ຜູ້ນຳຝ່າຍຄ້ານເວເນຊູເອລາ ທ່ານ ຮວນ ກວາອີໂດ ກ່າວວ່າ ທ່ານຄິດວ່າມີທະຫານ
ທີ່ຈະພາກັນຫັນປ່ຽນມາຕ້ານ ປະທານາທິບໍດີ ນິໂກລັສ ມາດູໂຣ ຫຼາຍຂຶ້ນໃນລະ
ຫວ່າງການພະຍາຍາມທີ່ຈະຂັບໄລ່ຜູ້ນຳທີ່ຖືກໂຈມຕີນັ້ນອອກຈາກຕຳແໜ່ງໃນວັນ
ອັງຄານທີ່ຈະມາເຖິງນີ້.
ໃນການສຳພາດກັບ ໜັງສືພິມວໍຊິງຕັນໂພສທ໌, ທ່ານ ກວາອີໂດ ໄດ້ກ່າວວ່າ ທ່ານຄາດ
ວ່າ ທ່ານມາດູໂຣ ຈະລາອອກຫຼັງຈາກສະມາຊິກຄົນສຳຄັນຂອງກອງທັບໄດ້ໂຕນໜີ.
ແຕ່ວ່າ, ໃນຂະນະທີ່ທ່ານມາດດູໂຣ ແລະກວາອີໂດ ໄດ້ຍາດແຍ່ງເອົາການສະໜັບສະ
ໜູນທາງທະຫານນັ້ນ, ມັນກໍບໍ່ໄດ້ມີການແຕກແຍກຢ່າງຫຼວງຫຼາຍໃນຖັນແຖວນັ້ນ.
ຄວາມເຂັ່ງຕືງສືບຕໍ່ສູງຂຶ້ນໃນ ເວເນຊູເອລາ ນັບແຕ່ຄວາມພະຍາຍາມທີ່ຈະໂຄ່ນລົ້ມ
ທ່ານ ມາດູໂຣ ໄດ້ປະສົບຄວາມລົ້ມແຫລວ. ກຸ່ມລີມາ, ທີ່ປະກອບດ້ວຍ 12 ປະເທດຕັ້ງ
ຂຶ້ນໃນປີ 2017 ເພື່ອຊ່ວຍຢຸດວິກິດການໃນ ເວເນຊູເອລາ ຢ່າງສັນຕິນັ້ນ, ໄດ້ພົບປະ
ກັນໃນວັນສຸກທີ່ຜ່ານມາຢູ່ໃນນະຄອນຫຼວງຂອງປະເທດ ເປຣູ ແລະ ໄດ້ຕັດສິນໃຫ້
ຄິວບາ ເປັນຜູ້ນຳໜ້າໃນການແກ້ໄຂຄວາມວຸ້ນວາຍນັ້ນ.
ໃນວັນເສົາວານນີ້ ທ່ານ ມາດູໂຣ ໄດ້ທຳການຮ້ອງຂໍຕໍ່ທະຫານໃນໂທລະພາບລັດ
ຖະບານ.
ທ່ານໄດ້ກ່າວ ດ້ວຍການຂໍໃຫ້ທະຫານຍົກປືນຂຶ້ນຟ້າວ່າ “ພວກເຮົາບໍ່ແມ່ນປະເທດທີ່
ອ່ອນແອ ແຕ່ເປັນປະເທດທີ່ມີກອງກຳລັງຕິດອາວຸດທີ່ເຂັ້ມແຂງ ທີ່ໄດ້ສະແດງໃຫ້ເຫັນ
ວ່າຕົນເອງມີຄວາມພ້ອມພຽງກັນ ແລະ ແຂງແກ່ນກວ່າທີ່ເຄີຍເປັນມາ. ຈົ່ງເວົ້າວ່າ ບໍ່
ຕໍ່ພວກທໍລະຍົດ! ພວກທໍລະຍົດຈົ່ງໜີອອກໄປ. ສາມັກຄີກັນ ແລະ ຈົງຮັກພັກດີຕໍ່ລັດ
ຖະທຳມະນູນ, ບ້ານເກີດເມືອງນອນ, ການປະຕິວັດ ແລະ ຜູ້ບັນຊາການທີ່ຖືກຕ້ອງ
ຕາມກົດໝາຍຂອງເຂົາເຈົ້າ.”
ຕໍ່ມາ ທ່ານມາດູໂຣ ໄດ້ໄປຢ້ຽຢາມຖານທັບທະຫານເປັນເວລາສາມມື້ຕິດຕໍ່ກັນ ດ້ວຍ
ຄວາມຫວັງທີ່ຈະໄດ້ຮັບການສະໜັບສະໜູນຈາກກອງທະຫານ. ໂທລະພາບລັດຖະ
ບານໄດ້ສະແດງໃຫ້ເຫັນທ່ານ ຍ່າງກັບພວກທະຫານໃນເຄື່ອງແບບຫຼາຍຮ້ອຍຄົນ
ຫຼັງຈາກບັນດາຜູ້ບັນຊາການໄດ້ລາຍງານຕໍ່ທ່ານ ກ່ຽວກັບ ບັນຫາຂອງກອງທັບ.
ໂທລະພາບໄດ້ກ່າວວ່າ ສະຖານທີ່ດັ່ງກ່າວມີທະຫານຢູ່ 3,500 ຄົນ.