ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ມາດູໂຣ ຫ້າມ ທ. ກວາອີໂດ ບໍ່ໃຫ້ຮັບຕຳແໜ່ງ ໃນລັດຖະບານ ເປັນເວລາ 15 ປີ


ຜູ້ນຳພັກຝ່າຍຄ້ານຂອງເວເນຊູເອລາ ທ່ານ ຮວານ ກວາອີໂດ ຜູ້ທີ່ຫຼາຍໆປະເທດ ໄດ້ຮັບຮູ້ໃຫ້ເປັນປະທານາທິບໍດີຊົ່ວຄາວ ຂອງປະເທດຢ່າງຖືກຕ້ອງ ຕາມກົດໝາຍ, ກຳລັງຮ້ອງເພງຊາດ ໃນລະຫວ່າງກອງປະຊຸມ ກ່ຽວກັບນ້ຳສະອາດ ແລະລະບົບໄຟຟ້າ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 28 ມີນາ 2019.
ຜູ້ນຳພັກຝ່າຍຄ້ານຂອງເວເນຊູເອລາ ທ່ານ ຮວານ ກວາອີໂດ ຜູ້ທີ່ຫຼາຍໆປະເທດ ໄດ້ຮັບຮູ້ໃຫ້ເປັນປະທານາທິບໍດີຊົ່ວຄາວ ຂອງປະເທດຢ່າງຖືກຕ້ອງ ຕາມກົດໝາຍ, ກຳລັງຮ້ອງເພງຊາດ ໃນລະຫວ່າງກອງປະຊຸມ ກ່ຽວກັບນ້ຳສະອາດ ແລະລະບົບໄຟຟ້າ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 28 ມີນາ 2019.

ລັດຖະບານ ເວເນຊູເອລາ ຂອງປະທານາທິບໍດີ ນິໂຄລັສ ມາດູໂຣ ໄດ້ກ່າວໃນວັນພະຫັດ
ວານນີ້ ວ່າ ຕົນໄດ້ຖອນສິດ ໃນການດຳລົງຕຳແໜ່ງ ເປັນລັດຖະກອນຂອງຜູ້ນຳພັກຝ່າຍ
ຄ້ານ ທ່ານ ຮວານ ກວາອີໂດ ເປັນ​ເວ​ລາ 15 ປີ ຊຶ່ງເປັນການ ເພີ້ມທະວີຄວາມວຸ້ນວາຍ
ທາງດ້ານການເມືອງຂຶ້ນຕື່ມ ໃນປະເທດທີ່​ຕັ້ງ​ຢູ່​ໃນເຂດ ອາເມຣິກາໃຕ້ດັ່ງ​ກ່າວ.

ແຕ່ບໍ່ດົນຫຼັງຈາກການປະກາດ ຜ່ານໂທລະພາບຂອງທາງການ​ ທ່ານກວາອີໂດ ໄດ້ກ່າວ
ວ່າ “ພວກເຮົາຈະສືບຕໍ່ ລົງສູ່ຖະໜົນສາຍຕ່າງໆ” ເພື່ອປະທ້ວງການບໍ່ຍອມ​ລົງ​ຈາກ
ອຳນາດຂອງທ່ານມາດູໂຣ.

ທ່ານກວາອີໂດ ຜູ້ນຳສະ​ພາ​ແຫ່ງ​ຊາດຂອງເວເນຊູເອລາທີ່ຄວບຄຸມໂດຍ​ພັກ​ຝ່າຍຄ້ານ
ຜູ້ທີ່ຖືກຮັບຮູ້ໂດຍ ສະຫະລັດ ແລະອີກ 50 ປະເທດ ໃຫ້ເປັນປະທານາທິບໍ ດີຊົ່ວຄາວ
ຂອງປະເທດ ຫາກແຕ່ ທ່ານມາດູໂຣ ຍັງສືບ​ຕໍ່ ກຳອຳນາດຢ່າງໜຽວແໜ້ນໄວ້ຢູ່ ທ່າມ
ກາງພາວະຂາດໄຟຟ້າໃຊ້ ການເດີນຂະບວນປະທ້ວງ ນຳພາໂດຍ ທ່ານກວາອີໂດ
ສະພາບຄວາມທຸກຍາກທີ່ແຜ່ຫຼາຍ ແລະການຖືກປະນາມຢູ່ເລື້ອຍໆ ໃນການປົກຄອງ
ຂອງທ່ານ ຈາກບັນດາຜູ້ນຳຂອງໂລກ.

ການຫ້າມທາງດ້ານການເມືອງ ຕໍ່ທ່ານກວາອີໂດ ນັ້ນ ໄດ້ຖືກປະກາດໂດຍ ປະທານ
ຜູ້ກວດກາແຫ່ງຊາດ ທ່ານແອລວິສ ອາໂມໂຣໂຊ. ທ່ານໄດ້ກ່າວວ່າ ທ່ານ ກວາອີໂດ
ຜູ້ທີ່ໄດ້ນຳໃຊ້ລັດຖະທຳມະນູນຂອງປະເທດ ໃນເດືອນມັງກອນ ຜ່ານມາ ເພື່ອເຂົ້າ
ກຳຕຳແໜ່ງປະທານາທິບໍດີຊົ່ວຄາວນັ້ນ ໄດ້ເປີດເຜີຍບັນຊີດ້ານການເງິນສ່ວນຕົວ
ຂອງທ່ານ ທີ່ບໍ່ສອດຄ່ອງລົງລອຍກັນ ແລະໄດ້ໃຊ້ຈ່າຍເກີນກວ່າ ລາຍໄດ້ຂອງທ່ານ
ທີ່ອຳ​ນວຍໃຫ້.

ທ່ານກວາອີໂດ ໄດ້ກ່າວວ່າ ທ່ານຄາດໝາຍວ່າ ຄວາມພະຍາຍາມໂດຍທ່ານ ມາດູໂຣ
ທີ່ຈະຂັດຂວາງທ່ານນັ້ນ ຈະມີຢູ່ຢ່າງຕໍ່ເນື່ອງ ດ້ວຍການເຂົ້າຄວບຄຸມ ລັດຖະບານ
ທັງໝົດ.

ອົງການສະຫະປະຊາຊາດ ໄດ້ປະເມີນການວ່າ ປະມານນຶ່ງສ່ວນສີ່ ຂອງຊາວເວເນ-
ຊູເອລາ ຕ້ອງການຄວາມຊ່ອຍເຫຼືອ ທາງດ້ານມະນຸດສະທຳ ທີ່ປະກອບ ດ້ວຍອາຫານ
ການກິນ ແລະການບໍລິການຂັ້ນພື້ນຖານຕ່າງໆ.

ທ່ານມາດູໂຣ ຜູ້ທີ່ໄດ້ຮັບການໜຸນຫຼັງໂດຍຣັດເຊຍ ກໍໄດ້ກ່າວວ່າ ບໍ່ມີວິກິດການດັ່ງກ່າວ
ເກີດຂຶ້ນເລີຍ ແລະໄດ້ຖິ້ມໂທດໃສ່ ມາດຕະການລົງໂທດຂອງສະຫະລັດ ທີ່ເຮັດໃຫ້
ເສດຖະກິດ ຂອງປະເທດເກືອບຫລົ້ມຈົມ.

ສ່ວນຣັດເຊຍ ກໍໄດ້ສົ່ງເຈົ້າໜ້າທີ່ທະຫານ ປະມານ 100 ຄົນ ໄປຍັງເວເນຊູເອລາ ເມື່ອອາທິດແລ້ວນີ້ ແລະເຄື່ອງຂອງຈຳນວນ 35 ໂຕນ ໃນການສະໜັບສະໜຸນ ທ່ານ
ມາດູໂຣ. ມົສກູ ບໍ່ເອົາຫົວຊາ ນຳການຮຽກຮ້ອງຂອງສະຫະລັດ ທີ່ໃຫ້ ຣັດ​ເຊຍ ສົ່ງ
ພວກເຈົ້າໜ້າທີີ່ທະຫານຂອງ​ຕົນ ກັບຄືນປະເທດ​ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG