ລັ​ສ ມາ​ດູ​ໂຣ ໃນ​ການ​ຖະ​ແຫຼງ​ຜ່ານ​ທາງໂທ​ລະ
​ພ​າບໃນ​ວັນ​ອາ​ທິດ​ວານ​ນີ້ ໄດ້​ປະ​ກາດ​ແຜນ 30 ມື້ ທີ່​ຈະ​ແບ່ງ​ປັນ​ການ​ໃຊ້​ໄຟ​ຟ້າ.

ໃນແຜ​ນ​ແບ່ງ​ປັນ​ໄຟ​ຟ້າ ທ່ານມ​າ​ດູ​ໂຣ ກ່າວ​ວ່າ ຈະ​ຊ່ວຍ​ໃຫ້​ລັດ​ຖະ​ບານ​ປະ​ເຊີນ​ໜ້າ​
ກັບ​ນ້ຳ ແລະ​ໂຄງ​ຮ່າງ​ໂທ​ລະຄົມ​ມະ​ນາ​ຄົມ​ຂອງ​ປະ​ເທດ.

ໃນ​ວັນ​ອາ​ທິດ​ວານ​ນີ້ ພວກ​ຊາວ​ເມືອງພາ​ກັນ​ເບື່ອ​ໜ່າຍ​ກັບ​ໄຟ​ຟ້​າ​ມອດ​ແລ້ວມອດ​ອີກ
ພາ​ກັນ​ປະ​ທ້ວງ​ໂດຍ​ການ​ຕີ​ໝໍ້ ຈູດ​ຂີ້​ເຫຍື້ອ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ແລະ​ຮ້ອງ​ດ່າ​ຕ້ານ​
ປະ​ທາ​ນາ​ທິ​ບໍ​ດີ​ມາ​ດູ​ໂຣ.

ທ່ານ​ມາ​ດູ​ໂຣ ກ່າວ​ວ່​າ​ໂຮງ​ຮຽນ​ຈະ​ປິດ​ຢູ່​ຕໍ່​ໄປ ແລະ​ໄລ​ຍະ​ເວ​ລ​າ​ການ​ເຮັດ​ວຽກ​ຈະ​ຖືກ
​ຕັດ​ລົງ​ເພື່ອ​ຮັກ​ສາ​ພະ​ລັງ​ງານ​ໃນ​ໄລ​ຍະ 30 ມື້.

ແມ່​ບ້ານ​ຄົນ​ນຶ່ງ ໃນນະ​ຄອນ​ກາ​ຣະ​ກັ​ສ​ ໄດ້​ຈົ່​ມ​ໃນ​ວັນ​ອາ​ທີດ​ວານ​ນີ້​ ໃນ​ຂະ​ນະ​ທີ່​ນາງ​
ພະ​ຍາ​ຍາມ​ຊື້​ໄກ່​ ແຕ່​ໄດ້​ພົບ​ເຫັນວ່າເຄື່ອງ​ຈັກ​ທະ​ນາ​ຄານ​ບໍ່​ເຮັດ​ວຽກ ແລ​ະ​ກ່າວ​ວ່າ
“ບໍ່​ມີ​ໃຜ​ອົດ​ທົນ​ກັບ​ເລື້ອງ​ນີ້​ໄດ້. ບໍ່​ມີ​ນ້ຳ​ໃຊ້​ນັບ​ແຕ່​ວັນ​ຈັນ​ແລ້ວ​ນີ້ ເຈົ້າ​ໃຊ້​ໂທ​ລະ​ສັບ​ບໍ່
​ໄດ້ ພວກ​ເຮົາບໍ່​ສາມ​າດ​ຈ່າຍດ້ວຍ​ບັດ ຫຼື​ແມ່ນ​ແຕ່​ກິນ.”

ພວກ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ພາ​ກັນ​ເດືນ​ປະ​ທ້ວງ​ຈ​ັກ​ກະ​ພັດ ໃນ​ນະ​ຄອນ​ກາ​ຣະ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ທີ 30 ມີ​ນາ 2019.
ພວກ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ພາ​ກັນ​ເດືນ​ປະ​ທ້ວງ​ຈ​ັກ​ກະ​ພັດ ໃນ​ນະ​ຄອນ​ກາ​ຣະ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ທີ 30 ມີ​ນາ 2019.

ແມ່ບ້ານ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ນາງ​ບໍ່​ສາ​ມາດ​ເອົາ​ອາ​ຫານ​ໃສ່​ໃນ​ຕູ້​ເຢັນ​ໄວ້​ໄດ້ ແລະ​ກ່າວ​
ວ່າ ເວ​ລາ​ເຄື່ອງ​ໃຊ້​ຂອງ​ນາງ​ເພ ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຊື້​ມາ​ແປງ. ທ່ານ​ມາ​ດູ​ໂຣ ໄດ້​ຖີ້​ມ
ໂທ​ດ​ເລື້ອງໄຟ​ຟ້າ​ມອດ​ໃສ່ ສະ​ຫະ​ລັດ​ວ່າ​ດັກ​ໂຈມ​ຕີ.

ຜູ້​ນຳ​ຝ່າຍ​ຄ້ານທ່ານ​ຮວນ ກົວ​ອີ​ໂດ ກ່າວ​ວ່າ ລັດ​ຖະ​ບານ​ ປະ​ປ່ອຍ ແລະ​ບໍລິ​ຫານ​ບໍ​ດີ
ທີ່​ຕ້ອງ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ.

ທ່າ​ນ​ກ່າວ​ວ່າ “ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ລະ​ບົບ​ໄຟ​ຟ້າມາ​ສູ່​ຄວາມ​ພິ​ນາດ ເພາະ​ວ່າ​ເຂົາ​ເຈົ້າ
​ສໍ້​ລາດບັ​ງ​ຫຼວງ ແລະ​ບັດ​ນີ້​ເຂົາ​ເຈົ້າ​ບໍ່​ສາ​ມາດ​ແກ້​ໄຂ​ໄດ້ ​ເພາະວ່າ​ເຂົາ​ເຈົ້າບໍ່ ມີ​ຄວາມ
​ສ​າ​ມາດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG