ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ຝ່າຍຄ້ານ ໃນ ເວເນຊູເອລາ ຮຽກຮ້ອງໃຫ້ ນັດຢຸດງານ ທົ່ວປະເທດ


ທ່ານ Freddy Guevara (ກາງ) ເລຂາທິການນຶ່ງ ຂອງຮອງ ປະທານສະພາແຫ່ງຊາດ ແລະສະມາຊິກສະພາ ແນວໂຮມຝ່າຍຄ້ານ ເວເນຊູເອລາ ກ່າວຕໍ່ສື່ມວນຊົນ..

ພວກຝ່າຍຄ້ານໃນ Venezuela ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການນັດ​ຢຸດ​ງານ​ປະ​ທ້ວງຕະຫຼອດ
ມື້​ ໃນ​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້ ​ໂດຍຫວັງ​ວ່າ ​ຈະກົດ​ດັນ​ໃຫ້ປະທານາທິບໍດີ Nicolas
Maduro ຍົກ​ເລີກ​ແຜນ​ການ​ຮ່າງລັດຖະທໍາ​ມະນູນສະບັບ​ໃໝ່.ພັກຝ່າຍ​ຄ້ານ ​ໄດ້​ເລີ້ມ
​ໃນ​ອັນ​ທີ່​ຕົນ​ເອີ້ນ​ວ່າ “​ເປັນ​ບຸກ​ໂຈມ​ຕີ​ຂັ້ນສຸດ​ທ້າຍ” ຕໍ່ປະ ທານາທິບໍດີ Maduro ​ເພື່ອ
ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີກ່ອນ​ກຳນົດ.

ຢູ່​ໃນ​ການ​ລົງປະຊາມະຕິ​ແຫ່ງ​ຊາດທີ່​ບໍ່​ມີ​ຜົນ​ບັງຄັບ ​ໃນ​ວັນ​ອາທິດ ທີ່ຈັດ​ຂຶ້ນໂດຍ​ບັນ
ດາ​ກຸ່ມ​ຝ່າຍ​ຄ້ານ​ຕ່າງໆ ຊາວ​ເວ​ເນ​ຊູເອລາ ຫລາຍ​ກວ່າ​ເຈັດ​ລ້ານ​ຄົນ ​ເກືອບ​ນຶ່ງ​ສ່ວນ​
ສາມ ​ຂອງຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ປະ​ເທດ ​ໄດ້ຮຽກ​ຮ້ອງ​ໃຫ້​ປະທານາທິບໍດີ Maduro ຍົກ
​ເລີກ​ແນວ​ຄິດທີ່​ຈະ​ເລືອກ​ຕັ້ງ​ສະພາ​ພິ​ເສດ ​ເພື່ອມາ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່
ຂອງ​ປະ​ເທດ.

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກ່າວ​ໃນຕອນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ສະຫະລັດ​ຈະ​ເອົາ​
ບາດກ້າວ “ທີ່​ແຂງ​ຂັນ​ແລະ​ຢ່າງ​ວ່ອງ​ໄວທາງດ້ານ​ເສດຖະກິດ” ຖ້າ​ຫາກ​ປະທານາທິ
ບໍດີ Maduro ປະຕິບັດ​ຕາມ​ແຜນ​ການຂອງທ່ານ.

ປະທານາທິບໍດີ​ສະຫະລັດ ກ່າວ​ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ວ່າ “ຊາວ​ເວ​ເນ​ຊູ​ເອລາ
ອີກ​ເທື່ອ​ນຶ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ເຂົາ​ເຈົ້າ​ພາກັນຢືນ​ຢູ່ ກັບປະຊາທິປະ​
ໄຕ ​ສິດເສລີພາບແລະການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ​. ກາ​ນເອົາ​ມາດ​ຕະການ
​ທີ່​ເຂັ້ມແຂງ ​ແລະ​ກ້າຫານຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ຍັງ​ສືບ​ຕໍ່​ບໍ່ໄດ້​ຮັບ​ການ​ເອົາຫົວຊາ​
ໂດຍ​ຜູ້​ນຳ​ທີ່​ບໍ່​ດີ ​ທີ່​ໄຝ່ຝັນ​ຢາກ​ເປັນ​ຈອມຜະ​ເດັດ​ການ.”

