ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປະຊາຊົນ ເວເນຊູເອລາ ລົງຄະແນນສຽງ ເພື່ອປົດ ປະທານາທິບໍດີ ອອກຈາກຕຳແໜ່ງ


ທ່ານ Julio Borges (ກາງ), ປະທານສະພາແຫ່ງຊາດ ແລະ ຮອງພັນທະມິດຂອງພັກຝ່າຍຄ້ານ ເວເນຊູເອລາ (MUD), ກ່າວຄຳປາໄສຕໍ່ສື່ມວນຊົນ ຫລັງຈາກການລົງຄະແນນ
ສຽງຢ່າງບໍ່ເປັນທາງການ ຕໍ່ຕ້ານລັດຖະບານຂອງປະທາ
ນາທິບໍດີ Nicolas Madurohis ແລະ ແຜນການທີ່ຈະປັບປຸງ
ລັດຖະທຳມະນູນ. ນະຄອນຫຼວງ ຄາຣາຄາສ, ເວເນຊູເອລາ.17 ກໍລະກົດ, 2017.
ທ່ານ Julio Borges (ກາງ), ປະທານສະພາແຫ່ງຊາດ ແລະ ຮອງພັນທະມິດຂອງພັກຝ່າຍຄ້ານ ເວເນຊູເອລາ (MUD), ກ່າວຄຳປາໄສຕໍ່ສື່ມວນຊົນ ຫລັງຈາກການລົງຄະແນນ ສຽງຢ່າງບໍ່ເປັນທາງການ ຕໍ່ຕ້ານລັດຖະບານຂອງປະທາ ນາທິບໍດີ Nicolas Madurohis ແລະ ແຜນການທີ່ຈະປັບປຸງ ລັດຖະທຳມະນູນ. ນະຄອນຫຼວງ ຄາຣາຄາສ, ເວເນຊູເອລາ.17 ກໍລະກົດ, 2017.

ປະຊາຊົນ ເວເນຊູເອລາ ຫຼາຍກວ່າ 7 ລ້ານຄົນໄດ້ເຂົ້າຮ່ວມໃນການລົງປະຊາມະຕິຢ່າງ
ບໍ່ເປັນທາງການ, ຈັດຂຶ້ນໂດຍພັກຝ່າຍຄ້ານໃນວັນອາທິດວານນີ້ ແລະ ປະຊາຊົນ 98
ເປີເຊັນ ໄດ້ລົງຄະແນນສຽງ ເພື່ອປົດປະທານາທິບໍດີ ທ່ານ Nicolas Maduro ອອກ
ຈາກແໜ່ງ ອີງຕາມການກ່າວ ຂອງນັກວິຊາການທີ່ຕິດຕາມການລົງຄະແນນສຽງ.

ບັນດາຜູ້ລົງຄະແນນສຽງ ໄດ້ຕອບຄຳຖາມ 3 ຂໍ້ ແລະ ພວກເຂົາເຈົ້າໄດ້ປະຕິເສດຢ່າງ
ຖ້ວມລົ້ນ ຕໍ່ຂໍ້ສະເໜີຈັດຕັ້ງຄະນະນິຕິບັນຍັດຊຸດໃໝ່, ແລະ ໄດ້ຮຽກຮ້ອງໃຫ້ກອງທັບປົກ
ປ້ອງລັດຖະທຳມະນູນທີ່ມີຢູ່ໃນປັດຈຸບັນ ແລະ ສະໜັບສະໜູນຈັດການເລືອກຕັ້ງ ກ່ອນ
ທ່ານ Maduro ຈະສິ້ນສຸດການດຳລົງຕຳແໜ່ງໃນຕົ້ນປີ 2019.

ທ່ານ Maduro ບໍ່ຍອມຮັບເອົາການລົງຄະແນນສຽງຂອງວັນອາທິດວານນີ້ ໂດຍຖືວ່າ
ຜິດກົດໝາຍ ແລະ ໄດ້ສືບຕໍ່ໂຄສະນາຫາສຽງ ເພື່ອສະໜັບສະໜູນການລົງຄະແນນ
ສຽງໃນວັນທີ 30 ກໍລະກົດນີ້ ເພື່ອສ້າງສະພາທີ່ສາມາດມີອຳນາດໃນການຂຽນລັດຖະ
ທຳມະນູນຄືນໃໝ່ ແລະ ຍຸບສະຖາບັນຕ່າງໆຂອງລັດຖະບານ.

ການລົງຄະແນນສຽງທີ່ເປັນສັນຍາລັກນີ້ ໄດ້ຖືກຈັດຂຶ້ນ ຖ້າມກາງວິກິດການດ້ານເສດ
ຖະກິດ ທີ່ໄດ້ເຮັດໃຫ້ປະຊາຊົນ ເວເນຊູເອລາ ຫຼາຍລ້ານຄົນດີ້ນຮົນເພື່ອບັນລຸຄວາມ
ຕ້ອງການຂັ້ນພື້ນຖານ, ແລະ ກໍ່ໃຫ້ເກີດການປະທ້ວງຕໍ່ຕ້ານລັດຖະບານເກືອບທຸກມື້
ເປັນເວລາຫຼາຍເດືອນ ທີ່ໄດ້ເຮັດໃຫ້ຄົນເສຍຊີວິດແລ້ວປະມານ 100 ຄົນ.

ມືປືນທີ່ຂີ່ລົດຈັກ ໄດ້ຍິງປືນໃສ່ ຜູ້ລົງຄະແນນສຽງກຸ່ມໜຶ່ງ ທີ່ກຳລັງປ່ອນບັດຢູ່ ໃນນະ
ຄອນຫຼວງ Caracas ເມື່ອວັນອາທິດວານນີ້ ເຮັດໃຫ້ແມ່ຍິງ ອາຍຸ 60 ປີກວ່າ ເສຍຊີວິດ
ແລະອີກ 3 ຄົນ ໄດ້ຮັບບາດເຈັບ.

ພັກຝ່າຍຄ້ານໄດ້ກ່າວຫາການໂຈມຕີຢູ່ນອກໂບດແຫ່ງໜຶ່ງ ໃນເມືອງທີ່ທຸກຍາກທີ່ສຸດ
ຂອງນະຄອນຫຼວງ Caracas ໃສ່ພວກ “ທະຫານເສີມ” ທີ່ສະໜັບສະໜູນລັດຖະບານ.
ພັກຝ່າຍຄ້ານໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ພວກເຂົາເຈົ້າຮູ້ສຶກ “ເຈັບປວດ
ຢ່າງຍິ່ງ”
ກ່ຽວກັບ ການຍິງກັນໃນຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG