ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ທ່ານ Nicolas Maduro ຊະນະການເລືອກຕັ້ງ ປະທານາທິບໍດີ ເວເນຊູເອລາ (ສະໄລດ໌)


ທ່ານ Nicholas Maduro ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ Venezuela.
ທ່ານ Nicolas Maduro ປະ​ທາ​ນາ​ທິບໍດີພາງຂອງ
Venezuela ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ໝິ່ນໆ​ ໃນ​ການ
​ເລືອກ​ຕັ້ງ​ພິ​ເສດ ​ໃນ​ວັນ​ອາທິດວານ​ນີ້ ​ເພື່ອ​ເຂົ້າຮັບ​ຕໍາແໜ່ງ
ຕໍ່​ຈາກ ມື້​ລາງ​ຜູ້​ນໍາຄົນ​ກ່ອນ ທ່ານ Hugo Chavez.

ປະທານສະພາ​ເລືອກຕັ້ງ​ແຫ່ງ​ຊາດ ທ່ານນາງ Tibisay
Lucena ປະກາດ​ວ່າ ທ່ານ Maduro ​ໄດ້ຊະນະ​ ຜູ້​ນໍາ​ຝ່າຍ
​ຄ້ານ ທ່ານ Henrique Capriles ຫລາຍ​ຊົ່ວ​ໂມງ​ຫລັງ​ຈາກ
ໜ່ວຍ​ປ່ອນ​ບັດ​ໄດ້​ປິດ​ລົງ ​ໃນທົ່ວປະ​ເທດ​ອາ​ເມຣິກາ​ໃຕ້ ​
ແຫ່ງ​ນັ້ນ.

​ທ່ານ​ນາງ Lucena ກ່າວ​ວ່າ “ຈາກ​ການ​ປະກອບສ່ວນ​ຂອງ 78.71 ​ເປີ​ເຊັນ ຂອງ​ຜູ້​ມີ​ສິດ​ປ່ອນບັດ​ນັ້ນ ຜູ້​ສະມັກ Nicolas Maduro Moros ໄດ້​ຮັບ​ຄະ​ແນນ​ສຽງ ເຈັດ​ລ້ານ ຫ້າ​ພັນ​ ສາມ​ຮ້ອຍ ​ສາມ​ສິ​ບແປດ ສຽງ ດ້ວຍ 50.66 ​ເປີ​ເຊັນ. ຜູ້​ສະມັກ Henrique Capriles Radonski ​ໄດ້​ຮັບ​ຄະ​ແນນ​ສຽງ ​ເຈັດ​ລ້ານ ສອງພັນ ສີ່​ຮ້ອຍ ​ກັບສາມສຽງ ດ້ວຍ 49.07 ​ເປີ​ເຊັນຂອງ​ຜູ້​ປ່ອນ​ບັດ ທັງ​ໝົດ. ບັນດາ​ຜູ້​ສະມັກ​ຄົນ​ອຶ່ນໆ ​ໄດ້​ຮັບຄະ​ແນນ​ສຽງ ສາມ​ສິບ​ແປດ​ພັນ ​ເຈັດ​ຮ້ອຍ ​ຫ້າ​ສິບ​ສຽງ ດ້ວຍ 0.26 ​ເປີ​ເຊັນ. ພວກ​ເຮົາ​ຢາກ​ບອກ​ໃຫ້​ປະ​ເທດ​ຊາບ ອີກ​ວ່າ ພວກ​ເຮົາ​ໄດ້ໂອ້​ລົມ​ກັບ​ບັນດາ​ຜູ້​ສະມັກ​ທັງຫລາຍ​ແລ້ວ. ນີ້​ແມ່ນ​ຜົນ​ການ​ປ່ອນ​ບັດ ທີ່​ຕ່າວປີ້ນ​ຄືນ​ບໍ່​ໄດ້ ທີ່​ປະຊາຊົນເວ​ເນ​ຊູ​ເອ​ລາ ​ໄດ້​ຕັດສິນ​ໃຈ​ເລືອກ​ເອົາ ຕາມ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ.”

ບັນດາ​ຜູ້​ສະໜັບສະໜູນ ທ່ານ Maduro ພາ​ກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕາມ​ຖະໜົນ ຂອງ​ເມືອງຫລວງ Caracas ​ເພື່ອ​ສະຫລອງ​ການ​ເລືອກ​ຕັ້ງເອົາ​ບຸກຄົນ ທີ່ທ່ານ Chavez ​ເປັນ​ຜູ້​ເລືອກ​ໃຫ້ມາ​ຮັບໜ້າ​ທີ່​ແທນທ່ານ​. ທ່ານ Maduro ​ໄວ 50 ປີ ທີ່ເຄີຍ​ເປັນ​ຄົນ​ຂັບ​ລົດ​ເມ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ ​ໄດ້ກ່າວ​ຕໍ່​ຝູງຊົນ​ວ່າ ການ “ຕໍ່ສູ້” ​ເພື່ອສື​ບຕໍ່ມູນ​ເຊື້ອມໍລະ​ດົກ​ຂອງ ​ທ່ານ Chavez ຈະ​ດໍາ​ເນີນຕໍ່​ໄປ​.

​ແຕ່ທ່ານ Capriles ​ໄດ້​ປະຕິ​ເສ​ດ ບໍ່​ຮັບ​ເອົາ​ຜົນ​ການເລືອກ​ຕັ້ງ ​ແລະ​ປະນາມ​ການ​ນັບ​ຄະ​ແນນ​ສຽງຂັ້ນ​ສຸດທ້າຍ​ນັ້ນວ່າ ບໍ່​ຖືກຕ້ອງ​ຕາມ​ກົດໝາຍ. ​

XS
SM
MD
LG