ປະທາ​ນາ​ທິບໍດີ Maduro ຮ້ອງ​ການ​ລົງປະຊາ​ມະຕິຂອງ​ພວກ​ຝ່າຍ​ຄ້ານ​ວ່າຜິດ​ກົດ
ໝາຍ ແລະ​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ແຜນ ທີ່​ຈະ​ລົງ​ຄະ​ແນ​ນສຽງ​ເລືອກ​ຕັ້ງ
ສະພາ​ພິ​ເສດ ​ໃນວັນ​ທີ 30 ກໍ​ລະ​ກົດນີ້.

ປະທານາທິບໍດີ Nicolas Maduro, ຊ້າຍ, ກ່າວລະຫວ່າງການເຕົ້າໂຮມ ໃນການສະໜັບໜູນທ່ານ.
ປະທານາທິບໍດີ Nicolas Maduro, ຊ້າຍ, ກ່າວລະຫວ່າງການເຕົ້າໂຮມ ໃນການສະໜັບໜູນທ່ານ.

ປະທານາທິບໍດີ​ເວົ້າວ່າ ການ​ປ່ຽນ​ແປງ​ລັດຖະທຳ​ມະນູນ​ແມ່ນ​ຊ່ອງ​ທາງ​ດຽວ​ທີ່​ຈະ
​ແກ່​ດຶງ​ເອົາ​ເວ​ເນ​ຊູ​ເອລາ​ອອກ​ຈາກ​ຈາກເຫວ​ເລິກ​ທາງ​ດ້ານເສ​ດຖະກິດແລະ​ວິ​ກິດ
ການ​ທາງ​ດ້ານ​ສັງຄົມ.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າຂໍ​ຮຽກຮ້ອງ​ໃຫ້​ຝ່າຍ​ຄ້ານ ​ກັບຄືນ​ມາສູ່​ຄວາມ​ສະຫງົບ​ສຸກ
​ໃຫ້​ຄວາມ​ນັບຖື​ຕໍ່​ລັດຖະທໍາ​ມະນູນ ​ເພື່ອນັ່ງ​ລົງ ​ແລະ​ໂ​ອ້ລົມ​ກັນ. ມາ​ເລີ້ມ​ລົມ​ກັນ​ຮອບ​
ໃໝ່ ລົມ​ກັນ​ເລື່ອງ​ສັນຕິ​ພາບ.”

ພວກຝ່າຍ​ຄ້ານ​ກ່າວ​ວ່າ ການ​ເລືອກ​ຕັ້ງສະພາ​ຈະມີ​ການ​ໂກງ​ຄະ​ແນນ​ເພື່ອເຫັນ​ພ້ອມ​
ກັບ​ປະທານາທິບໍດີ Maduro ​ຊຶ່ງ​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ຂຽນ​ລັດຖະ ທໍາ​ມະນູນ​
ໃໝ່ ບໍ່​ມີ​ຄວາມ​ໝາຍຫຍັງ ​ແຕ່​ເປັນແຜນການ ​ຂອງປະທານາທິບໍດີ​ເພື່ອຍຸບສະ​ຖາ​ບັນ
​ແຫ່​ງຊາດ ​ແລະເຮັດ​ໃຫ້ເວ​ເນ​ຊູ​ເອລາ​ ກາຍ​ເປັນ​ປະ​ເທດຜະ​ເດັດ​ການ​ສັງຄົມ​ນິຍົມ ​
ໂດຍປ່ອຍ​ໃຫ້​ສະພາ​ແຫ່ງ​ຊາດ​ ທີ່​ນຳພາ​ໂດຍ​ພັກ​ຝ່າຍບໍ່​ມີ​ຄວາມ​ໝາ​ຍຫຍັງ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG