ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານມາ​ດູ​ໂຣ ທີ່ຍຶດໜ່ຽວ​ອຳ​ນາດ​ໄວ້​ ​ຮຽກ​ຮ້ອງ​ໃຫ້ທະ​ຫານ ຄັດ​ຄ້ານ​ຕໍ່ແຜນ​ການ​ກໍ່ ລັດ​ຖະ​ປະ​ຫານ ​ໃນ​ເວ​ເນ​ຊູ​ເອ​ລາ

ທ່ານ ນີ​ໂຄ​ລັ​ສ ມາ​ດູ​ໂຣ ຍ່າງ​ຄຽງ​ຂ້າງກັບທ່ານ Vladimir Padrino Lopez, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະທ່ານ Remigio Ceballos, ຜູ້​ບັນ​ຊາ​ການດ້ານ​ວຽກ​ງານ​ຍຸດ​ທະ​ສາດຂອງໂບ​ລີ​ເວຍ ໃນ​ພິ​ທີທາງ​ການ​ຢູ່​ຄ້າຍທະ​ຫານ​ໃນ​ນະ​ຄອນຫລວງ Caracas ຂອງເວ​ເນ​ຊູ​ເອ​ລາ, ວັນ​ທີ 2 ພຶດ​ສະ​ພາ, 2019.

ທ່ານ ນີ​ໂຄ​ລັ​ສ ມາ​ດູ​ໂຣ (Nicolas Maduro), ປະ​ທາ​ນາ​ທິ​ບໍ​ດີ​ສັງ​ຄົມ​ນິ​ຍົມ​ຂອງ​ເວ​ເນ​ຊູ​ເອ​ລາທີ່ພະ​ຍາ​ຍາມຢຶດໜ່ຽວ​ອຳ​ນາດໄວ້ໃຫ້​ແໜ້ນ ​ໃນ​ວັນ​ພະ​ຫັດ​ວານໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ທະ​ຫານ​ປະ​ກອບ​ອາ​ວຸດ​ຂອງ​ປະ​ເທດ​ຄັດ​ຄ້ານ​ຕໍ່ "ການ​ວາງ​ແຜນ​ເຮັດ​ລັດ​ຖະ​ປະ​ຫານ​ໃດໆທັງໝົດເລີຍ" ພາຍ​ຫລັງ​ທີ່​ຜູ້​ນຳ​ຝ່າຍ​ຄ້ານ ຮ​ວານ ກວາ​ອີ​ໂດ (Juan Guaido) ບໍ່ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເຮັດ​ໃຫ້​ພວກ​ຜູ້​ນຳ​ທາງ​ທະ​ຫານ​ແປ​ພັກ​ໄດ້.

ຫລັງ​ຈາກ​ມີ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຄັ້ງໃຫຍ່​ເພື່ອຕ້ານ​ລັດ​ຖະ​ບານ​ຂອງ​ທ່ານ ເປັນ​ເວ​ລາສອງວັນແລ່ວ ທ່ານ​ມາ​ດູ​ໂຣ​ທີ່ດີ້ນ​ຮົນ​ຢູ່​ນັ້ນ ກໍກ່າວ​ຢູ່​ໃນ​ງານ​ທີ່​ຖ່າຍ​ອອກໂທ​ລະ​ພາບພ້ອມ​ກັບ​ຜູ້​ບັນ​ຊາ​ການລະ​ດັບ​ສູງຂອງກອງ​ທັບ​ວ່າ "ແມ່ນ, ​ພວກ​ເຮົາ​ກຳ​ລັງ​ຢູ່​ໃນ​ລະ​ຫວ່າງ​ການ​ສູ້​ລົບຢູ່; ຈົ່ງຍົກສູງກຳ​ລັງ​ໃຈໃນ​ການ​ຕໍ່​ສູ້​ຄັ້ງ​ນີ້ ເພື່ອ​ປົດ​ອາ​ວຸດ​ຂອງ​ພວກ​ໃດ​ກໍ​ຕາມ​ທີ່​ຂາຍ​ຊາດ, ຄົນ​ໃດ​ກໍ​ຕາມ​ທີ່​ວາງ​ແຜນ​ຈະເຮັດ​ການ​ລັດ​ຖະ​ປະ​ຫານ.”

​ຜູ້​ນຳ​ຝ່າຍ​ຄ້ານ ຮ​ວານ ກວາ​ອີ​ໂດ ກ່າວ​ຄຳ​ປ​າ​ໄສ​ຕໍ່​ພວກສະ​ໜັບ​ສະ​ໜຸນ​ທ່ານ​ໃນ​ນະ​ຄອນ ກາ​ຣາ​ກາ​ສ, ວັນ​ທີ 1 ພຶດ​ສະ​ພາ 2019
​ຜູ້​ນຳ​ຝ່າຍ​ຄ້ານ ຮ​ວານ ກວາ​ອີ​ໂດ ກ່າວ​ຄຳ​ປ​າ​ໄສ​ຕໍ່​ພວກສະ​ໜັບ​ສະ​ໜຸນ​ທ່ານ​ໃນ​ນະ​ຄອນ ກາ​ຣາ​ກາ​ສ, ວັນ​ທີ 1 ພຶດ​ສະ​ພາ 2019

ສ່ວນ​ທ່ານ ກວາ​ອີ​ໂດ (Guaido) ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ທີ່​ມີ​ມີ​ແນວ​ຄິດ​ຄອນ​ແຄນທີ່​ມີ​ຈຳ​ນວນ​ນ້ອຍນັ້ນ ໃນຕອນ​ຕົ້ນໆ ​ອາ​ທິດນີ້ ກໍໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ລຸກ​ຮື​ຂຶ້ນ​ຕ້ານ​ທ່ານ​ມາ​ດູ​ໂຣ. ຫລາຍ​ພັນ​ຄົນ​ພາ​ກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ນະ​ຄອນ​ຫລວງກາ​ຣາ​ກັ​ສ (Caracas) ໃນ​ວັນ​ອັງ​ຄານ​ ແລະ​ວັນ​ພຸດຜ່ານ​ມາ ໂດຍໄດ້​ພາ​ກັນ​ແກວ່ງ​ກ້ອນ​ຫີນ​ໃສ່​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ທີ່ຍິງ​ຕອບ​ຄືນດ້ວຍການ​ໃຊ້​ກະ​ສຸນ​ປືນ​ແທ້​, ລູກ​ປືນ​ຢາງ ແລະ​ອາຍ​ແກັ​ສ​ນ້ຳ​ຕາ ເປັນ​ບາງ​ຄັ້ງ​ຄາວນັ້ນ. ມີ 4 ຄົນ​ເສຍ​ຊີ​ວິດຢູ່​ໃນ​ການ​ປະ​ທະ​ກັນ​ເລັກ​ນ້ອຍ ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ແຕ່​ຢ່າງ​ໃດ​ກໍ​ຕາມ ປາ​ກົດ​ວ່າບໍ່​ມີ​ການ​ແປ​ພັກ​ຂອງ​ບັນ​ດາ​ຜູ້​ນຳ​ທາງ​ທະ​ຫານ​ເປັນ​ຈຳ​ນວນ​ຫລວງ​ຫລາຍໄປ​ຫາ​ທ່ານກວາ​ອີ​ໂດ, ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ​ທີ່​ປະ​ກາດ​ໂຕ​ເອງວ່າ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ໄລ​ຍະຂ້າມ​ຜ່ານຂອງ​ປະ​ເທດ ​ໃນ​ເດືອນ​ມັງ​ກອນຜ່ານ​ມາ ທີ່​ໄດ້​ຖືກ​ຮັບ​ຮູ້​ໂດຍ​ສະ​ຫະ​ລັດ ແລະ​ປະ​ເທດ​ອື່ນປະ​ມານ 50 ປະ​ເທດ ວ່າ​ເປັນ​ຜູ້​ນຳ​ອັນ​ຊອບ​ທຳ​ຂອງ​ປະ​ເທດທີ່​ຢູ່​ໃນ​ຂົງເຂດອາ​ເມ​ຣິ​ກາໃຕ້​ແຫ່ງນັ້ນ ເລີຍ.

ພວກ​ປະ​ທ້ວງ​ທີ່​ສະ​ໜັບ​ສະ​ໜຸນ​ຝ່າຍ​ຄ້ານພາ​ກັນຮ້ອງ​ໂຮ​ຂຶ້ນ​ເມື່ອ​ເຫັນລົດ​ທະ​ຫານ​ຖືກ​ໄຟ​ໄໝ້ ໃນ​ຂະ​ນະ​ທີ່​ໂຮມ​ຊຸມ​ນຸມ​ກັນຕໍ່​ຕ້ານ ປ. Maduro ຢູ່​ນະ​ຄອ​ນ​ຫລວງ Caracas, ວັ​ນ​ທີ 1, 2019
ພວກ​ປະ​ທ້ວງ​ທີ່​ສະ​ໜັບ​ສະ​ໜຸນ​ຝ່າຍ​ຄ້ານພາ​ກັນຮ້ອງ​ໂຮ​ຂຶ້ນ​ເມື່ອ​ເຫັນລົດ​ທະ​ຫານ​ຖືກ​ໄຟ​ໄໝ້ ໃນ​ຂະ​ນະ​ທີ່​ໂຮມ​ຊຸມ​ນຸມ​ກັນຕໍ່​ຕ້ານ ປ. Maduro ຢູ່​ນະ​ຄອ​ນ​ຫລວງ Caracas, ວັ​ນ​ທີ 1, 2019

ທ່ານກວາ​ອີ​ໂດ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ທີ່​ໃຊ້​ຄວາມ​ພະ​ຍາ​ຍາມ​ເຕັມ​ທີ່​ຈະ​ເລີ້ມ​ຂຶ້ນ ອີກ​ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ຈະ​ນຳ​ໄປ​ສູ່​ການ​ເດີນ​ຂະ​ບວນໃຫຍ່. ແຕ່​ວ່າ ຖະ​ໜົນ​ຫົນ​ທາງສາຍ​ຕ່າງໆ​ຂອງ​ນະ​ຄອນ​ກາ​ຣາ​ກາ​ສ ກໍ​ມິດ​ງຽບ​ຢູ່.

ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະ​ຫະ​ລັດ​ກຳ​ລັງ​ສືບ​ຕໍ່ອອກ​ສຽງ​ສະ​ໜັບ​ສະ​ໜຸນຂອງ​ຕົນ​ ໃຫ້​ມີ​ການ​ລຸກ​ຮື​ຂຶ້ນ​ຕ້ານ​ທ່ານ​ມາ​ດູ​ໂຣ. ໃນ​ຊ່ວງ​ການ​ອະ​ທິ​ຖານສວດ​ມົນ​ຢູ່ໃນ​ທຳ​ນຽບ​ຂາວນັ້ນ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ຢາກ​ເລີ້ມ​ຕົ້ນ​ດ້ວຍ​ການ​ສົ່ງ​ຄຳ​ອະທິຖານໄປ​ຫາ​ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາໃຫ້​ສຳ​ເລັດ​ໃນ​ການ​ຕໍ່​ສູ້​ອັນ​ຖື​ຕ້ອງ​ຊອບ​ທຳ​ເພື່ອ​ເສ​ລີ​ພາບ​ຂອງ​ພວກ​ເຂົາ​ເຈົ້າ. ການ​ກົດ​ຂີ່​ທີ່​ໂຫດຮ້າຍ​ຕໍ່​ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ​ຕ້ອງ​ຍຸ​ຕິ​ລົງ ແລະ​ມັນ​ຕ້ອງ​ສິ້ນ​ສຸດ​ລົງ​ໃນ​ໄວໆ​ນີ້."

​ຜູ້​ປະ​ທ້ວງຄົນ​ນຶ່ງ​ທີ່​ຕໍ່​ຕ້ານ​ລັດຖະ​ບານ​ໄດ້​ຖື​ປືນ​ກົນ​ທີ່​ເຮັດ​ເອງໄປ​ຫາ​ບ່ອນ​ຫລົບ​ຊ້ອນໃນ​ຂະ​ນະ​ທີ່ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຂັບ​ໄລ່​ພວກ​ປະ​ທ້ວງ​ໃຫ້​ສະ​ຫລາຍ​ຕົວ, 1 ພຶດ​ສະ​ພາ, 2019
​ຜູ້​ປະ​ທ້ວງຄົນ​ນຶ່ງ​ທີ່​ຕໍ່​ຕ້ານ​ລັດຖະ​ບານ​ໄດ້​ຖື​ປືນ​ກົນ​ທີ່​ເຮັດ​ເອງໄປ​ຫາ​ບ່ອນ​ຫລົບ​ຊ້ອນໃນ​ຂະ​ນະ​ທີ່ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຂັບ​ໄລ່​ພວກ​ປະ​ທ້ວງ​ໃຫ້​ສະ​ຫລາຍ​ຕົວ, 1 ພຶດ​ສະ​ພາ, 2019

ທ່ານ​ກ່າວ​ເພີ້ມ​ອີກວ່າ "ຜູ້ຄົນ​ພາ​ກັນ​ຫິວ​ໂຫຍ. ພວກ​ເຂົາ​ເຈົ້າ​ບໍ່​ມີ​ອາ​ຫານ, ບໍ່​ມີ​ນ້ຳກິນ ແລະນີ້​ແມ່ນ​ປະ​ເທດ​ທີ່​ຄັ້ງ​ນຶ່ງ​ເຄີຍ​ເປັນ​ປະ​ເທດ​ທີ່​ຮັ່ງ​ມີ​ທີ່​ສຸດ​ປະ​ເທດ​ນຶ່ງ​ໃນ​ໂລກ. ສະ​ນັ້ນ​ ພວກ​ເຮົາ​ຂໍ​ອວຍ​ພອນ​ໃຫ້​ເຂົາ​ເຈົ້າ​ມີ​ສຸ​ຂະ​ພາບເຂັ້ມ​ແຂງ​ດີ, ພວກ​ເຮົາ​ຈະ​ໄປ​ທີ່ນັ້ນ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ ແລະ​ພວກ​ເຮົາ​ຈະ​ຢູ່​ທີ່ນັ້ນ ເພື່ອ​ຊ່ວຍ​ເຂົາ​ເຈົ້າ.”​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG